ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ສປຊ ກ່າວວ່າ ອາດຈະໃຊ້ເວລາຫຼາຍເດືອນ ກ່ອນຈະຮູ້ຄວາມຈິງ ກ່ຽວກັບ ການຂົ່ມຂືນສຳເລົາ ໃນເຂດໄທເກຣ


ພວກເດັກນ້ອຍອົບພະຍົບຈາກພາກຕາເວັນຕົກ ລໍຖ້າຮັບເອົາອາຫານ ຢູ່ນອກຫ້ອງຮຽນ ໃນເມືອງເອກເມເກເລ ຂອງເຂດໄທເກຣ ເມື່ອວັນທີ 24 ກຸມພາ 2021.
ພວກເດັກນ້ອຍອົບພະຍົບຈາກພາກຕາເວັນຕົກ ລໍຖ້າຮັບເອົາອາຫານ ຢູ່ນອກຫ້ອງຮຽນ ໃນເມືອງເອກເມເກເລ ຂອງເຂດໄທເກຣ ເມື່ອວັນທີ 24 ກຸມພາ 2021.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງອົງການສະຫະປະຊາຊາດ ກ່າວວ່າ ອາດຈະໃຊ້ເວລາຫຼາຍເດືອນ ກ່ອນທີ່ການກະທຳຄວາມຜິດຢ່າງເຕັມອັດຕາແລະລະດັບຂອງຄວາມຮ້າຍແຮງ ຕໍ່ພວກແມ່ຍິງແລະເດັກຍິງໃນເຂດໄທເກຣ ຂອງເອທິໂອເປັນຈະເປັນທີ່ຮູ້ກັນ ໃນຂະນະທີ່ມີລາຍງານເພີ້ມຂຶ້ນ ໃນການກໍ່ຄວາມຮຸນແຮງທາງເພດຈາກເຂດທີ່ເກີດບັນຫາຂັດແຍ້ງດັ່ງກ່າວ ຖືກນຳອອກມາເປີດເຜີຍ.

ທ່ານນາງພຣາມີລາ ແພັດເທັນ (Pramila Patten) ຜູ້ຕາງໜ້າພິເສດຂອງອົງການສະຫະປະຊາຊາດ ຮັບຜິດຊອບກ່ຽວກັບການກໍ່ຄວາມຮຸນແຮງທາງເພດ ຢູ່ໃນເຂດທີ່ເກີດບັນຫາຂັດແຍ້ງ ກ່າວໃນລະຫວ່າງ ການສົນທະນາຫາລື ກ່ຽວກັບເຂດໄທເກຣ ທີ່ສະຖາບັນແມ່ຍິງ ສັນຕິພາບ ແລະຄວາມໝັ້ນຄົງ ຂອງມະຫາວິ ທະຍາໄລຈອຣ໌ຈທາວ ໃນວັນພຸດວານນີ້ ໂດຍເວົ້າວ່າ “ຄຳໃຫ້ການຂອງພວກທີ່ລອດຊີວິດມາໄດ້ເປີດເຜີຍໃຫ້ຮູ້ ເຖິງສົງຄາມທີ່ໂຫດຮ້າຍທາລຸນແລະຕ່ຳຊ້າເລວຊາມ ໄດ້ມີຂຶ້ນຕໍ່ຮ່າງກາຍຂອງພວກແມ່ຍິງ ແລະເດັກຍິງທັງຫຼາຍ.”

ອົງການສະຫະປະຊາຊາດ ກ່າວວ່າ ການຂົ່ມຂືນສຳເລົາສ່ວນໃຫຍ່ ທີ່ໄດ້ມີການລາຍງານໄປນັ້ນ ແມ່ນກໍ່ຂຶ້ນໂດຍພວກຜູ້ຊາຍທີ່ຢູ່ໃນເຄື່ອງແບບ. ກໍລະນີຕ່າງໆທີ່ໄດ້ມີການລາຍງານໄປນັ້ນ ແມ່ນພົວພັນກັບກຳລັງຂອງກອງທັບແຫ່ງຊາດເອທິໂອເປຍ ກຳລັງປ້ອງກັນປະເທດຂອງເອຣິເທຣຍ ກຳລັງພິເສດຂອງອາມຮາຣາແລະພວກທະຫານບ້ານທີ່ປະກອບອາວຸດກຸ່ມອື່ນໆ.

ທ່ານນາງແພັດເທັນ ໄດ້ຮຽກຮ້ອງໃຫ້ມີການສືບສວນຮ່ວມລະຫວ່າງອົງການສິດທິມະນຸດຂອງສະຫະປະຊາຊາດ ແລະຄະນະກຳມາທິການສິດທິມະນຸດຂອງເອທິໂອເປຍ ທີ່ໄດ້ຮັບທຶນສະໜັບສະໜຸນຈາກລັດຖະບານ ຊຶ່ງຈະເລີ້ມຂຶ້ນໃນໄວໆນີ້.

ທ່ານນາງແພັດເທັນ ກ່າວວ່າ “ມັນມີຄວາມສຳຄັນທີ່ສຸດ ທີ່ຈະໃຫ້ມີການສືບສວນໂດຍໄວ ເວລາເປັນເລື້ອງສຳຄັນ ກ່ອນທີ່ຮ່ອງຮອຍຂອງຫຼັກຖານຕ່າງໆຈະເຢັນລົງ. ດັ່ງນັ້ນມັນຈຶ່ງເປັນທີ່ປາຖະໜາກ່ຽວກັບການອ້າງອີງເຖິງເງື່ອນໄຂຕ່າງໆຈະເປັນທີ່ຕົກລົງກັນ ແລະສົ່ງຄະນະສືບສວນຮ່ວມໄປໂດຍບໍ່ມີການຊັກຊ້າໃດໆແລະສາມາດເຂົ້າເຖິງຢ່າງບໍ່ມີການກີດກັນໃດໆທົ່ວເຂດໄທເກຣ ເພື່ອທຳການສືບສວນດັ່ງກ່າວ.”

ເຂດໄທເກຣ ຊຶ່ງຕັ້ງຢູ່ໃນພາກເໜືອຂອງເອທິໂອເປຍ ແມ່ນໄດ້ກາຍເປັນຈຸດສູນກາງຂອງເຂດທີ່ເກີດບັນຫາຂັດແຍ້ງມາຕັ້ງແຕ່ເດືອນພະຈິກ ເວລາພວກນັກລົບຈາກກຸ່ມແນວໂຮມປົດປ່ອຍປະຊາຊົນໄທເກຣ ໄດ້ທຳການໂຈມຕີຄ້າຍທະຫານຢູ່ທີ່ນັ້ນ ອີງຕາມຄຳເວົ້າຂອງລັດຖະບານກາງ. ທ່ານອາບີ ອາເໝັດ ນາຍົກລັດຖະ ມົນຕີເອທິໂອເປຍ ກ່າວວ່າ ການໂຈມຕີດັ່ງກ່າວເປັນເຫດໃຫ້ລັດຖະບານເລີ້ມທຳການບຸກເຂົ້າໄປກວດລ້າງພວກກະບົດຈາກກຸ່ມແນວໂຮມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG