ສານອາຍາສາກົນໄດ້ເລີ່ມຮັບຟັງຄຳໃຫ້ການກ່ຽວກັບຫລັກຖານຕໍ່ຜູ້ບັນຊາການທະຫານບ້ານຊູດານ ທ້າວອາລີມູຮຳມັດ ອາລີ-ອັບ-ອາລ-ຣາມາລ (Ali-Muhammad Ali Abd-Al-Raman) ຫລືທີ່ຮູ້ຈັກກັນໃນຊື່ ອາລີຄູຊາຍບ໌, ເຊິ່ງຖືືກກ່າວຫາເປັນຜູ້ນໍາຂອງກອງກຳລັງທະຫານບ້ານທີ່ມີຊື່ສຽງບໍ່ດີ ເຊິ່ງຖືກຖິ້ມໂທດໃສ່ວ່າ ເປັນຜູ້ກໍ່ໂທດກຳໃນເຂດດາຟົວ ຂອງປະເທດຊູດານ.
ການຮັບຟັງຄຳໃຫ້ການຈະພິຈາລະນາວ່າມີຫລັກຖານພຽງພໍຫລືບໍ່ ທີ່ຈະດໍາເນີນຄະດີຢ່າງນ້ອຍຕື່ມອີກຂໍ້ນຶ່ງໃນຈຳນວນ 31 ຂໍ້ຫາຂອງການກໍ່ອາດຊະຍາກໍາສົງຄາມ ແລະອາຊະຍາກໍາຕໍ່ມະນຸດຊາດ ຂອງທ້າວຄູຊາຍບ໌ ທີ່ປະເຊີນຢູ່ແລ້ວ.
ໃນລະຫວ່າງການນໍາສະເໜີຂອງທ່ານໄອຍະການ ຟາຕູ ເບັນຊູດາ (Fatou Bensouda) ໃນວັນຈັນວານນີ້ ທ່ານນາງໄດ້ຮຽກທ້າວ ອາລີ ຄູຊາຍບ໌ວ່າ: “ເຕັມໃຈ ແລະ ກະຕືລືລົ້ນ” ໃນການກໍ່ອາດຊະຍາກໍາ ໃນປີ 2003 ແລະ 2004, ໃນຂະນະທີ່ລັດຖະບານກາງຂອງປະເທດຊູດານພະຍາຍາມທີ່ຈະປາບປາມ ການກໍ່ກະບົດ ຢູ່ໃນເຂດດາຟົວ.
ທ້າວຄູຊາຍບ໌ ໄດ້ຖືກຈັບກຸມ ຫລັງຈາກໄດ້ເຂົ້າມອບຕົວ ກັບເຈົ້າໜ້າທີ່ ໃນສາທາລະນະລັດອາຟຣິກາກາງ ເມື່ອປີກາຍນີ້ ແລະຖືກສົ່ງໄປສານອາຍາສາກົນ ໃນນະຄອນເຮກ, ເຊິ່ງສານໄດ້ອອກໝາຍຈັບ ທ້າວຄູຊາຍບ໌ ໃນເດືອນເມສາປີ 2007.
ເປັນທີ່ຄາດກັນວ່າ ການຮັບຟັງຄຳໃຫ້ການຈະໃຊ້ເວລາທັງໝົດ 4 ມື້ ອີິງຕາມຄຳເວົ້າຂອງທ່ານຟາດີ ແອລ ອັບດາລລາ ໂຄສົກແລະເຈົ້າໜ້າທີ່ປະຊາສຳພັນຂອງສານອາຍາສາກົນ.