ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາວັກຊີນກັນໄວຣັສໂຄໂຣນາ ການຮັບມືກັບການປ່ຽນແປງດິນຟ້າອາກາດ ແມ່ນຮວມຢູ່ໃນຫົວຂໍ້ປະຊຸມ ຂອງກຸ່ມຈີ 7


ລັດຖະມົນຕີຂອງກຸ່ມຈີ 7 ພົບປະກັນທີ່ນະຄອນຫຼວງລອນດອນ.
ລັດຖະມົນຕີຂອງກຸ່ມຈີ 7 ພົບປະກັນທີ່ນະຄອນຫຼວງລອນດອນ.

ລັດຖະມົນຕີການຕ່າງປະເທດ ຈາກກຸ່ມ 7 ປະເທດ ທີ່ຈະເລີນທາງດ້ານອຸດສາຫະກຳ ໄດ້ຫັນຄວາມສົນໃຈຂອງພວກທ່ານ ໄປໃສ່ບັນຫາຕ່າງໆທີ່ສຳຄັນຂອງໂລກ ຮວມທັງຢາວັກຊີນກັນໄວຣັສໂຄໂຣນາ ການປ່ຽນແປງຂອງດິນຟ້າອາກາດ ແລະການສຶກສາສຳລັບພວກເດັກນ້ອຍແມ່ຍິງໃນວັນພຸດວານນີ້ ໃນຂະນະທີ່ພວກທ່ານປິດການເຈລະຈາ ທີ່ດຳເນີນມາເປັນເວລາ 3 ມື້ ຢູ່ນະຄອນຫຼວງລອນດອນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ແລະລັດຖະມົນຕີການຕ່າງປະເທດອາຟຣິກາໃຕ້ ທ່ານນາງນາເລດີ ແພນດໍ (Naledi Pandor) “ໄດ້ກ່າວເນັ້ນໜັກເຖິງຄວາມຈຳເປັນເພື່ອຈະຂະຫຍາຍການຜະລິດຢາວັກຊີນກັນໂຄວິດ-19 ຂອງໂລກ ແລະການຮ່ວມມືກ່ຽວກັບຄວາມມຸ່ງມາດປາຖະໜາໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ” ໃນລະຫວ່າງການພົບປະຂອງພວກທ່ານ ທີ່ມີຂຶ້ນຢູ່ຂ້າງນອກກອງປະຊຸມສຸດຍອດກຸ່ມຈີ 7.

ພວກເຈົ້າໜ້າທີ່ຈາກອອສເຕຣເລຍ ອິນເດຍ ອາຟຣິກາໃຕ້ ເກົາຫຼີໃຕ້ແລະບຣູນາຍກໍໄດ້ເຂົ້າ ຮ່ວມປະຊຸມ ກັບລັດຖະມົນນຕີການຕ່າງປະເທດ ຂອງກຸ່ມຈີ 7 ແລະກອງປະຊຸມການພັດທະນາຂອງລັດຖະມົນຕີໃນຖານະທີ່ເປັນແຂກຮັບເຊີນທີ່ນະຄອນຫຼວງລອນດອນໃນອາທິດນີ້.

ການໂຮມຊຸມນຸມຂອງລັດຖະມົນຕີການຕ່າງປະເທດໄດ້ພາກັນຕົກໃຈຢ້ານກ່ຽວກັບໂຄວິດ-19 ຫຼັງຈາກຄະນະຜູ້ແທນຂອງອິນເດຍທີ່ໄປຮ່ວມປະຊຸມໄດ້ພາກັນແຍກປ່ຽວລຸນຫຼັງໄດ້ພົບກໍລະນີທີ່້ຜົນການກວດເປັນບວກຍ້ອນໄວຣັສໂຄໂຣນາ.

ທ່ານເນດ ໄພຣສ໌ ໂຄສົກກະຊວງການຕ່າງປະເທດສະຫະລັດ ກ່າວວ່າ “ພວກເຮົາບໍ່ມີເຫດຜົນທີ່ຈະເຊື່ອວ່າ ຄະນະຜູ້ແທນຂອງພວກເຮົາ ຕົກຢູ່ໃນຄວາມສ່ຽງ.”

ທ່ານໄພຣສ໌ກ່າວຕື່ມວ່າ “ຄະນະຜູ້ແທນຂອງສະຫະລັດໄດ້ຮັບຄຳແນະນຳ ຮວມທັງຈາກພວກເຈົ້າໜ້າທີ່ສາທາລະນະສຸກຂອງສະຫະຣາຊະອານາຈັກທີ່ວ່າ ການໃສ່ໜ້າກາກທີ່ເຂັ້ມງວດ ການຮັກສາໄລຍະຫ່າງກັນໃນສັງຄົມແລະການກວດປະ ຈຳວັນຂອງພວກເຮົາ ຈະອຳນວຍໃຫ້ພວກເຮົາສືບຕໍ່ ກິດຈະກຳຕ່າງໆຂອງກຸ່ມຈີ 7 ຕາມທີ່ໄດ້ວາງແຜນໄວ້.”

ເກົາຫຼີເໜືອແມ່ນຫົວຂໍ້ທີ່ມີຄວາມສຳຄັນເປັນພິເສດໃນການພົບປະໃນວັນພຸດວານນີ້ ຂອງລັດຖະມົນຕີການຕ່າງປະເທດບລິງເກັນ ກັບລັດຖະມົນຕີການຕ່າງປະ ເທດຍີປຸ່ນ ທ່ານໂມເຕຈິ ໂຕຊິມິດສຸ ແລະລັດຖະມົນຕີການຕ່າງປະເທດເກົາຫຼີໃຕ້ ທ່ານຈຸງ ອຸຍ ຢອງ ບ່ອນທີ່ພວກທ່ານໃຫ້ການຢືນຢັນອີກຄັ້ງນຶ່ງເຖິງຄວາມເປັນເອກກະພາບສາມຝ່າຍ ໃນເລື້ອງຄວາມເປັນຫ່ວງກັງວົນທີ່ມີຮ່ວມກັນ ກ່ຽວ ກັບໂຄງການອາວຸດນິວເຄລຍ ແລະລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG