ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນທະມິດຂອງທ່ານນາວາລນີ ຮຽກຮ້ອງໃຫ້ທ່ານ ຢຸດເຊົາການອົດອາຫານປະທ້ວງ


ເຈົ້າໜ້າທີ່ຄົນນຶ່ງ ຍ່າງຜ່ານນິຄົມນັກໂທດ IK-3 ຊຶ່ງເປັນບ່ອນຕັ້ງໂຮງໝໍໃນຄຸກ ທີ່ຄຸມຂັງທ່ານອາເລັກເຊ ນາວາລນີ ຊຶ່ງມີລາຍງານວ່າ ທ່ານໄດ້ຖືກຍ້າຍໄປເມືອງວລາດີເມຍ ເມື່ອວັນທີ 20 ເມສາ 2021.
ເຈົ້າໜ້າທີ່ຄົນນຶ່ງ ຍ່າງຜ່ານນິຄົມນັກໂທດ IK-3 ຊຶ່ງເປັນບ່ອນຕັ້ງໂຮງໝໍໃນຄຸກ ທີ່ຄຸມຂັງທ່ານອາເລັກເຊ ນາວາລນີ ຊຶ່ງມີລາຍງານວ່າ ທ່ານໄດ້ຖືກຍ້າຍໄປເມືອງວລາດີເມຍ ເມື່ອວັນທີ 20 ເມສາ 2021.

ພັນທະມິດກຸ່ມນຶ່ງ ຂອງທ່ານອາເລັກເຊ ນາວາລນີ ນັກຕ້ອງຕິວັງເຄຣັມລິນທີ່ຖືກຄຸກຢູ່ໃນເວລານີ້ ໄດ້ຮອງຂໍໃຫ້ທ່ານນາວາລນີ ຢຸດເຊົາການອົດອາຫານປະທ້ວງ ຊຶ່ງພວມກ້າວເຂົ້າສູ່ອາທິດທີ 3 ແລ້ວນັ້ນ.

ທ່ານນາງອານາສຕາເຊຍ ວາຊິລເຢວາ (Anastasia Vasilyeva) ຫົວໜ້າກຸ່ມກຳມະບານພັນທະມິດແພດ ກ່າວຕໍ່ອົງການຂ່າວຣອຍເຕີ້ວ່າ “ການສືບຕໍ່ອົດອາ ຫານປະທວ້ງ ຈະເປັນອັນຕະລາຍຕໍ່ຊີວິດແລະສຸຂະພາບຂອງທ່ານ. ພວກເຮົາຈຶ່ງຫວັງເປັນຢ່າງຍິ່ງວ່າ ທ່ານອາເລັກເຊ ຈະຢຸດເຊົາ ການອົດອາຫານປະທ້ວງໃນມື້ອື່ນນີ້.”

ຂ່າວກ່ຽວກັບການຮຽກຮ້ອງດັ່ງກ່າວມີຂຶ້ນນຶ່ງມື້ຫຼັງຈາກພວກສະໜັບສະໜຸນທ່ານນາວາລນີຫຼາຍກວ່າ 1,900 ຄົນໄດ້ຖືກຈັບໃນລະຫວ່າງການປະທ້ວງຢູ່ຕາມຫົວເມືອງຕ່າງໆໃນທົ່ວປະເທດ.

ໃນການລົງຂ່າວທາງອິນສຕາແກຣັມ ໃນວັນພະຫັດວານນີ້ ທ່ານນາວາລນີກ່າວວ່າ ທ່ານຮູ້ສຶກ “ພາກພູມໃຈແລະມີຄວາມຫວັງ” ຫຼັງຈາກໄດ້ຮູ້ຂ່າວກ່ຽວກັບການປະທ້ວງ.

ທ່ານນາວາລນີຂຽນວ່າ “ນີ້ແມ່ນການຊ່ວຍຣັດເຊຍ ໃຫ້ພົ້ນໄພ. ທ່ານ. ທຸກໆຄົນທີ່ອອກມາ. ພວກທີ່ບໍ່ໄດ້ອອກມາແຕ່ໃຫ້ການສະໜັບສະໜຸນ. ພວກທີ່ບໍ່ໄດ້ໃຫ້ ການສະໜັບສະໜຸນຢ່າງເປັນການເປີດເຜີຍ ແຕ່ມີຄວາມເຫັນອົກເຫັນໃຈ.”

ໃນວັນອາທິດແລ້ວນີ້ ທ່ານນາວາລນີຊຶ່ງມີລາຍງານວ່າສຸຂະພາບຂອງທ່ານພວມຊຸດໂຊມລົງນັ້ນ ໄດ້ຖືກຍ້າຍຈາກນິຄົມນັກໂທດ ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງມົສກູ ໄປຍັງໂຮງໝໍທີ່ຄຸກແຫ່ງນຶ່ງ ໃນເມືອງວລາດີເມຍ 180 ກິໂລແມັດຫ່າງຈາກນະຄອນມົສກູໄປທາງທິດຕາເວັນອອກ.

ໃນວັນຈັນຜ່ານມານີ້ ອົງການຄຸ້ມຄອງຄຸກຂອງຣັດເຊຍ ກ່າວວ່າ ອາການຂອງທ່ານນາວາລນີ ແມ່ນ “ເປັນທີ່ໜ້າພໍໃຈ” ແຕ່ທ່ານໝໍອີກຄົນນຶ່ງຂອງທ່ານ ດຣ. ຢາໂຣສລາບ ອາຊິກມິນ (Yaroslav Ashikhmin) ກ່າວວ່າ ທ່ານນາວາລນີ ບໍ່ສະບາຍຍ້ອນມີທາດໂປຕາສຊຽມສູງໂພດ ທີ່ອາດພາໃຫ້ທ່ານເປັນຫົວໃຈວາຍໄດ້ ແລະມີລະດັບສານຄຣີອາຕີນີນສູງຂຶ້ນ ທີ່ສະແດງໃຫ້ເຫັນວ່າການເຮັດວຽກຂອງໝາກໄຂ່ຫຼັງທ່ານອາດອ່ອນແອລົງ.

ທ່ານນາວາລນີ ອາຍຸ 44 ປີ ເລີ້ມອົດອາຫານໃນທ້າຍເດືອນມີນາເພື່ອປະທ້ວງຕໍ່ອັນທີ່ທ່ານກ່າວວ່າ ການຂາດຢາປົວ ໃນການເຈັບຫຼັງ ແລະເຈັບຂາຢ່າງຮ້າຍແຮງນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG