ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການສຳຫຼວດ ກ່າວວ່າ ໂຣກລະບາດ ໄວຣັສ ໂຄໂຣນາ ສ້າງຄວາມເສຍຫາຍ ໃຫ້ແກ່ອິດສະຫຼະພາບ ດ້ານການຂ່າວ


ກຳລັງຮັກສາຄວາມສະຫງົບຂອງອິນເດຍຄົນນຶ່ງ ທີ່ໃສ່ຊຸດປ້ອງກັນ ກວດຄົ້ນນັກຂ່າວ ທີ່ນະຄອນຫຼວງນິວເດລີ ເມື່ອວັນທີ 3 ກັນຍາ 2020.
ກຳລັງຮັກສາຄວາມສະຫງົບຂອງອິນເດຍຄົນນຶ່ງ ທີ່ໃສ່ຊຸດປ້ອງກັນ ກວດຄົ້ນນັກຂ່າວ ທີ່ນະຄອນຫຼວງນິວເດລີ ເມື່ອວັນທີ 3 ກັນຍາ 2020.

ອົງການນັກຂ່າວບໍ່ມີພົມແດນ ຫຼື RSF ກ່າວວ່າ ໂຣກລະບາດໄວຣັສໂຄໂຣນາ ໄດ້ຊ່ວຍໃນການຕັດຮອນອິດສະຫຼະພາບດ້ານການຂ່າວແລະພາໃຫ້ມີການເຜີຍແຜ່ຂ່າວປອມຫຼາຍຂຶ້ນ ໃນຂະນະທີ່ປະເທດຕ່າງໆ ທີ່ເປີດໂອກາດໃຫ້ມີ ການລາຍງານຂ່າວແບບບໍ່ມີການຄວບຄຸມນັ້ນ ມີຈຳນວນຫຼຸດລົງ. Lisa Bryant ນັກຂ່າວວີໂອເອ ມີລາຍລະອຽດເພີ້ມຕື່ມ ກ່ຽວກັບດັດຊະນີ ອິດສະຫຼະພາບດ້ານ​ການຂ່າວ ຂອງອົງການ RSF ທີ່ອອກ ໃນວັນອັງຄານວານນີ້ ຊຶ່ງໄພສານ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.


ດັດຊະນີອິດສະຫຼະພາບດ້ານການຂ່າວ ຂອງອົງການນັກຂ່າວບໍ່ມີພົມແດນຫຼື RSF ສະບັບຫຼ້າສຸດ ແມ່ນບໍ່ຄ່ອຍດີປານໃດກ່ຽວກັບສະພາບຂອງສື່ມວນຊົນໃນທຸກມື້ນີ້. ໃນຂະນະທີ່ບໍ່ມີຫຍັງຫຼາຍ ສະແດງໃຫ້ເຫັນວ່າ ໄດ້ມີປ່ຽນແປງຈາກ ປີທີ່ແລ້ວ ແຕ່ຮ່ອງຮອຍໂດຍທົ່ວໄປຂອງອິດສະຫຼະພາບດ້ານການຂ່າວຢູ່ໃນທົ່ວໂລກ ແມ່ນໄດ້ຫລຸດລົງຢ່າງຫຼວງຫຼາຍ ໃນໄລຍະສອງສາມປີທີ່ຜ່ານມານີ້.

ບັນດາປະເທດໃນເຂດນໍດິກ ພ້ອມກັບຄອສຕາຣິກາ ແມ່ນຕິດອັນດັບສູງ ຢູ່ໃນດັດຊະນີ ໂດຍທີ່ປະເທດນໍເວຕິດອັນດັບນຶ່ງເປັນປີທີ 5 ລຽນຕິດ. ເກົາຫຼີເໜືອ ອີກເທື່ອນຶ່ງ ຕິດອັນດັບເກືອບລາກທ້າຍ ຂອງຈຳນວນທັງໝົດ 180 ປະເທດ ພ້ອມກັບ ເຕີກເມນິສຖານ ຈີນ ແລະຈີບູຕີ.

ອົງການນັກຂ່າວບໍ່ມີພົມແດນພົບວ່າ ໃນລະດັບທີ່ສຳຄັນ ໂລກລະບາດໄວຣັສໂຄໂຣນາໄດ້ຊ່ວຍເຮັດໃຫ້ ມີການກົດຂີ່ ຮ້າຍແຮງຂຶ້ນຕື່ມ. ທ່ານນາງພອລລິນ ອາແດັສ-ເມແວລ ໂຄສົກຂອງອົງການນັກຂ່າວບໍ່ມີພົມແດນ ກ່າວວ່າ:

ດັດຊະນີຂອງປີນີ້ ຊຶ່ງໄດ້ມີການຊັ່ງຊາກ່ຽວກັບອິດສະຫຼະພາບດ້ານການຂ່າວຢູ່ໃນ 180 ປະເທດ ສະແດງໃຫ້ເຫັນວ່າ ນັກຂ່າວໜັງສືພິມແມ່ນເປັນຢາວັກຊີນທີ່ດີທີ່ສຸດຕ້ານເຊື້ອໄວຣັສບິດເບືອນຂໍ້ມູນ ໄດ້ຖືກສະກັດກັ້ນຢ່າງສິ້ນເຊີງ ຫຼືຢ່າງຮ້າຍແຮງຢູ່ໃນບາງປະເທດແລະປະກອບເປັນສາມສ່ວນສີ່ຂອງບັນດາປະເທດທີ່ພວກເຮົາໄດ້ຕິດຕາມເບິ່ງໃນທົ່ວໂລກ.

ຢູ່ບຣາຊີລແລະເວເນຊູເອລາ ຊຶ່ງຕິດອັນດັບທີ 111 ແລະ 148 ຕາມລຳດັບນັ້ນ ພວກຜູ້ນຳໄດ້ຊຸກຍູ້ໃຫ້ມີການປິ່ນປົວໂຄວິດ-19​ ໃນວິທີ ທີ່ບໍ່ໄດ້ຮັບການທົດສອບແລະການກ່າວອ້າງແບບຜິດໆ ກ່ຽວກັບເຊື້ອໄວຣັສດັ່ງກ່າວ. ແຕ່ແນວໃດກໍຕາມອົງການນັກຂ່າວບໍ່ມີພົມແດນໃຫ້ຂໍ້ສັງເກດວ່າ ມັນໄດ້ຖືກພິສູດໃຫ້ເຫັນວ່າບໍ່ເປັນຄວາມຈິງໂດຍພວກນັກຂ່າວສືບສວນ.

ຢູ່ໃນປະເທດຕ່າງໆເຊັ່ນອີຣ່ານ ອີຈິບ ແລະອາລຈີເຣຍ ພວກເຈົ້າໜ້າທີ່ໄດ້ປາບປາມພວກນັກຂ່າວ ຊຶ່ງໃນບາງກໍລະນີ ອົງການນັກຂ່າວບໍ່ມີພົມແດນ ກ່າວວ່າເພື່ອປົກປິດການເສຍຊີວິດເປັນຈຳນວນຫຼວງຫຼາຍຍ້ອນໂຄວິດ-19. ທ່ານນາງອາແດສ ເມແວລ ກ່າວວ່າ ລັດຖະບານຈຳນວນນຶ່ງໄດ້ກົດຂີ່ພວກນັກຂ່າວຍ້ອນເຫດຜົນທີ່ແຕກຕ່າງກັນ.

ເຖິງແມ່ນວ່າມີລັອກດາວຫຼືປິດປະເທດຢູ່ໃນທົ່ວໂລກກໍຈິງ ແຕ່ກໍມີພວກນັກຂ່າວໄດ້ຖືກໂຈມຕີເພີ້ມຂຶ້ນ ຕໍ່ພວກທີ່ເກັບກຳຂ່າວທາງພາກພື້ນດິນ ກ່ຽວກັບການປະທ້ວງ ພວກທີ່ເກັບກຳຂ່າວທາງພາກພື້ນດິນໄດ້ຖືກຈັບຫຼາຍຂຶ້ນເລື້ອຍໆ.

ໃນເຂດພາກຕາເວັນຕົກຂອງຢູໂຣບແລະອາເມຣິກາເໜືອແມ່ນໄດ້ຮັບຄະແນນດີຢູ່ໃນດັດຊະນີປີນີ້. ເຖິງຢ່າງນັ້ນ ຢູ່ປະເທດເຢຍຣະມັນ ບ່ອນທີ່ອົງການນັກຂ່າວບໍ່ມີພົມແດນໃຫ້ຂໍ້ສັງເກດວ່າ ມີພວກນັກຂ່າວໄດ້ຖືກໂຈມຕີປີກາຍນີ້ ໂດຍພວກຫົວຮຸນແຮງຈັດແລະທິດສະດີສົມຮູ້ຮ່ວມຄິດ ທີ່ໄດ້ເກີດຂຶ້ນຢູ່ໃນບາງບ່ອນ. ການຫລຸດລົງດັ່ງກ່າວ ໄດ້ເຮັດໃຫ້ອັນທີ່ອົງການນັກຂ່າວບໍ່ມີພົມແດນ ເອີ້ນວ່າ “ເຂດສີຂາວ” ຊຶ່ງເປັນເຂດທີ່ພວກນັກຂ່າວເງື່ອນໄຂທີ່ດີໃນການລາຍງານຂ່າວນັ້ນເຫຼືອຢູ່ບໍ່ພຽງເທົ່າໃດສິບປະເທດ.

ອົງການຂ່າວນັກຂ່າວບໍ່ມີພົມແດນ ຍັງໄດ້ສະແດງຄວາມເປັນຫ່ວງກ່ຽວກັບແນວໂນ້ມຢູ່ໃນທະວີບອາເມຣິກາ ບ່ອນທີ່ອິດສະຫຼະພາບດ້ານການຂ່າວ ໂດຍທົ່ວໄປແລ້ວແມ່ນພວມຊຸດໂຊມລົງ ພິເສດແມ່ນຢູ່ໃນສະຫະລັດ. ສື່ມວນຊົນຂອງສະຫະລັດຈຳນວນນຶ່ງໄດ້ອອກຂ່າວປອມກ່ຽວກັບເຊື້ອໄວຣັສໃນຂະນະທີ່ອີກຈຳນວນນຶ່ງບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ຂ່າວດັ່ງກ່າວ ແລະໃນປີ 2020 ໄດ້ມີການສັງເກດເຫັນ ມີພວກນັກຂ່າວຖືກໂຈມຕີ ຫຼືຖືກຈັບເພີ້ມຂຶ້ນ.

ສ່ວນຢູ່ທະວີບອາຟຣິກາມີການມອງເຫັນວ່າມີພາບທີ່ປະສົມປະສານກັນ. ບູຣຸນດີ ຊີແອຣາເລອອນ ແລະມາລີ ໄດ້ໄຕ່ຂຶ້ນໄປສູ່ລະດັບທີ່ສູງຂຶ້ນຢູ່ໃນດັດຊະນີອິດສະຫຼະພາບດ້ານການຂ່າວ ແຕ່ເອທິໂອເປຍ ແມ່ນເຕັມໄປດ້ວຍບັນຫາຂັດແຍ້ງ ຢູ່ໃນເຂດໄທເກຣ ໄດ້ຕົກລົງ 2 ຂີດຕິດອັນດັບທີ 101.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG