ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ກ່າວຄຳປາໄສ ຢູ່ທີ່ບ່ອນໂຮມຊຸມນຸມຂັບລົດເຂົ້າຮ່ວມ ໃນໂອກາດເຂົ້າຮັບຕຳແໜ່ງ ຄົບຮອບ 100 ວັນ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວຄຳປາໄສ ທີ່ສູນກາງ Infinite Energy Center ເມື່ອວັນທີ 29 ເມສາ 2021 ໃນເມືອງ Duluth ລັດຈໍເຈຍ. (Photo by Brendan Smialowski / AFP)
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວຄຳປາໄສ ທີ່ສູນກາງ Infinite Energy Center ເມື່ອວັນທີ 29 ເມສາ 2021 ໃນເມືອງ Duluth ລັດຈໍເຈຍ. (Photo by Brendan Smialowski / AFP)

ໃນການສະຫຼອງຂີດໝາຍຄົບຮອບ 100 ວັນເຂົ້າຮັບຕຳແໜ່ງເປັນປະທານາທິບໍດີສະຫະລັດນັ້ນ ທ່ານໂຈ ໄບເດັນ ກ່າວວ່າ ທ່ານບໍ່ເຄີຍມີຄວາມຫວັງໄປໃນແງ່ດີ ແບບນີ້ມາກ່ອນ ກ່ຽວກັບອະນາຄົດ ຂອງອາເມຣິກາຍ້ອນວ່າ ປະເທດນີ້ “ພວມກ້າວເດີນໄປໜ້າ. ພວກເຮົາເລືອກເອົາຄວາມຫວັງ ເໜືອຄວາມຢ້ານກົວ ຄວາມຈິງ ເໜືອການຕົວະລ່າຍ ແສງສະຫວ່າງເໜືອຄວາມມືດ.”

ທ່ານໄບເດັນ ໄດ້ກ່າວຕໍ່ບ່ອນໂຮມຊຸມນຸມທາງການເມືອງ ທີ່ຂັບລົດເຂົ້າໄປຮ່ວມແຫ່ງນຶ່ງໃກ້ໆນະຄອນແອັດແລນຕາ ທີ່ໄດ້ຮັບທຶນສະໜັບສະໜຸນຈາກຄະນະກຳມະການແຫ່ງຊາດຂອງພັກເດໂມແຄຣັດ.

“ພວກທ່ານກຳລັງພິສູດວ່າປະຊາທິປະໄຕສາມາດສະໜອງຕອບຕໍ່ຜູ້ຄົນໄດ້” ນັ້ນຄືຄຳເວົ້າຂອງປະທານາທິບໍດີໄດ້ກ່າວຕໍ່ການສະແດງການອະນຸມັດດ້ວຍການບີບແກຂອງລົດ 315 ຄັນທີ່ເຂົ້າຮ່ວມ ຢູ່ສູນກາງພະລັງງານອິນຟີນິດທີ່ເມືອງດູລຸທ (Duluth) ທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງນະຄອນແອັດແລນຕາ.

ການເລືອກຕັ້ງສະມາຊິກສະພາສູງຮອບສອງ ໃນເດືອນມັງກອນຜ່ານມາ ຢູ່ລັດຈໍເຈຍ ໂດຍການໄດ້ຮັບໄຊຊະນະຂອງທ່ານຣາຟາແອລ ວໍນັອກ ແລະ ທ່ານຈອນ​ອອສຊອຟ ເຮັດໃຫ້ພັກເດໂມແຄຣັດຂອງທ່ານໄບເດັນ ສາມາດເຂົ້າຄວບຄຸມລັດ ຖະບານກາງໄດ້ທັງໝົດ.

ປະທານາທິບໍດີໃນເດືອນແລ້ວນີ້ ໄດ້ໃຊ້ການມີບ່ອນນັ່ງ 50 ບ່ອນ ໃນສະພາສູງຮັບຜ່ານແຜນ ການຊ່ວຍກອບກູ້ຊາວອາເມຣິກັນມູນຄ່າ 1 ພັນ 900 ຕື້ໂດລາ ແຕ່ບໍ່ມີສະມາຊິກ ຂອງພັກຣີພັບບລີກັນແມ່ນແຕ່ຄົນດຽວ ລົງຄະແນນສຽງໃຫ້. ຮ່າງກົດໝາຍດັ່ງກ່າວຍັງໄດ້ຮັບການອະນຸມັດຢູ່ໃນສະພາຕ່ຳ ຊຶ່ງຄວບຄຸມໂດຍພັກເດໂມແຄຣັດເຊັ່ນດຽວກັນ.

ໃນຕອນຕົ້ນໆຂອງການໃຫ້ຄວາມເຫັນໂດຍປະທານາທິບໍດີ ໃນວັນພະຫັດວານນີ້ ທ່ານໄດ້ຢຸດໜ້ອຍນຶ່ງເວລາພວກປະທ້ວງສອງ-ສາມຄົນ ໄດ້ສະແດງຄວາມເປັນຫ່ວງກ່ຽວກັບການຄຸມຂັງ ໂດຍພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງແລະພາສີຂອງສະຫະລັດ ໂດຍພາກັນຮ້ອງໂຮຂຶ້ນວ່າ “ຄອບຄົວຂອງພວກເຮົາພວມປະສົບກັບຄວາມຕາຍ!”

ປະທານາທິບໍດີໄບເດັນ ກ່າວຕອບວ່າ “ຂ້າພະເຈົ້າເຫັນພ້ອມກັບພວກທ່ານ. ຂ້າພະເຈົ້າພວມເຮັດວຽກກ່ຽວກັບເລື້ອງນີ້ຢູ່. ໃຫ້ເວລາແກ່ຂ້າພະເຈົ້າຕື່ມອີກຫ້າວັນ. ທຸກທ່ານ ພວກທ່ານທັງໝົດຕ່າງກໍຮູ້ດີວ່າເຂົາເຈົ້າເວົ້າເລື້ອງຫຍັງ. ມັນບໍ່ຄວນຈະມີຄຸກເອກກະຊົນ, ບໍ່ເລີຍ, ຈໍ້າເມັດ. ນັ້ນຄືສິ່ງທີ່ພວກເຂົາເຈົ້າເວົ້າເຖິງ ສູນກາງຄວບຄຸມຂອງເອກກະຊົນ. ມັນບໍ່ຄວນມີເລີຍ ແລະພວກເຮົາກຳລັງເຮັດວຽກເພື່ອຈະປິດສູນກາງເຫຼົ່ານີ້ທັງໝົດ.”

ຫຼັງຈາກນັ້ນປະທານາທິບໍດີກໍໄດ້ກັບຄືນໄປກ່າວເຕືອນຜູ້ຟັງວ່າ ທ່ານໄດ້ປະຕິບັດຕາມຄຳໝັ້ນສັນຍາໃນການສັກຢາວັກຊີນກັນໄວຣັສໂຄໂຮນາໃຫ້ແກ່ຊາວອາເມຣິກັນແລະໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກມາໃຫ້ປະຊາຊົນອາເມຣິກັນຫຼາຍລ້ານຄົນ.

ການກ່າວເຖິງໄຊຊະນະຂອງທ່ານໄບເດັນ ມີຂຶ້ນບໍ່ຮອດ 24 ຊົ່ວໂມງ ຫຼັງຈາກທ່ານໄດ້ກ່າວຄຳປາໄສເທື່ອທຳອິດຕໍ່ສະພາຄົບຄະນະ ທີ່ທ່ານໄດ້ຊຸກຍູ້ຂໍ້ສະເໜີການຂະຫຍາຍວຽກເຮັດງານທຳ ປັບປຸງພື້ນຖານໂຄງລ່າງ ໃຫ້ທັນສະໄໝ ແລະໃຫ້ການຊ່ວຍເຫຼືອ ຄອບຄົວຕ່າງໆ ໃນການເບິ່ງ ແຍງ ແລະໃຫ້ການສຶກສາແກ່ພວກເດັກນ້ອຍທີ່ອາດຈະມີມູນຄ່າຫຼາຍໆພັນຕື້ໂດລາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG