ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການສຳຫຼວດ ຂອງ ສປຊ ພົບວ່າ ມີການປູກຝິ່ນເພີ້ມຂຶ້ນ 37 ເປີເຊັນ ຢູ່ໃນອັຟການິສຖານ


ພວກຊາວສວນພວມຮວບຮວມເອົາຢ່າງຝິ່ນ ໃນເຂດເມືອງ
Darra-i-Nur ແຂວງ Nangarhar province ຂອງອັຟການິສຖານ ເມື່ອວັນທີ 10 ພຶດສະພາ 2020.
ພວກຊາວສວນພວມຮວບຮວມເອົາຢ່າງຝິ່ນ ໃນເຂດເມືອງ Darra-i-Nur ແຂວງ Nangarhar province ຂອງອັຟການິສຖານ ເມື່ອວັນທີ 10 ພຶດສະພາ 2020.

ອົງການສະຫະປະຊາຊາດ ກ່າວໃນວັນຈັນວານນີ້ວ່າ ການປູກຝິ່ນຢູ່ໃນອັຟການິສຖານ ຊຶ່ງເປັນປະເທດທີ່ໄດ້ຮັບຄວາມເສຍຫາຍຈາກບັນຫາຂັດແຍ້ງນັ້ນໄດ້ເພີ້ມຂຶ້ນ 37 ເປີເຊັນເມື່ອສົມທຽບໃສ່ກັບປີກ່ອນ ຊຶ່ງອາດສາມາດຜະລິດຝິ່ນໄດ້ປະມານ 6,300 ໂຕນ.

ການພົບເຫັນດັ່ງກ່າວແມ່ນເປັນສ່ວນນຶ່ງຂອງການສຳຫຼວດໂດຍຫ້ອງການຄວບຄຸມຢາເສບຕິດແລະອາຊະຍາກຳຂອງສະຫະປະຊາຊາດຫຼື UNODC ທີ່ມີຂຶ້ນໃນການປະສານງານກັບຫ້ອງ ການສະຖິຕິແລະແລະຄຸ້ມຄອງຂໍ້ມູນ ຫຼື NSIA ຂອງອັຟການິສຖານ.

ການສຳຫຼວດນີ້ມີຂຶ້ນ 2 ມື້ຫຼັງຈາກສະຫະລັດ ແລະກຸ່ມພັນທະມິດໃນອົງການເນໂຕ້ເລີ້ມການຖອນທະຫານຂອງຕົນອອກຈາກອັຟການິສຖານຢ່າງເປັນທາງການຊຶ່ງເປັນການເຄື່ອນໄຫວທີ່ແນໃສ່ເພື່ອປິດສາກລົງການພົວພັນທາງທະຫານຂອງນາໆຊາດ ທີ່ມີມາເກືອບ 20 ປີ ຢູ່ໃນປະເທດດັ່ງກ່າວ.

“ພື້ນທີ່ທັງໝົດທີ່ຢູ່ພາຍໃຕ້ການປູກຝິ່ນຢູ່ໃນອັຟການິສຖານ ກະປະມານກັນວ່າມີຢູ່ 224,000 ເຮັກຕາ ໃນປີ 2020 ຊຶ່ງເປັນການເພີ້ມຂຶ້ນ 37 ເປີເຊັນ ຫຼື 61 ພັນເຮັດຕາ ເມື່ອສົມທຽບໃສ່ປີ 2019.”

https://www.unodc.org/documents/crop-monitoring/Afghanistan/20210503_Executive_summary_Opium_Survey_2020_SMALL.pdf

ການສຳຫຼດວໃຫ້ຂໍ້ສັງເກດວ່າ ພື້ນທີ່ທີ່ຢູ່ພາຍໃຕ້ການປູກຝິ່ນໃນປີ 2020 ແມ່ນເປັນນຶ່ງໃນສີ່ທີ່ມີການປູກຝິ່ນສູງທີ່ສຸດເທົ່າທີ່ເຄີຍມີມາຢູ່ໃນອັຟການິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG