ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ຢາກຊ່ວຍອິນເດຍ ໃຫ້ສາມາດຜະລິດອອກຊີເຈັນ ໄດ້ຢ່າງວ່ອງໄວ


ພະນັກງານແພດຄົນນຶ່ງ ພວມເອົາຕົວຢ່າງຈາກເດັກ ເພື່ອກວດເບິ່ງໂຄວິດ-19 ທີ່ເມືອງ Hyderabad, ປະເທດອິນເດຍ, ເມື່ອວັນພະຫັດ ທີ 29 ເມສາ 2021. (AP Photo/Mahesh Kumar A.)
ພະນັກງານແພດຄົນນຶ່ງ ພວມເອົາຕົວຢ່າງຈາກເດັກ ເພື່ອກວດເບິ່ງໂຄວິດ-19 ທີ່ເມືອງ Hyderabad, ປະເທດອິນເດຍ, ເມື່ອວັນພະຫັດ ທີ 29 ເມສາ 2021. (AP Photo/Mahesh Kumar A.)

ສະຫະລັດ ຊຶ່ງໄດ້ສົ່ງການຊ່ວຍເຫຼືອສຸກເສີນໄປຍັງອິນເດຍນັ້ນ ຕ້ອງການຢາກໃຫ້ຊ່ວຍໃຫ້ປະເທດດັ່ງກ່າວເພີ້ມຂີິດຄວາມສາມາດໃນດ້ານອອກຊີເຈັນເພື່ອປິ່ນປົວພວກຄົນປ່ວຍຍ້ອນໂຄວິດ-19 ນັ້ນຄືຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດຄົນນຶ່ງທີ່ກ່າວຕໍ່ອົງການຂ່າວຝຣັ່ງໃນວັນພະຫັດວານນີ້.

ເຮືອບິນທະຫານທີ່ບັນທຸກອຸບປະກອນການແພດ ຮວມທັງເຄື່ອງກວດຢ່າງວ່ອງໄວ 1 ລ້ານຊຸດ ແລະໜ້າກາກ N95 100,000 ອັນ ໄດ້ໄປເຖິງນະຄອນນິວເດລີໃນຕອນເຊົ້າວັນສຸກມື້ນີ້. ອຸບປະກອນດັ່ງກ່າວແມ່ນສ່ວນນຶ່ງຂອງແຜນການຊ່ວຍເຫຼືອໃນມູນຄ່າຫຼາຍກວ່າ 100 ລ້ານໂດລາ ອີງຕາມທຳນຽບຂາວ.

ທ່ານເຈຣາມີ ໂຄນິນດິກ (Jeremy Konyndyk) ຈາກອົງການຢູເສດ ກ່າວວ່າ ບູລິມະສິດ “ກໍແມ່ນເພື່ອພະຍາຍາມຕອບຮັບຕໍ່ຄວາມຕ້ອງການອັນຮີບດ່ວນຂອງ ພວກເຂົາເຈົ້າຈຳນວນນຶ່ງ ເພື່ອຮັບມືກັບບັນຫາທ້າທາຍທີ່ສຳຄັນບາງຢ່າງທີ່ພວກເຂົາເຈົ້າກຳລັງປະເຊີນໜ້າຢູ່ທີ່ໂຮງໝໍຂອງພວກເຂົາເຈົ້າ.”

ທ່ານກ່າວຕໍ່ອົງການຂ່າວ AFP ຂອງຝຣັ່ງວ່າ “ນອກນັ້ນ ພວກເຮົາຍັງຕ້ອງໄດ້ໃຫ້ການຊ່ວຍເຫຼືອຕໍ່ພວກເຂົາເຈົ້າແກ້ໄຂບັນຫາທ້າທາຍຈຳນວນນຶ່ງ ກ່ຽວກັບລະດັບຂອງອອກຊີເຈັນທີ່ປະເທດດັ່ງກ່າວສາມາດຜະລິດ.”

ສະຫະລັດພວມຫາລືກັບປະເທດອິນເດຍ ກ່ຽວກັບການຜະລິດຕ່ອງໂສ້ສະໜອງອອກຊີເຈັນ ຮວມທັງການນຳໃຊ້ເທັກໂນໂລຈີເພື່ອປັບປ່ຽນອອກຊີເຈັນສຳຫລັບອຸດສາຫະກຳ ໃຫ້ກາຍເປັນອອກຊີເຈັນສຳລັບໃຊ້ໃນດ້ານການແພດແລະປັບປຸງການຂົນສົ່ງ.

ນອກນັ້ນວໍຊິງຕັນໄດ້ຍັງໃຫ້ຄຳໝັ້ນສັນຍາທີ່ຈະຊ່ວຍໃນການສະໜອງຢາວັກຊີນໃຫ້ແກ່ອິນເດຍ. ແຕ່ອີງຕາມທ່ານໂຄນິນດິກແລ້ວ ສຳລັບປະເທດທີ່ມີປະຊາຊົນຫຼາຍກວ່າ 1 ພັນລ້ານຄົນທີ່ກຳລັງປະເຊີນໜ້າກັບການມີກໍລະນີຕິດເຊື້ອເພີ້ມຂຶ້ນຢູ່ນັ້ນ ມັນຄວນແມ່ນມາດຕະການໃນລະດັບປານກາງຫຼາຍກວ່າ.

ທ່ານກ່າວວ່າ “ດຽວນີ້ ມັນຍັງບໍ່ມີຢາວັກຊີນພຽງພໍເທື່ອຢູ່ໃນໂລກຂອງເຮົາແລະບໍ່ແມ່ນຄວາມສາມາດໃນການຈັດສົ່ງຢາເຫຼົ່ານີ້ຢ່າງວ່ອງໄວພໍເພື່ອຄວບຄຸມການລະບາດແບບນີ້.”

ສະຫະລັດໄດ້ປະກາດໃນມື້ວັນຈັນຜ່ານມານີ້ວ່າ ຕົນຈະສະໜອງຢາວັກຊີນອາສຕຣາເຊເນກາ 60 ລ້ານໂດສຊຶ່ງບໍ່ໄດ້ຮັບອະນຸຍາດໃຫ້ໃຊ້ຢູ່ໃນສະຫະລັດນັ້ນໃຫ້ແກ່ປະເທດອື່ນໆ.

ໃນຂະນະດຽວກັນ ລັດຖະບານຂອງປະທານາທິບໍດີໂຈ ໄບເດັນ ກໍກ່າວວ່າ ຕົນພວມສົ່ງອຸບປະກອນການແພດໄປໃຫ້ອິນເດຍ ເພື່ອຜະລິດຢາວັກຊີນໂຄວິດຊິລ (Covishield) ຊຶ່ງເປັນຢາວັກຊີນອາສຕຣາເຊເນກາຊະນິດທີ່ລາຄາຖືກວ່າ ຫຼາຍກວ່າ 20 ລ້ານໂດສຢູ່ທີ່ປະເທດອິນເດຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG