ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໃນຂະນະທີ່ອະນາຄົດ ຂອງອັຟການິສຖານ ມີຄວາມສຳຄັນຢ່າງຍິ່ງນັ້ນ ສະຫະລັດ ພວມຫາທາງໃຫ້ປາກິສຖານຊ່ວຍ


ຮູບທີ່ຖ່າຍເມື່ອວັນທີ 26 ກໍລະກົດ ປີ 2020 ສະແດງໃຫ້ເຫັນຮູບພາບຂອງຖານທັບອາເມຣິກັນແຫ່ງນຶ່ງ ໃນເມືອງອາຈີນ ແຂວງນານກາຮາ ທີ່ໄດ້ຖືກມອບໃຫ້ແກ່ທະຫານອັຟການິສຖານ.
ຮູບທີ່ຖ່າຍເມື່ອວັນທີ 26 ກໍລະກົດ ປີ 2020 ສະແດງໃຫ້ເຫັນຮູບພາບຂອງຖານທັບອາເມຣິກັນແຫ່ງນຶ່ງ ໃນເມືອງອາຈີນ ແຂວງນານກາຮາ ທີ່ໄດ້ຖືກມອບໃຫ້ແກ່ທະຫານອັຟການິສຖານ.

ສະຫະລັດເລີ້ມຖອນທະຫານອອກຈາກອັຟການິສຖານມາໄດ້ 3 ອາທິດກວ່າໆແລ້ວ ຊຶ່ງວໍຊິງຕັນມີແຜນການທີ່ຈະຄ້ຳປະກັນວ່າ ບໍ່ໃຫ້ປະເທດດັ່ງກ່າວຕົກຢູ່ໃນຄວາມໂກລາຫົນວຸ້ນວາຍ ແຕ່ກໍຍັງບໍ່ທັນໄດ້ເປັນທີ່ແນ່ນອນເທື່ອເຖິງແມ່ນສະຫະ ລັດໄດ້ເພີ້ມຄວາມພະຍາຍາມ ເພື່ອໃຫ້ເພື່ອນບ້ານຂອງອັຟການິສຖານ ໂດຍສະເພາະແລ້ວ ແມ່ນປາກິສຖານ ດຳເນີນການເພີ້ມຕື່ມ.

ຈຸດເພັ່ງເລັງກໍແມ່ນ ເພື່ອໃຫ້ໄດ້ຮັບຄວາມສະໜັບສະໜຸນ ທັງໃນດ້ານການທູດທີ່ພວມດຳເນີນຢູ່ເພື່ອຊຸກຍູ້ໃຫ້ການເຈລະຈາ ລະຫວ່າງລັດຖະບານອັຟການິສຖານແລະພວກຕາລີບານດຳເນີນການຕໍ່ໄປແລະສຳລັບການຮ່ວມມືທາງດ້ານທະຫານ ຖ້າຫາກເກີດຄວາມບໍ່ທຸ່ນທ່ຽງຂຶ້ນ ທີ່ເຮັດໃຫ້ການປະຕິບັດງານທາງດ້ານທະຫານຂອງສະຫະລັດມີຄວາມຈຳເປັນຂຶ້ນມານັ້ນ.

ແຕ່ການດຳເນີນຄວາມພະຍາຍາມຂອງສະຫະລັດເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແຜນການ ທີ່ອາດຈະມີຂຶ້ນໃນໄລຍະຕໍ່ໄປນັ້ນປາກົດວ່າໄດ້ມີຄວາມຮີບດ່ວນຂຶ້ນມາເມື່ອໄວໆມານີ້ໂດຍອາໄສ ການຍື່ນມືໄປຫາຂອງທຳນຽບຂາວ ແລະທຳນຽບຫ້າແຈເພື່ອປັບປຸງຄວາມສຳພັນທີ່ໄດ້ຊຸດໂຊມມາໄດ້ນຶ່ງທົດສະວັດແລ້ວນັ້ນແລະເລີ້ມເອົາຊະນະພວກເຈົ້າໜ້າທີ່ປາກິສຖານ.

ພວກເຈົ້າໜ້າທີ່ສະຫະລັດໄດ້ສະແດງຄວາມຫວັງໃນແງ່ດີໄປແລ້ວ ທີ່ວ່າການພົບປະໃນຂັ້ນທຳ ອິດລະຫວ່າງທີ່ປຶກສາດ້ານຄວາມໝັ້ນຄົງຂອງສະຫະລັດ ທ່ານເຈກ ຊູລລີວານ (Jake Sullivan) ແລະຄູ່ຕຳແໜ່ງຝ່າຍປາກິສຖານ ທ່ານໂມອີດ ຢູຊັຟ (Moeed Yusuf) ທີ່ນະຄອນເຈນີວາ ໃນວັນອາທິດທີ່ຜ່ານມາ ໄດ້ດໍາເນີນໄປດ້ວຍດີ.

ອີງຕາມຖະແຫຼງການທີ່ນຳອອກເຜີຍແຜ່ໂດຍທຳນຽບຂາວ ໃນວັນຈັນວານນີ້ ຊຶ່ງບໍ່ໄດ້ກ່າວເຖິງອັຟການິສຖານແຕ່ຢ່າງໃດນັ້ນ ເວົ້າວ່າ “ທັງສອງຝ່າຍໄດ້ຫາລືກັນກ່ຽວກັບບັນຫາຂອງສອງຝ່າຍ ຂອງຂົງເຂດ ແລະຂອງໂລກ ທີ່ມີຜົນປະໂຫຍດຮ່ວມກັນ.”

ຖະແຫຼງການຍັງກ່າວຕື່ມວ່າ “ທັງສອງຝ່າຍໄດ້ຕົກລົງກັນທີ່ຈະສືບຕໍ່ການສົນທະນາຫາລືກັນນີ້.”

ທຳນຽບຫ້າແຈ ກໍເຊັ່ນດຽວກັນ ໄດ້ສະແດງຄວາມເຊື່ອໝັ້ນ ຫລັງຈາກໄດ້ມີການໂອ້ລົມກັນທາງໂທລະສັບ ໃນວັນຈັນວານນີ້ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍດ໌ ອອສຕິນ ແລະຜູ້ບັນຊາການທະຫານຂອງປາກິສຖານ ນາຍພົນກາມາ ຈາເວັດ ໄບວາ (Qamar Javed Baiwa.)

ທ່ານຈອນ ເຄີບີ ໂຄສົກຂອງທຳນຽບຫ້າແຈ ກ່າວຕໍ່ພວກນັກຂ່າວວ່າ “ການສົນທະນາຫາລືຂອງລັດຖະມົນຕີ ໃນຕອນເຊົ້າມື້ນີ້ ແມ່ນເປັນປະໂຫຍດຫຼາຍ. ທ່ານລັດຖະມົນຕີໄດ້ກ່າວຢ້ຳ ເຖິງຄວາມຂອບອົກຂອບໃຈຕໍ່ການໃຫ້ຄວາມສະໜັບສະໜຸນຂອງປາກິສຖານ ຕໍ່ການເຈລະຈາສັນຕິພາບໃນອັຟການິສຖານ ແລະໄດ້ສະແດງອອກໃນຄວາມປະສົງຂອງທ່ານ ທີ່ຈະສືບຕໍ່ເສີມຂະຫຍາຍຄວາມສຳພັນ 2 ຝ່າຍ ລະຫວ່າງສະຫະລັດກັບປາກິສຖານ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG