ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ໄບເດັນ ໄປລັດຫຼຸຍເຊຍນາ ເພື່ອພະຍາຍາມສ້າງຂົວ ເຊື່ອມຕໍ່ແມ່ນ້ຳທີ່ມີບັນຫາ


ປະທານາທິບໍດີໂຈ ໄບເດັນ ກ່າວຄຳປາໄສ ທີ່ມີຂົວຂ້າມແມ່ນ້ຳ Calcasieu ຂອງທາງຫຼວງລະຫວ່າງລັດ I-10 ຢູ່ເບື້ອງຫຼັງທ່ານ
ເມື່ອວັນທີ 6 ພຶດສະພາ 2021 ທີ່ເມືອງ Lake Charles ໃນລັດຫຼຸຍເຊຍນາ.
ປະທານາທິບໍດີໂຈ ໄບເດັນ ກ່າວຄຳປາໄສ ທີ່ມີຂົວຂ້າມແມ່ນ້ຳ Calcasieu ຂອງທາງຫຼວງລະຫວ່າງລັດ I-10 ຢູ່ເບື້ອງຫຼັງທ່ານ ເມື່ອວັນທີ 6 ພຶດສະພາ 2021 ທີ່ເມືອງ Lake Charles ໃນລັດຫຼຸຍເຊຍນາ.

ພວກນັກການເມືອງມັກຈະໄປຢືນວາງທ່າ ແລະກໍຫົວຍິ້ມ ຢູ່ຕໍ່ໜ້າການກໍ່ສ້າງພື້ນ ຖານໂຄງລ່າງຕ່າງໆດ້ວຍຄວາມພາກພູມໃຈ. ແຕ່ປະທານາທິບໍດີສະຫະລັດທ່ານໂຈ ໄບເດັນ ໃນວັນພະຫັດວານນີ້ ໄດ້ເຮັດໃນທາງ ທີ່ກົງກັນຂ້າມ ໂດຍໄດ້ຖ່າຍ ຮູບ ຊຶ່ງມີຂົວ ທີ່ບໍ່ໄດ້ຮັບການບົວລະບັດຮັກສາເປັນຢ່າງດີ ຢູ່ທາງດ້ານຫຼັງ ແລະຫຼັງຈາກນັ້ນກໍໄປຢ້ຽມໂຮງງານບຳບັດນ້ຳເສຍ ພ້ອມດ້ວຍກ້ອງຖ່າຍຕິດມືໄປນຳ.

ປະທານາທິບໍດີໄບເດັນ ກ່າວທີ່ເມືອງເລັກຊາລສ໌ (Lake Charles) ໃນລັດຫຼຸຍເຊຍນາ ຫຼັງຈາກທ່ານ ໄດ້ຖືກແນະໂຕ ໂດຍເຈົ້າເມືອງທີ່ສັງກັດພັກຣີພັບບລີກັນ ຊຶ່ງທ່ານກ່າວວ່າ “ພວກເຮົາພວມຢືນຢູ່ທີ່ນີ້ ໃນເງົາຂອງຂົວ ທາງຫຼວງລະຫວ່າງລັດ I-10 ຊຶ່ງຂ້າພະເຈົ້າເອງ ໄດ້ຜ່ານໄປມາຫຼາຍໆຄັ້ງ ໃນອະດີດ ແລະມັນກໍຄືຕົວຢ່າງທີ່ດີທີ່ສຸດທີ່ວ່າພວກເຮົາບໍ່ໄດ້ເອົາໃຈໃສ່ແບບໃດໃນຖານະທີ່ເປັນປະເທດທີ່ ມີການລົງທຶນກ່ຽວກັບອະນາຄົດຂອງເສດຖະກິດພວກເຮົາ ແລະອະນາຄົດຂອງ
ປະຊາຊົນພວກເຮົາ.”

ເຈົ້າເມືອງເລັກຊາລສ໌ ທ່ານນິກ ຮັນເຕີ (Nick Hunter) ກ່າວວ່າ “ທ່ານປະທານາທິບໍດີ ສະມາ ຊິກສະພາທ່ານໃດທ່ານນຶ່ງທີ່ອາດຈະຟັງຢູ່ນັ້ນ ເມືອງເລັກຊາລສ໌ ຕ້ອງການຄວາມຊ່ວຍເຫຼືອດຽວນີ້ ແລະພວກເຮົາກຳລັງຮ້ອງຂໍມັນຢູ່.”

ທ່ານໄບເດັນໄດ້ສະເໜີແຜນການໃຊ້ຈ່າຍໃນມູນຄ່າ 2 ພັນ 300 ຕື້ໂດລາສຳລັບພື້ນຖານໂຄງລ່າງ ແລະວຽກເຮັດງານທຳຢູ່ໃນທົ່ວປະເທດ. ການໄປຢ້ຽມຢາມຂອງທ່ານ ສ່ວນນຶ່ງແລ້ວ ແມ່ນເປັນການທ້າທາຍຕໍ່ຄະນະສະມາຊິກລັດຖະສະພາລັດຫຼຸຍເຊຍນາ ຊຶ່ງໃນເວລານີ້ແມ່ນສັງກັດພັກຣີພັບບລີກັນໂດຍທັງໝົດ ຈົນເທົ່າວັນທີ 11 ພຶດສະພາຈະມານີ້ ເວລາສະມາຊິກສະພາຕ່ຳ ທີ່ໄດ້ຮັບເລືອກໃໝ່ ທ່ານ ທຣອຍ ຄາເຕີ້ (Troy Carter) ເຂົ້າຮັບໜ້າທີ່ ຕາງໜ້າໃຫ້ຄົນຜິວດໍາ ທີ່ມີສຽງສ່ວນຫຼາຍໃນເຂດເລືອກຕັ້ງທີ 2.

ພັກຣີພັບບລີກັນຢືນຢັດກ່ຽວກັບໂຄງການໃຊ້ຈ່າຍສຳລັບພື້ນຖານໂຄງລ່າງໃນຂະໜາດທີ່ນ້ອຍກວ່າ ເຊັ່ນສ້ອມແປງທາງແລະຂົວ ປັບປຸງລະບົບການຂົນສົ່ງແລະຂະຫຍາຍຕາໜ່າງອິນເຕີແນັດຄວາມໄວສູງແທນທີ່ຈະໃຊ້ຈ່າຍເງິນສຳລັບພະລັງງານທາງເລືອກ ແລະໃຫ້ການບົວລະບັດຮັກສາພວກຜູ້ເຖົ້າຜູ້ແກ່.

ແຜນການສ້າງວຽກເຮັດງານທຳ ໃຫ້ຄົນອາເມຣິກັນ ຂອງປະທານາທິບໍດີໄບເດັນແມ່ນ ອີງຕາມ ທ່ານສຕີບ ສກາລິສ (Steve Scalise) ຜູ້ນຳໝາຍເລກສອງຂອງພັກຣີພັບບລີກັນ ໃນສະພາຕ່ຳນັ້ນ ກ່າວວ່າ “ໂຄງການໃຊ້ຈ່າຍລາຄາແພງ ດ້ວຍການຂຶ້ນພາສີ ທີ່ເສຍເງິນເສຍເວລາ ແບບບໍ່ມີປະໂຫຍດທີ່ຊຸກເຊື່ອງມາໃນຮູບຂອງຮ່າງກົດໝາຍພື້ນຖານໂຄງລ່າງ ດ້ວຍການຂຶ້ນພາສີນັ້ນຈະບັງຄັບໃຫ້ວຽກການຕ່າງໆສຳລັບຄົນຊັ້ນກາງຍ້າຍໄປຢູ່ຕ່າງປະເທດ.”

ອະດີດປະທານາທິບໍດີດໍໂນລ ທຣຳ ໄດ້ຊະນະທ່ານໄບເດັນດ້ວຍຄະແນນເກືອບ 20 ເປີເຊັນ ໃນການເລືອກຕັ້ງ ປະທານາທິບໍດີປີ 2020.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG