ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ເອີ້ນການເສີມກຳລັງ ຂອງຣັດເຊຍ ທີ່ຊາຍແດນຢູເຄຣນວ່າ ໃຫຍ່ກວ່າປີ 2014


ທະຫານຢູເຄຣນຄົນນຶ່ງ ປະຈຳການຢູ່ໃນເຂດແນວໜ້າ ໃກ້ໆກັບພວກກະບົດນິຍົມຣັດເຊຍ ໃນບໍລິເວນເມືອງໂດແນັດ ເມື່ອວັນທີ 19 ເມສາ 2021.
ທະຫານຢູເຄຣນຄົນນຶ່ງ ປະຈຳການຢູ່ໃນເຂດແນວໜ້າ ໃກ້ໆກັບພວກກະບົດນິຍົມຣັດເຊຍ ໃນບໍລິເວນເມືອງໂດແນັດ ເມື່ອວັນທີ 19 ເມສາ 2021.

ສະຫະລັດມີຄວາມເປັນຫ່ວງກັງວົນຄືນອີກ ກ່ຽວກັບການຊ້ອມລົບທາງທະຫານຂອງຣັດເຊຍຢູ່ຕາມຊາຍແດນທີ່ຕິດກັບຢູເຄຣນ ໂດຍກ່າວຫາມົສກູວ່າ ໄດ້ເສີມກຳລັງທະຫານຢູ່ໃນເຂດດັ່ງກ່າວ ໃຫຍ່ກວ່າເວລາທີ່ຣັດເຊຍໄດ້ບຸກເຂົ້າຍຶດເອົາແຫຼມໄຄຣເມຍ ເມື່ອ 7 ປີກ່ອນ.

ທ່ານຈອນ ເຄີບີ ໂຄສົກຂອງທຳນຽບຫ້າແຈກ່າວຕໍ່ພວກນັກຂ່າວໃນວັນຈັນວານນີ້ວ່າ “ແນ່ນອນມັນໃຫຍ່ກວ່າໃນເວລານັ້ນ” ແລະທ່ານເອີ້ນການເສີມກຳລັງຂອງທະຫານຣັດເຊຍ ທີ່ຍັງດຳເນີນຢູ່ຕໍ່ໄປໃນເວລານີ້ວ່າ “ໜ້າເປັນຫ່ວງແທ້ໆ.”

ທ່ານຈອນ ເຄີບີ ກ່າວວ່າ “ໂດຍທົ່ວໄປແລ້ວ ພວກເຮົາຍັງສືບຕໍ່ເຫັນວ່າ ມີການເສີມກຳລັງທະຫານເພີ້ມຂຶ້ນ. ແນ່ນອນ ພວກເຮົາໄດ້ຍິນການປະກາດ ຂອງຣັດເຊຍທີ່ເວົ້າວ່າ ທັງໝົດນີ້ ແມ່ນການຝຶກແອບ. ມັນຍັງບໍ່ທັນເປັນທີ່ຈະແຈ້ງສຳລັບພວກເຮົາເທື່ອວ່າ ແມ່ນຫຍັງຄືຈຸດປະສົງທີ່ແທ້ຈິງ.”

ການກ່າວຢ້ຳຂອງທຳນຽບຫ້າແຈ ແມ່ນມີການປ່ຽນແປງເລັກນ້ອຍຈາກຖະແຫຼງ ການສະບັບກ່ອນໆ ເວລາທຳນຽບຫ້າແຈກ່າວວ່າ ການເສີມກຳລັງຂອງຣັດເຊຍແມ່ນໃຫຍ່ສຸດນັບແຕ່ການຮຸກຮານຂອງຣັດເຊຍເຂົ້າໄປໃນແຫຼມໄຄຣເມຍເມື່ອປີ 2014 ແລະກໍໄດ້ຕິດຕາມດ້ວຍການຊັ່ງຊາໃນດ້ານຂ່າວກອງ ທີ່ຄ້າຍຄືກັນຂອງເຈົ້າໜ້າທີ່ສະຫະພາບຢູໂຣບ ທີ່ກ່າວວ່າ ເວລານີ້ມີທະຫານຣັດເຊຍຢູ່ໃນບໍລິເວນດັ່ງກ່າວຫຼາຍກວ່າ 100,000 ຄົນ.

ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ ທ່ານໂຈເຊັຟ ບໍແຣລ (Joseph Borell) ກ່າວໃນເຊົ້າວັນຈັນວານນີ້ວ່າ “ມັນເປັນການເສີມກຳລັງທີ່ໃຫຍ່ທີ່ສຸດຂອງກອງທັບຣັດເຊຍ ຢູ່ໃນບໍລິເວນຊາຍແດນຂອງຢູເຄຣນເທົ່າທີ່ເຄີຍມີມາ.”

ທ່ານບໍແຣລກ່າວຕື່ມວ່າ “ຄວາມສ່ຽງ ຕໍ່ການເສີມກຳລັງເພີ້ມຂຶ້ນ ແມ່ນເຫັນໄດ້ແຈ້ງ” ແລະທ່ານໄດ້ກ່າວຫາຣັດເຊຍວ່າ “ໄດ້ສົ່ງໂຮງໝໍສະໜາມເຂົ້າປະຈຳທີ່ ແລະອຸບປະກອນຕ່າງໆໃນການເຮັດສົງຄາມ” ຢູ່ໃນຂົງເຂດ.

ໃນອາທິດແລ້ວນີ້ ນາຍພົນກອງທັບອາກາດ ທັອດ ວອລເຕີສ໌ (Tod Wolters) ຜູ້ບັນຊາການກຳລັງສະຫະລັດໃນຢູໂຣບ ກ່າວຕໍ່ສະມາຊິກລັດຖະສະພາຂອງສະ ຫະລັດວ່າ ເບິ່ງຄືວ່າການເຄື່ອນໄຫວ ໃນການສົ່ງກຳລັງສະໜັບສະໜຸນຂອງຣັດເຊຍ “ເຖິງລະດັບທີ່ຢູ່ຕົວແລ້ວ” ໂດຍເອີ້ນຄວາມສ່ຽງໃນການບຸກໂຈມຕີຂອງຣັດເຊຍ ພາຍໃນອາທິດເຄິ່ງຂ້າງໜ້ານີ້ວ່າ “ຢູ່ໃນລະດັບຕ່ຳຫາປານກາງ.”

ແຕ່ແນວໃດກໍຕາມ ສະຫະລັດແລະບັນດາປະເທດພັນທະມິດຕາເວັນຕົກ ຍັງສືບ ຕໍ່ຮຽກຮ້ອງໃຫ້ຣັດເຊຍ “ຢຸດເຊົາການທ້າທາຍເກາະຜິດຂອງພວກເຂົາ” ແລະລົດ ຜ່ອນຄວາມເຄັ່ງຕຶງລົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG