ນາຍພົນຈັດຕະວາຂອງອິນໂດເນເຊຍຄົນນຶ່ງໄດ້ຖືກຂ້າຕາຍ ໃນການປະທະກັນທີ່ຍັງດຳເນີນຢູ່ຕໍ່ມາ ລະຫວ່າງກຳລັງຮັກສາຄວາມສະຫງົບແລະກຸ່ມກະບົດຢູ່ໃນແຂວງປາປົວທີ່ວຸ້ນວາຍຂອງປະເທດ ອີງຕາມລາຍງານຂອງອົງການຂ່າວເອພີທີ່ອ້າງຄຳເວົ້າຂອງເຈົ້າໜ້າທີ່ອິນໂດເນເຊຍ.
ການປະທະກັນໄດ້ມີຂຶ້ນໃນວັນທີ 8 ເມສາ ທີ່ແຂວງປາປົວ ຊຶ່ງຕັ້ງຢູ່ທາງພາກຕາເວັນອອກສຸດຂອງປະເທດ ຫຼັງຈາກພວກກະບົດ ໄດ້ຈູດໄຟເຜົາໂຮງຮຽນ 3 ແຫ່ງ ແລະຍິງນາຍຄູຄົນນຶ່ງຕາຍ ທີ່ບ້ານບີໂອກາ (Beoga) ໃນເຂດເມືອງປຸນກັກ (Puncak.) ນອກນັ້ນ ຍັງມີການສັງຫານນາຍຄູອີກນຶ່ງໃນມື້ຕໍ່ມາໃນຂະນະພວກກະບົດຍິງປືນໃສ່ເຮືອນພັກຂອງພວກນາຍຄູແລະຈູດເຮືອນຂອງຫົວໜ້າຊົນເຜົ່າທີ່ບ້ານບີໂອກາ.
ຕຳຫຼວດ ທະຫານ ແລະກຳລັງສືບລັບອິນໂດເນເຊຍ ໄດ້ທຳການປະຕິບັດງານຮ່ວມ ເນມັງກາວີ (Nemangkawi) ທີ່ຕາມລ່າຫາໂຕພວກກະບົດທີ່ບຸກໂຈມຕີຊຶ່ງພວກເຈົ້າໜ້າທີ່ເຊື່ອວ່າມາຈາກກຸ່ມ ກອງທັບປົດປ່ອຍປາປົວຕາເວັນຕົກ ຊຶ່ງເປັນກອງກຳລັງທະຫານຂອງອົງການປາປົວເສລີ.
ພວກກະບົດ ໄດ້ທຳການຕໍ່ສູ້ໃນການກໍ່ກະບົດລະດັບຕ່ຳ ມາແຕ່ຕົ້ນຊຸມປີ 1960 ເວລາອິນໂດເນ ເຊຍປະກາດຮວມເອົາຫຼືຜະນວກເອົາປາປົວຊຶ່ງເປັນອະດີດອານານິຄົມຂອງເນເທີແລນເຂົ້າເປັນດິນແດນສ່ວນນຶ່ງຂອງຕົນ. ປາປົວໄດ້ຖືກໂຮມເຂົ້າເປັນດິນແດນສ່ວນນຶ່ງຂອງອິນໂດເນເຊຍ ຢ່າງເປັນທາງການ ໃນປີ 1969 ຫຼັງຈາກໄດ້ຈັດໃຫ້ມີການລົງປະຊາມະຕິ ທີ່ໄດ້ຮັບຄວາມອຸບປະຖຳອົງໂດຍການສະ ຫະປະຊາຊາດ ຊຶ່ງຫຼາຍໆປະເທດມອງເຫັນວ່າ ເປັນການລົງປະຊາມະຕິທີ່ຈອມປອມນັ້ນ.
ນາຍພົນຈັດຕະວາກຸສຕີ ປູຕູ ແດນນີ ນູກຣາຮາ (Gusti Putu Danny Nu-graha) ຜູ້ບັນຊາ ການໜ່ວຍສືບລັບໃນເຂດປາປົວ ໄດ້ຖືກຍິງທີ່ຫົວແລະເສຍຊີວິດໃນການດັກສະກັດໂຈມຕີຂອງພວກກະບົດ ອີງຕາມຄຳເວົ້າຂອງພັກເອກອິກບາລ ອາລກູດູຊີ ໂຄສົກຂອງການປະຕິບັດງານຮ່ວມເນມັງກາວີ.
ການດັກໂຈມຕີ ມີຂຶ້ນໃນຂະນະທີ່ນາຍພົນນູກຣາຮາ ພວມລາດຕະເວນ ທາງລົດຈັກ ກັບພວກທະຫານອີກ 13 ຄົນທີ່ບ້ານດຳເບັດ (Dambet) ທີ່ຕັ້ງຢູ່ໃກ້ໆກັບບ້ານບີິໂອກາໃນຕອນແລງຂອງວັນອາທິດຫຼັງຈາກພວກກະບົດຈູດໄຟເຜົາໂຮງປະຖົມແລະເຮືອນຫຼາຍທີ່ບ້ານດັ່ງກ່າວ ອິີງຕາມຄຳເວົ້າຂອງໂຄສົກ.
ລາວກ່າວວ່າ ກຳລັງຂອງອິນໂດເນເຊຍສາມາດຍາດເອົາສົບອອກມາໄດ້ໃນຕອນເຊົ້າຂອງມື້ວັນຈັນ ໃນຂະນະທີ່ການປະຕິບັດງານຮ່ວມຂອງພວກຕຳຫຼວດ ແລະທະຫານຍັງສືບຕໍ່ຕາມລ່າຫາ “ກຸ່ມອາຊະຍາປະກອບອາວຸດແບ່ງແຍກດິນແດນ” ດັ່ງກ່າວນີ້ຢູ່.
ທ່ານອາລກູດູຊີ ກ່າວວ່າ “ກຳລັງທາງພາກພື້ນດິນທັງໝົດໄດ້ຮັບຄຳສັ່ງໃຫ້ຢູ່ໃນທ່າກຽມພ້ອມສູງສຸດ.”
ໃນການກ່າວຄຳປາໄສທາງໂທລະທາງນັ້ນ ປະທານາທິບໍດີໂຈໂກ ວີໂດໂດ ໄດ້ສະແດງຄວາມເສົ້າສະຫຼົດໃຈໄປຍັງຄອບຄົວແລະປະຊາຊົນອິນໂດເນເຊຍກ່ຽວກັບການເສຍຊີວິດ ຂອງນາຍພົນນູກຣາຮາ.