ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຖອນທະຫານ ອອກຈາກອັຟການິສຖານ ຈະເຮັດໃຫ້ການປະຕິບັດງານ ຕໍ່ຕ້ານພວກກໍ່ການຮ້າຍ 'ຫຍຸ້ງຍາກຫຼາຍ'


ທະຫານອາເມຣິກັນ ເຂົ້າປະຈຳທີ່ໃນການສູ້ລົບ ຫຼັງຈາກມີການຍິງໂຈມຕີຈາກເຂດຮ່ອມພູອາການດັບ ທາງພາກເໜືອຂອງແຂວງການດາຮາ ເມື່ອວັນທີ 27​ ກໍລະກົດ 2010.
ທະຫານອາເມຣິກັນ ເຂົ້າປະຈຳທີ່ໃນການສູ້ລົບ ຫຼັງຈາກມີການຍິງໂຈມຕີຈາກເຂດຮ່ອມພູອາການດັບ ທາງພາກເໜືອຂອງແຂວງການດາຮາ ເມື່ອວັນທີ 27​ ກໍລະກົດ 2010.

ສະຫະລັດຈະພົບກັບອຸບປະສັກທີ່ສຳຄັນ ຖ້າຕົນຢາກຈະກັບຄືນໄປຍັງອັຟການິສຖານອີກ ເຖິງແມ່ນເປັນເວລາສັ້ນໆກໍຕາມ ເພື່ອຮັບມືກັບໄພຂົ່ມຂູ່ໃໝ່ຫຼືຈາກກຸ່ມກໍ່ການຮ້າຍທີ່ເພີ້ມທະວີຂຶ້ນເວລາໃດທີ່ທາງກອງທັບສະຫະລັດເສັດສິ້ນແຜນການຖອນກຳລັງອອກຈາກປະເທດດັ່ງກ່າວ ອີງຕາມຄຳໃຫ້ການ ຂອງນາຍພົນຜູ້ບັນຊາການ ຕໍ່ສະມາຊິກສະພາສະຫະລັດ.

ຄຳເຕືອນຂອງຜູ້ບັນຊາການກຳລັງສະຫະລັດໃນພາກຕາເວັນອອກກາງແລະເຂດເອເຊຍໃຕ້ໃນວັນອັງຄານວານນີ້ ມີຂຶ້ນໃນຂະນະທີ່ພວກວາງແຜນ ຂອງກອງທັບສະຫະລັດກຳລັງເຮັດວຽກກ່ຽວກັບວ່າຈະເຮັດແບບໃດເພື່ອຈະນຳເອົາທະຫານອາເມຣິກັນທັງໝົດທີ່ປະຈຳການຢູ່ໃນອັຟການິສຖານລະຫວ່າງ 2,500 ຫາ 3,500 ຄົນ ກັບຄືນປະເທດ ຊຶ່ງຈະເລີ້ມຂຶ້ນໃນເດືອນໜ້ານີ້ ສິ້ນສຸດສົງຄາມທີ່ດຳເນີນມາເປັນເວລາສອງທົດສະວັດແລ້ວນັ້ນ.

ນາຍພົນເຄນເນັດ “ແຟຣັງ” ເມັກເຄັນຊີ ຈູເນຍ ຜູ້ບັນຊາການເຊັນຄອມຫຼືກຳລັງສະຫະລັດໃນພາກຕາເວັນອອກກາງ ແລະເອເຊຍໃຕ້ ກ່າວຕໍ່ຄະນະກຳມະການກອງທັບຂອງສະພາຕ່ຳ ກ່ຽວກັບຄວາມຈຳເປັນ ທີິ່ອາດມີຂຶ້ນ ໃນອະນາຄົດໃນການປະຕິບັດງານຕໍ່ຕ້ານພວກກໍ່ການຮ້າຍ ໂດຍເວົ້າວ່າ “ຂ້າພະເຈົ້າບໍ່ຢາກໃຫ້ຖືເບົາກ່ຽວກັບເລື້ອງນີ້ ຂ້າພະເຈົ້າບໍ່ຢາກເບິ່ງສະຖານະການ ໄປໃນແງ່ດີ ແລະເວົ້າວ່າມັນເປັນເລື້ອງງ່າຍທີ່ຈະເຮັດ.”

ທ່ານນາຍພົນແມັກເຄັນຊີກ່າວຕື່ມວ່າ “ພວກເຮົາກຳລັງສຶກສາເບິ່ງບັນຫານີ້ດ້ວຍຊັບພະຍາກອນທີ່ເຮົາມີຢູ່ທັງໝົດໃນປັດຈຸບັນ ເພື່ອຊອກຫາຊ່ອງທາງສຳລັບການປະຕິບັດ ໃນວິທີທີ່ສະຫຼາດ ໃນວິທີທີ່ບໍ່ມີຄວາມສ່ຽງ ທີ່ພວກເຮົາສາມາດເຮັດໄດ້ ມັນຈະມີຄວາມຫຍຸ້ງຍາກຫຼາຍ.”

ນາຍພົນແມັກເຄັນຊີ ກ່າວຕໍ່ສະມາຊິກສະພາໃນວັນອັງຄານວານນີ້ວ່າ ທ່ານໄດ້ສັ່ງໃຫ້ສະໜອງທາງເລືອກ ຕໍ່ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານລອຍດ໌ ອອສຕິນ ພາຍໃນທ້າຍເດືອນນີ້.

ສ່ວນພວກເຈົ້າໜ້າທີ່ຄົນອື່ນໆກໍພວມຊອກຫາຊ່ອງທາງ ທີ່ອາດແກ້ໄຂບັນຫາດັ່ງກ່າວ.

ທ່ານນາງອາແມນດາ ດໍຣີ ຮັກສາການລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນປະເທດສະ ຫະລັດ ຮັບຜິດຊອບໃນການວາງແຜນ ກ່າວຕໍ່ສະມາຊິກສະພາວ່າ “ການດຳເນີນງານພວມມີຂຶ້ນ ເພື່ອປັບສະພາບແວດລ້ອມທາງດ້ານຄວາມປອດໄພແລະພິຈາລະນາກ່ຽວກັບວ່າຈະສືບຕໍ່ນຳໃຊ້ຄວາມກົດດັນແບບໃດ.”

ທ່ານນາງກ່າວຕື່ມວ່າ “ສິ່ງທີ່ພວກຂ້າພະເຈົ້າສາມາດເວົ້າໄດ້ຈາກຂັ້ນຕອນຂອງການຕັດສິນໃຈ ທີ່ປະທານາທິບໍດີ ໄດ້ນຳພາດ້ວຍຄະນະທີມງານຄວາມໝັ້ນຄົງແຫ່ງຊາດນັ້ນ ກໍແມ່ນວ່າ ໄດ້ມີການພິຈາລະຈາແລ້ວ ກ່ຽວກັບຂອບເຂດ ຂອງເຫດການຕ່າງໆ ທີ່ອາດຈະເກີດຂຶ້ນ ຢູ່ໃນອັຟການິສຖານໃນອະນາຄົດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG