ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ອົງການຈັດຕັ້ງພູມີພາກ ຢ້ຽມຢາມມາລີ ຫຼັງຈາກພວກທະຫານ ຄຸມຂັງພວກຜູ້ນຳ ໄລຍະຂ້າມຜ່ານ


ພວກທະຫານຄຸມຂັງປະທານາທິບໍດີ ນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນປະເທດຂອງມາລີ.
ພວກທະຫານຄຸມຂັງປະທານາທິບໍດີ ນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນປະເທດຂອງມາລີ.

ຄະນະຜູ້ແທນຈາກກຸ່ມຈັດຕັ້ງພູມີພາກ ECOWAS (ປະຊາຄົມເສດຖະກິດຂອງລັດໃນເຂດອາຟຣິກາຕາເວັນຕົກ) ກໍາລັງມຸ່ງໜ້າໄປຍັງມາລີໃນວັນອັງຄານວານນີ້ ໜຶ່ງມື້ຫລັງຈາກພວກທະຫນາຂອງປະເທດໃນເຂດອາຟຣິກາຕາເວັນຕົກດັ່ງກ່າວ ໄດ້ຄຸມຂັງປະທານາທິບໍດີ ແລະນາຍົກລັດຖະມົນຕີ ຂອງປະເທດ.

ຖະແຫລງການຮ່ວມທີ່ອອກໃນວັນອັງຄານວານນີ້ ໂດຍກຸ່ມ ECOWAS, ອົງການສະຫະປະຊາ ຊາດ, ສະຫະພາບອາຟຣິກາ ແລະໜ່ວຍງານປະເທດອື່ນໆ ໄດ້ຮຽກຮ້ອງໃຫ້ປ່ອຍໂຕປະທານາ ທິບໍດີ ບາ ແອນດໍ (Bah N’Daw) ແລະນາຍົກລັດຖະມົນຕີ ມອກຕາ ກວານ (Moctar Quane) ເຊິ່ງຖືກຄວບຄຸມໂຕ ທີ່ນະຄອນຫຼວງບາມາໂກ (Bamako) ແລະຖືກນໍາໂຕ ໄປທີ່ ກອງບັນຊາ ການໃຫຍ່ຂອງກອງທັບ ໃນເມືອງກາທີ (Kati) ທີ່ຢູ່ຄັ້ງຢູ່ໃກ້ຄຽງ.

ປະທານາທິບໍດີ ແອນດໍ ແລະນາຍົກລັດຖະມົນຕີ ກວານ, ພ້ອມດ້ວຍລັດຖະມົນຕີກະຊວງປ້ອງ ກັນປະເທດ ທ່ານສຸລິມານ ດູກວກ (Souleymane Doucoure), ໄດ້ຖືກຄວບຄຸມໂຕເປັນເວລາຫລາຍຊົ່ວໂມງ ຫລັງຈາກມີການປະ ກາດການໂຍກຍ້າຍສັບປ່ຽນຄະນະລັດຖະບານ ທີ່ເຮັດໃຫ້ສະມາຊິກສອງຄົນຂອງຝ່າຍທະຫານ ໄດ້ຖືກປົດອອກໄປ.

ຜູ້ຊາຍທັງສອງຄົນນີ້ ໄດ້ຖືກເລືອກໃຫ້ເປັນຫົວໜ້າລັດຖະບານຊົ່ວຄາວຂອງພົນລະເຮືອນ ເມື່ອປີກາຍນີ້, ພຽງໜຶ່ງເດືອນ ຫລັງຈາກທີ່ກອງທັບ ໄດ້ທໍາການຢຶດ ອໍານາດແລະຂັບໄລ່ປະທານາທິ ບໍດີ ອີບຣາຮິມ ບູບາກາ ຄີຕາ (Ibrahim Boubacar Keita). ໃນເວລານັ້ນ ລັດຖະບານຊົ່ວ ຄາວໄດ້ຖືກສ້າງຕັ້ງຂຶ້ນເພື່ອວາງຮາກຖານສໍາລັບການເລືອກຕັ້ງປະທານາທິບໍດີ ແລະສະພານິຕິບັນຍັດພາຍໃນເດືອນກຸມພາ ປີໜ້ານີ້.

ປະເທດມາລີ ໄດ້ຕົກຢູ່ໃນຄວາມວຸ້ນວາຍ ຕັ້ງແຕ່ປະທານາທິບໍດີ ອາມາດູ ຕຸນາມີ ຕູເຣ (Ama-dou Tounami Toure) ໄດ້ຖືກໂຄ່ນລົ້ມໃນການເຮັດລັດຖະປະຫານ ໃນປີ 2012 ເຊິ່ງໄດ້ເຮັດໃຫ້ກຸ່ມກະບົດ ຕູອາເຣັກ (Tuareg) ຢຶດຄອງຫົວເມືອງທາງພາກເໜືອຂອງປະເທດຫລາຍແຫ່ງ, ເຊິ່ງຕໍ່ມາໄດ້ຖືກກຸ່ມກໍ່ການຮ້າຍອິສະຣາມ (Islamic) ເຂົ້າຄວບຄຸມແທນ. ຝຣັ່ງໄດ້ສົ່ງກໍາລັງໄປຍັງປະເທດມາລີ ເພື່ອຂັບໄລ່ພວກກໍ່ກະບົດໃນປີຕໍ່ມາ, ແຕ່ກຸ່ມກະບົດຍັງຄົງປະຕິບັດການ ໃນເຂດຊົນນະບົດ ຂອງມາລີຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG