ປະເທດອິນເດຍ ເວລານີ້ ມີຜູ້ຕິດເຊື້ອໂຄວິດ-19 ທີ່ໄດ້ຮັບການຢືນຢັນທັງໝົດຫຼາຍກວ່າ 20 ລ້ານກໍລະນີ ໃນຂະນະທີ່ການລະບາດຄື້ນສອງຂອງພະຍາດດັ່ງກ່າວ ໃນຄວາມເປັນຈິງແລ້ວ ໄດ້ທຳລາຍພາກສ່ວນການຮັກສາສຸຂະພາບຂອງປະເທດ.
ກະຊວງສາທາລະນະສຸກລາຍງານວ່າ ມີຜູ້ຕິດເຊື້ອໃໝ່ 357,229 ກໍລະນີໃນວັນອັງຄານວານນີ້ ຊຶ່ງເປັນມື້ທີ 13 ລຽນຕິດ ທີ່ກໍລະນີຜູ້ຕິດເຊື້ອ ພະຍາດໂຄວິດ-19 ມີກາຍ 300,000 ຄົນ. ນອກນັ້ນປະເທດທີ່ຕັ້ງຢູ່ໃນເຂດເອເຊຍໃຕ້ດັ່ງກ່າວ ຍັງມີຜູ້ເສຍຊີວິດ 3,449 ຄົນ ໃນໄລຍະ 24 ຊົ່ວໂມງທີ່ຜ່ານມານີ້.
ເວລານີ້ ປະເທດອິນເດຍ ມີຜູ້ຕິດເຊື້ອທັງໝົດ 20 ລ້ານ 2 ແສນຄົນ ອີງຕາມສູນກາງຊັບພະຍາກອນໄວຣັສໂຄໂຣນາ ຂອງມະຫາວິທະຍາໄລ ຈອນສ໌ ຮອບກິນສ໌ ຮວມທັງມີຜູ້ເສຍຊີວິດ 222,408 ຄົນ. ອິນເດຍແມ່ນເປັນທີສອງຮອງລົງ ມາຈາກສະຫະລັດ ເມື່ອເວົ້າເຖິງກໍລະນີຜູ້ຕິດເຊື້ອແລະເປັນອັນດັບສາມກ່ຽວກັບຈຳນວນຜູ້ເສຍຊີວິດ ຄືທີນຶ່ງໄດ້ແກ່ສະຫະລັດ ແລະທີສອງບຣາຊີລ.
ການເພີ້ມຂຶ້ນຂອງໂຕເລກຜູ້ຕິດເຊື້ອ ມີການຖິ້ມໂທດໃສ່ວ່າ ເປັນຍ້ອນສາຍພັນໃໝ່ຂອງເຊື້ອໄວຣັສ ທີ່ສາມາດຕິດຕໍ່ໄດ້ງ່າຍຂຶ້ນ ແລະການຜ່ອນຜັນໃນການຈຳກັດຮັດແຄບ ໂດຍອະນຸຍາດໃຫ້ຝູງຊົນຂະໜາດໃຫຍ່ເຕົ້າໂຮມກັນໄດ້ ໃນຂະນະທີ່ປາກົດວ່າໂຣກລະບາດດັ່ງກ່າວສາມາດຄວບຄຸມໄດ້ແລ້ວເມື່ອຕົ້ນປີນີ້.
ທ່ານຣາຮູລ ການດີ (Rahul Gandhi) ຜູ້ນຳຂອງພັກຄອງແກຣັສແຫ່ງຊາດຊຶ່ງເປັນພັກຝ່າຍຄ້ານຂອງອິນເດຍ ກ່າວຜ່ານທາງທວີດເຕີ້ໃນວັນອັງຄານວານນີ້ວ່າ ການບໍ່ເອົາມາດຕະການຫຍັງຂອງນາຍົກລັດຖະມົນຕີນາເຣັນດຣາ ໂມດີ “ແມ່ນການສັງຫານຜູ້ຄົນທີ່ບໍ່ມີຄວາມຜິດເປັນຈຳນວນຫຼວງຫຼາຍ” ແລະຮຽກຮ້ອງໃຫ້ມີການປິດປະເທດຢ່າງເຕັມທີ່ເພື່ອຢຸດເຊໍົາການແຜ່ລະບາດຂອງໄວຣັສໂຄໂຣນາ.
ວິກິດການໂຄວິດ-19 ຂອງອິນເດຍ ແມ່ນມີຄວາມຮ້າຍແຮງຂຶ້ນຕື່ມ ຍ້ອນການຂາດອອກຊີເຈັນທີ່ມີຄວາມຈຳເປັນເພື່ອປິ່ນປົວພວກຄົນປ່ວຍ ພ້ອມກັບວັດຖຸດິບຈຳນວນນຶ່ງທີ່ໃຊ້ສຳລັບຜະລິດຢາວັກຊີນ. ໃນຂະນະທີ່ອິນເດຍເປັນທີ່ຕັ້ງຂອງສະຖາບັນຊີຣຳ ຊຶ່ງເປັນສູນກາງຜະລິດຢາວັກຊີນທີ່ໃຫຍ່ທີ່ສຸດໃນໂລກ ແຕ່ມີປະຊາຊົນພຽງແຕ່ 2 ເປີເຊັນເທົ່ານັ້ນ ຂອງຈຳນວນທັງໝົດ 1 ພັນ 300 ລ້ານຄົນໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ອີງຕາມລາຍງານຂ່າວທ້ອງຖິ່ນ.
ອົງການສະຫະປະຊາຊາດ ກ່າວໃນວັນຈັນຜ່ານມານີ້ວ່າ ຕົນກຳລັງປະຕິບັດງານຮ່ວມກັບອິນເດຍ ເພື່ອຕໍ່ສູ້ກັບການບິດເບືອນຂໍ້ມູນກ່ຽວກັບການສັກຢາວັກຊີນກັນພະຍາດໂຄວິດ-19 ພ້ອມທັງວິທີການແຜ່ລະບາດຂອງພະຍາດດັ່ງກ່າວ.
ໂຄສົກທ່ານຂອງສະຫະປະຊາຊາດທ່ານສເຕັບຟານ ດູເຈຣິກ ກ່າວວ່າ ທີມງານ ຂອງສະຫະປະຊາຊາດ. ກຳລັງເຮັດວຽກຮ່ວມກັບສະຖານີວິທະຍຸຊຸມຊົນໃນທົ່ວປະເທດ ເພື່ອເຂົ້າເຖິງປະຊາຊົນຫຼາຍກວ່າ 17 ລ້ານຄົນ ໃນເຂດຊົນນະບົດໃຫ້ຮູ້ກ່ຽວກັບຄວາມສຳຄັນຂອງການສັກຢາວັກຊີນແລະວິທີປ້ອງກັນການຕິດເຊື້ອໄວ ຣັສໂຄໂຣນາ.