ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳລັງພາກພື້ນດິນ ຂອງອິສຣາແອລ ເຂົ້າຮ່ວມການໂຈມຕີ ຕໍ່ແຫຼມກາຊາ


ການຍິງຈະຫຼວດສາມາດແນມເຫັນໄດ້ ໃນທ້ອງຟ້າຍາມກາງຄືນໄປສູ່ອິສຣາແອລ ຈາກເມືອງ Beit Lahia ໃນພາກເໜືອຂອງແຫຼມກາຊາ ເມື່ອວັນທີ 14 ພຶດສະພາ 2021.
ການຍິງຈະຫຼວດສາມາດແນມເຫັນໄດ້ ໃນທ້ອງຟ້າຍາມກາງຄືນໄປສູ່ອິສຣາແອລ ຈາກເມືອງ Beit Lahia ໃນພາກເໜືອຂອງແຫຼມກາຊາ ເມື່ອວັນທີ 14 ພຶດສະພາ 2021.

ກຳລັງພາກພື້ນດິນຂອງອິສຣາແອລໄດ້ເຂົ້າຮ່ວມສົມທົບກັບກຳລັງທາງອາກາດ ທຳການໂຈມຕີແຫຼມກາຊາໃນຕອນເຊົ້າວັນສຸກມື້ນີ້ ອີງຕາມຖະແຫຼງການຂອງທາງກອງທັບ.

ກຳລັງປ້ອງກັນໂຕຂອງອິສຣາແອລໄດ້ຂຽນລົງໃນທວີດເຕີ້ວ່າ ທະຫານຂອງຕົນ “ໃນເວລານີ້ ພວມບຸກໂຈມຕີໃນແຫຼມກາຊາ” ແຕ່ໃນເວລາຕໍ່ມາ ກ່າວອ້າງວ່າມີການເຂົ້າໃຈຜິດໃນການສື່ສານພາຍໃນ ໂດຍໃຫ້ຄວາມກະຈ່າງແຈ້ງວ່າ ທະຫານພວມຍິງປືນໃຫຍ່ໂຈມຕີ ຈາກບໍລິເວນທີ່ຢູ່ໃນດິນແດນຂອງອິສຣາແອລ.

ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ກ່າວຢູ່ໃນຖະແຫຼງ ການຜ່ານທາງວີດີໂອເທັບໂດຍເວົ້າວ່າ “ຂ້າພະເຈົ້າກ່າວວ່າ ພວກເຮົາຈະບີບຄັ້ນໃຫ້ມີການສູນເສຍລາຄາແພງຈາກກຸ່ມຮາມາສ. ພວກເຮົາກຳລັງເຮັດສິ່ງນັ້ນແລະພວກເຮົາຈະສືບຕໍ່ເຮັດສິ່ງນັ້ນ ດ້ວຍກຳລັງອັນໃຫຍ່ຫຼວງ.”

ປະຊາຊົນໃນໃນເຂດກາຊາ ໃກ້ໆບໍລິເວນຊາຍແດນຕິດກັບອິສຣາແອລ ໃຫ້ການຢືນຢັນ ກັບອົງການຂ່າວຣອຍເຕີ້ວ່າ ຍັງບໍ່ມີຮ່ອງຮອຍໃດໆເທື່ອວ່າ ກຳລັງພາກພື້ນດິນຂອງອິສຣາແອລຢູ່ໃນເຂດກາຊາແລ້ວ ແຕ່ເຂົາເຈົ້າກໍລາຍງານວ່າມີການຍິງປືນໃຫຍ່ໂຈມຕີຢ່າງໜັກ ແລະການໂຈມຕີທາງອາກາດຫຼາຍສິບຖ້ຽວ.

ໃນຂະນະທີ່ຄວາມຮຸນແຮງພວມກ້າວເຂົ້າສູ່ມື້ທີ 5 ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ປະກາດວ່າ ຕົນໄດ້ຕົກລົງທີ່ຈະເປີດກອງປະຊຸມໃນວັນອາທິດ ເພື່ອຫາລືກ່ຽວກັບສະຖານະການ ຫຼັງຈາກແຜນການເປີດກອງປະຊຸມໄດ້ມີການຊັກຊ້າຍ້ອນຄວາມເປັນຫ່ວງຂອງສະຫະລັດ.

ເອກອັກຄະລັດຖະທູດສະຫະລັດປະຈຳອົງການສະຫະປະຊາຊາດ ທ່ານນາງລິນດາ ທໍມັສ ກຣີນຟິລ ຂຽນລົງໃນທວີດເຕີ້ວ່າ “ສະຫະລັດຈະສືບຕໍ່ທຳການພົວພັນຢ່າງຕັ້ງໜ້າທາງດ້ານການທູດໃນລະດັບສູງສຸດເພື່ອຫາທາງຫຼຸດຜ່ອນຄວາມເຄັ່ງຕຶງ.”

[[embed tweet: https://twitter.com/USAmbUN/status/1392963254360674306?s=20 ]]

ການສູ້ລົບກັນ ໃນວັນພັກ ອີດ ອາລ-ຟີດເທີ ຂອງຊາວມຸສລິມ ເຮັດໃຫ້ຊາວປາແລສໄຕນ໌ເສຍຊີວິດແລ້ວ 103 ຄົນ ຮວມທັງພວກເດັກນ້ອຍບໍ່ຕ່ຳກວ່າ 27 ຄົນແລະແມ່ຍິງອີກ 11 ຄົນ ອີງຕາມກະຊວງສາທາລະນະສຸກຂອງເຂດກາຊາແລະກ່າວຕື່ມວ່າ ນອກນັ້ນ ຍັງມີຜູ້ບາດເຈັບອີກ 530 ຄົນ. ມີຊາວອິສຣາແອລ 7 ຄົນ ເສຍຊີວິດໃນການຍິງຈະຫຼວດໂຈມຕີ ຮວມທັງເດັກຊາຍອາຍຸ 6 ປີຄົນນຶ່ງ.

ກອງທັບອິສຣາແອລກ່າວວ່າ ມີຈະຫຼວດ 3 ລູກຍິງຈາກເລບານອນໄປໃສ່ອິສຣາແອລໃນວັນພະຫັດວານນີ້ ແຕ່ໄດ້ໄປຕົກໃສ່ທະເລມີດີແຕເຣນຽນ ແລະບໍ່ໄດ້ເຮັດໃຫ້ເກີດຄວາມເສຍຫາຍໃດໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG