ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄສົກ ຂອງກອງທັບຊາດ ກ່າວວ່າ ປະທານາທິບໍດີອີດຣິສ ເດບີ ເສຍຊີວິດແລ້ວ ຮວມອາຍຸ ໄດ້ 68 ປີ


ປະທານາທິບໍດີຊາດ ທ່ານອີດຣິສ ເດບີ ອິດໂນ (ກາງ) ໄປລົງຄະແນນສຽງ ຢູ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນນະຄອນຫຼວງນະຈາເມນາ ເມື່ອວັນທີ 11 ເມສາ 2021.
ປະທານາທິບໍດີຊາດ ທ່ານອີດຣິສ ເດບີ ອິດໂນ (ກາງ) ໄປລົງຄະແນນສຽງ ຢູ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນນະຄອນຫຼວງນະຈາເມນາ ເມື່ອວັນທີ 11 ເມສາ 2021.

ກອງທັບຂອງຊາດ (Chad) ກ່າວວ່າ ປະທານາທິບໍດີ ອີດຣິສ ເດບີ (Idriss Deby ໄດ້ຖືກຂ້າຕາຍໃນການປະທະກັນກັບພວກກະບົດ ເຮັດໃຫ້ການກໍາອໍານາດເປັນເວລາ 30 ປີຂອງທ່ານ ຢູ່ໃນປະເທດທີ່ຕັ້ງຢູ່ໃນເຂດອາຟຣິກາກາງແຫ່ງນີ້ ສິ້ນສຸດລົງ.

ໃນການຖະແຫຼງທາງໂທລະພາບ ໃນຕອນແລງຂອງວັນອັງຄານວານນີ້ ໂຄສົກຂອງກອງທັບ ກ່າວວ່າ ທ່ານເດບີ ໄດ້ເສຍຊີວິດ ຍ້ອນບາດແຜທີ່ໄດ້ຮັບໃນລະ ຫວ່າງການເດີນທາງໄປຢ້ຽມພວກທະຫານຢູ່ເຂດແນວໜ້າ. ພວກກະບົດທີ່ຮູ້ກັນໃນຊື່ແນວໂຮມເພື່ອການປ່ຽນແປງແລະສ້າງຄວາມປອງດອງຊາດໄດ້ບຸກຄືບໜ້າຈາກພາກເໜືອຂອງປະເທດ ໄປສູ່ນະຄອນຫຼວງນະຈາເມນາ ເມື່ອສອງສາມມື້ທີ່ຜ່ານມານີ້.

ລັດຖະບານແລະສະພາແຫ່ງຊາດໄດ້ຖືກຍຸບແລະໂຄສົກຂອງກອງທັບ ທ່ານອາແຊັມ ແບກມັງດາວ ອາກູນາ (Azem Bermendao Agouna) ກ່າວວ່າ ສະພາປົກຄອງທະຫານ ຈະເຂົ້າກຳອຳນາດ ຢູ່ໃນປະເທດດັ່ງກ່າວ ເປັນເວລາ 18 ເດືອນ. ທ່ານກ່າວວ່າ ສະພາປົກຄອງທະຫານ ຈະນຳພາໂດຍ ນາຍພົນມະຫາໝັດ ອີດຣິສ ເດບີ ອິດໂນ ລູກຊາຍຂອງມື້ລາງທ່ານເດບີ ທີ່ມີອາຍຸ 37 ປີ.

ກະຊວງການຕ່າງປະເທດສະຫະລັດໄດ້ສະແດງຄວາມເສົ້າສະຫຼົດໃຈຕໍ່ປະຊາຊົນຊາວຊາດ ແລະກ່າວວ່າ ສະຫະລັດສະໜັບສະໜຸນ “ການໂອນອຳນາດແບບສັນຕິ ທີ່ຖືກຕ້ອງຕາມລັດຖະທຳມະນູນຂອງຊາດ.”

ຜູ້ບັນຊາການກຳລັງສະຫະລັດ ໃນທະວີບອາຟຣິກາ ນາຍພົນສຕີເວນ ທາວເຊັນ (Steven Townsend) ກ່າວໃນວັນອັງຄານວານນີ້ວ່າ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ການເສຍຊີວິດຂອງທ່ານເດບີ ຈະມີຄວາມໝາຍແນວໃດ ໃນຄວາມສຳພັນຂອງສະຫະລັດກັບປະເທດຊາດ ແຕ່ທ່ານກ່າວຕື່ມວ່າ ລູກຊາຍຂອງທ່ານເດບີ ກໍມີທ່າອຽງໄປສູ່ການມີຄວາມສຳພັນທີ່ດີກັບປະເທດຝຣັ່ງ ຊຶ່ງມີຖານທັບຢູ່ໃນປະເທດຊາດ ແລະກັບສະຫະລັດ.

ກ່ອນໜ້ານີ້ ກອງບັນຊາການກຳລັງສະຫະລັດໃນອາຟຣິກາ ກ່າວວ່າ ຕົນພວມ “ຕິດຕາມເບິ່ງການບຸກໂຈມຕີຂອງພວກກະບົດໃນປະເທດຊາດຢ່າງໃກ້ຊິດ” ໃນຂະນະທີ່ສະຖານທູດຂອງສະຫະລັດ ໃນນະຄອນຫຼວງນະຈາເມນາໄດ້ສັ່ງໃຫ້ພະນັກງານຂອງສະຖານທູດພາກັນຫລົບລີ້ຢູ່ໃນບ້ານໃນເຮືອນໂດຍກ່າວເຖິງຄວາມວຸ້ນວາຍທີ່ອາດຈະເກີດຂຶ້ນ.

ທ່ານອີດຣິສ ເດບີ ອາຍຸ 68​ ປີ ໄດ້ປົກຄອງຊາດ ນັບແຕ່ທ່ານໄດ້ເຂົ້າກໍາອໍານາດ ໃນການເຮັດລັດຖະປະຫານເມື່ອເດືອນທັນວາ ປີ 1990 ຊຶ່ງເຮັດໃຫ້ທ່ານກາຍເປັນນຶ່ງໃນຜູ້ນຳຂອງອາຟຣິກາ ທີ່ເຂົ້າຮັບໜ້າທີ່ດົນນານທີ່ສຸດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG