ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ຈະສະເໜີ ການໃຊ້ຈ່າຍ ມູນຄ່າ 6 ພັນຕື້ໂດລາ ສຳລັບປີ 2022


ປະທານາທິບໍດີໂຈ ໄບເດັນ ກ່າວຄຳປາໄສກ່ຽວກັບເສດຖະກິດ ທີ່ວິທະຍາໄລຊຸມຊົນ Cuyahoga ໃນນະຄອນຄລີບແລນ ເມື່ອວັນທີ 27 ພຶດສະພາ 2021.
ປະທານາທິບໍດີໂຈ ໄບເດັນ ກ່າວຄຳປາໄສກ່ຽວກັບເສດຖະກິດ ທີ່ວິທະຍາໄລຊຸມຊົນ Cuyahoga ໃນນະຄອນຄລີບແລນ ເມື່ອວັນທີ 27 ພຶດສະພາ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນວັນສຸກມື້ນີ້ ຈະຮ້ອງຂໍອຳນາດຈາກສະພາ ເພື່ອໃຊ້ຈ່າຍເງິນເກືອບ 6 ພັນຕື້ໂດລາ ໃນປີ 2022 ຊຶ່ງຈະອະນຸຍາດໃຫ້ທ່ານນຳໃຊ້ຊັບພະ ຍາກອນ ດ້ວຍການຈັດຕັ້ງປະຕິບັດແຜນການອັນຍິ່ງໃຫຍ່ໃນການລົງທຶນດ້ານພື້ນ ຖານໂຄງລ່າງແລະຂະຫຍາຍໂຄງການຕ່າງໆທາງດ້ານສັງຄົມ. ແຕ່ແນວໃດກໍຕາມ ແຜນແມ່ບົດດັ່ງກ່າວ ຍັງຈະເພີ້ມການໃຊ້ຈ່າຍຂອງລັດຖະບານກາງ ໃນລະດັບທີ່ເກືອບບໍ່ເຄີຍມີມາກ່ອນ ເພື່ອແບ່ງປັນເສດຖະກິດຂອງສະຫະລັດແລະເຮັດໃຫ້ໜີ້ສິນຂອງປະເທດສູງຂຶ້ນສູ່ລະດັບໃໝ່.

ການຮ້ອງຂໍງົບປະມານນີ້ ຈະທຳນາຍໃຫ້ເຫັນກ່ຽວກັບການສືບຕໍ່ເພີ້ມຂຶ້ນໃນການໃຊ້ຈ່າຍຂອງລັດຖະບານກາງ ໃນທົດສະວັດໜ້າ ຊຶ່ງໃນທີ່ສຸດ ກໍຈະເຖິງ 8 ພັນ 200 ຕື້ໂດລາໃນປີ 2031 ອີງຕາມລາຍງານຂອງໜັງສືພິມນິວຢອກໄທມ໌. ການເພີ້ມຂຶ້ນສ່ວນໃຫຍ່ແມ່ນໄດ້ສະທ້ອນເຖິິງແຜນການໃຊ້ຈ່າຍ 2 ພັນ 300 ຕື້ໂດລາສຳລັບພື້ນຖານໂຄງລ່າງແລະ 1 ພັນ 800 ລ້ານໂດລາສຳລັບດ້ານການສຶກສາແລະແຜນການຄອບຄົວ ທີ່ປະທານາທິບໍດີທີ່ຈະເລີ້ມນຳອອກມາໃຊ້ ແຕ່ແຜນການທັງສອງຍັງບໍ່ທັນຜ່ານສະພາເທື່ອ.

ການໃຊ້ຈ່າຍໃໝ່ນີ້ ແມ່ນຈະໄດ້ຮັບເງິນສະໜັບສະໜຸນຈາກການສະເໜີຂຶ້ນພາສີສຳລັບພວກຄົນຮັ່ງມີແລະບໍລິສັດຕ່າງໆ. ແຕ່ແນວໃດກໍຕາມລັດຖະບານຄາດຄະເນວ່າ ຕົນຍັງຈະຂາດດຸນຢູ່ 1 ພັນ 300 ຕື້ໂດລາຕໍ່ປີໃນທົດສະວັດໜ້າກ່ອນທີ່ງົບປະມານຈະມີແນວໂນ້ມກັບຄືນໄປສູ່ຄວາມສົມດຸນ.

ງົບປະມານດັ່ງກ່າວ ແມ່ນມີຄວາມສຳຄັນສຳລັບເປົ້າໝາຍຕ່າງໆແລະຄວາມມຸ່ງມາດປາຖະໜາໃນນະໂຍບາຍຂອງປະທານາທິບໍດີ ແຕ່ມັນກໍຂຶ້ນຢູ່ກັບລັດຖະສະ ພາທີ່ຈະພິຈາລະນາວ່າ ການໃຊ້ຈ່າຍໂຕຈິງຈະມີການອະນຸມັດຫຼາຍປານໃດ ໃນຊຸມປີຕໍ່ໜ້າແລະການໃຊ້ຈ່າຍດັ່ງກ່າວນັ້ນຈະໄດ້ຮັບການສະໜັບສະໜຸນແບບໃດ. ໃນເວລານີ້ ພັກເດໂມແຄຣັດກຳສຽງສ່ວນຫຼາຍແບບໝິ່ນໆຫຼືພຽງໜ້ອຍດຽວ ຢູ່ໃນສະພາຕ່ຳ ແລະສະພາສູງ ແຕ່ພັກຣີພັບບລີກັນຈະມີການປະກອບຄວາມເຫັນທີ່ສຳຄັນ ໃນການຕັດສິນໃຈກ່ຽວກັບການໃຊ້ຈ່າຍ ແລະການເກັບພາສີທີ່ສຳຄັນໃນໄລຍະຫຼາຍໆເດືອນຕໍ່ໜ້ານີ້.

ໃນການໃຫ້ຄວາມເຫັນທີ່ນະຄອນຄລິບແລນ ໃນວັນພະຫັດວານນີ້ ປະທານາທິບໍດີໄບເດັນ ໂຕ້ ແຍ້ງ ໃນອັນທີ່ທ່ານກ່າວວ່າ ມັນເປັນການລົງທຶນໃນອະນາຄົດຂອງປະເທດ ຊາດ.

ທ່ານໄບເດັນກ່າວວ່າ “ປັດຈຸບັນນີ້ ແມ່ນເວລາສຳລັບການເສີມຂະຫຍາຍໃສ່ພື້ນຖານທີ່ພວກເຮົາໄດ້ວາງໄປແລ້ວ ເພື່ອເຮັດການລົງທຶນແບບກ້າຫ້ານ ຢູ່ໃນຄອບຄົວ ໃນປະຊາ ຄົມ ແລະໃນປະ ເທດ ຊາດຂອງພວກເຮົາ. ພວກເຮົາໄດ້ຮຽນຮູ້ຈາກປະວັດສາດວ່າການລົງທຶນແບບນີ້ແມ່ນໄດ້ຍົກລະດັບສຳລັບທັງພື້ນແລະເພດານຂອງເສດຖະກິດສຳລັບທຸກໆຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG