ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ກ່າວຕໍ່ສະມາຊິກສະພາວ່າ ທ່ານເປີດກວ້າງ ຕໍ່ການປະນີປະນອມ ກ່ຽວກັບແຜນການພື້ນຖານໂຄງລ່າງ


ປະທານາທິບໍດີໂຈ ໄບເດັນ ພົບປະກັບລັດຖະມົນຕີຂົນສົ່ງ ທ່ານພີດ ບູດີເຈັກ (ຊ້າຍ) ແລະສະມາຊິກສະພາ ເພື່ອປຶກສາຫາລືກ່ຽວກັບແຜນການສ້າງວຽກການເຮັດຂອງທ່ານ ທີ່ທຳນຽບຂາວ ເມື່ອວັນທີ 19 ເມສາ 2021.
ປະທານາທິບໍດີໂຈ ໄບເດັນ ພົບປະກັບລັດຖະມົນຕີຂົນສົ່ງ ທ່ານພີດ ບູດີເຈັກ (ຊ້າຍ) ແລະສະມາຊິກສະພາ ເພື່ອປຶກສາຫາລືກ່ຽວກັບແຜນການສ້າງວຽກການເຮັດຂອງທ່ານ ທີ່ທຳນຽບຂາວ ເມື່ອວັນທີ 19 ເມສາ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວຕໍ່ສະມາຊິກລັດຖະສະພາກຸ່ມນຶ່ງທີ່ມາຈາກທັງສອງພັກການເມືອງ ໃນລະຫວ່າງການພົບປະທີ່ຫ້ອງການຢູ່ທຳນຽບຂາວໃນວັນຈັນວານນີ້ ກ່ຽວກັບຂໍ້ສະເໜີສ້າງວຽກເຮັດງານທຳແລະພື້ນຖານໂຄງລ່າງມູນຄ່າ 2 ພັນຕື້ໂດລາໂດຍເວົ້າວ່າ “ຂ້າພະເຈົ້າເຕັມໃຈຕໍ່ການປະນີປະນອມກັນ.”

ປະທານາທິບໍດີໄບເດັນ ກ່າວຕໍ່ບັນດາສະມາຊິກລັດຖະສະພາ ຜູ້ຊຶ່ງກ່ອນໜ້ານີ້ເຄີຍຮັບຕຳແໜ່ງເປັນຜູ້ປົກຄອງລັດ ຫຼືບໍ່ກໍຜູ້ປົກຄອງເມືອງຕ່າງໆມາກ່ອນໂດຍເວົ້າວ່າ “ແນ່ອນ ຂ້າພະເຈົ້າໄດ້ບັນຈຸຫຼາຍສິ່ງຫຼາຍຢ່າງຢູ່ໃນໂຄງການນີ້ ແລະຂ້າພະເຈົ້າຄິດວ່າທຸກໆຢ່າງຄວນຮວມຢູ່ນຳດ້ວຍ.”

ທ່ານໄບເດັນຮັບຮູ້ວ່າ ຄຳຖາມທີ່ສຳຄັນກໍແມ່ນວ່າ “ຈະຈ່າຍເງິນສຳລັບໂຄງການນີ້ແບບໃດ.”

ການພົບປະໃນວັນຈັນວານນີ້ແມ່ນເທື່ອທີສອງທີ່ປະທານາທິບໍດີໄດ້ເປັນເຈົ້າພາບຕ້ອນຮັບທັງສະມາຊິກສະພາຂອງພັກເດໂມແຄຣັດແລະຣີພັບບລີກັນ ໂດຍຫວັງວ່າຈະສະເໜີຮ່າງກົດໝາຍກ່ຽວກັບພື້ນຖານໂຄງລ່າງ ທີ່ຈະໄດ້ຮັບການສະໜັບສະໜຸນຈາກທັງສອງພັກການເມືອງ ຢູ່ໃນສະພາຕ່ຳ ແລະສະພາສູງ.

ທຳນຽບຂາວ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ທີ່ອອກລຸນຫຼັງການພົບປະກັນ ໂດຍເວົ້າວ່າ “ບັນດາສະມາຊິກສະພາ ໄດ້ພົວພັນໃນການແລກປ່ຽນຄວາມຄິດຄວາມເຫັນແບບມີໝາກຜົນ ຮວມທັງອົງປະກອບຂອງໂຄງການ ແລະຈະເອົາເງິນຈາກໃສມາຈ່າຍ. ປະທານາທິບໍດີໄບເດັນໄດ້ຂໍຄວາມເຫັນ ຫຼືຂໍ້ມູນຢ້ອນກັບ ຂອງພວກເຂົາເຈົ້າ ແລະການຫາລືເພື່ອຕິດຕາມເບິ່ງຂໍ້ສະເໜີໃນການພົບປະກັນ ໃນຂະນະທີ່ເນັ້ນໜັກວ່າ ການບໍ່ເຮັດຫຍັງນັ້ນ ບໍ່ແມ່ນທາງເລືອກ.”

ສະມາຊິກພັກຣີພັບບລີກັນບາງຄົນໄດ້ຕ້ອງຕິແຜນການສ້າງວຽກການໃຫ້ແກ່ຊາວອາເມຣິີກັນຂອງປະທານາທິບໍດີນັ້ນວ່າ ແພງແລະກວ້າງເກີນໄປ ແລະກາຍຂໍ້ຈຳກັດທີ່ເຄີຍມີມາໃນອະດີດສຳລັບພື້ນຖານໂຄງລ່າງ. ສະມາຊິກລັດຖະສະພາຝ່າຍຄ້ານ ໂດຍທົ່ວໄປແລ້ວແມ່ນບໍ່ເຫັນພ້ອມ ກັບການຂຶ້ນພາສີຕໍ່ບໍລິສັດຕ່າງໆ ຈາກ 21 ຫາ 28 ເປີເຊັນ ດັ່ງທີ່ທ່ານໄບເດັນປະສົງຢາກຈະເຮັດນັ້ນ.

ໃນຂະນະທີ່ຂໍ້ສະເໜີມູນຄ່າ 2 ພັນຕື້ໂດລາຂອງທ່ານໄບເດັນ ຊຶ່ງບໍ່ໄດ້ກ່າວເຖິງເລື້ອງໃດເລື້ອງນຶ່ງຢ່າງເປັນການສະເພາະເຈາະຈົງນັ້ນແມ່ນຈະໃຫ້ທຶນສະໜັບສະໜຸນຕໍ່ການສ້າງທາງແລະຂົວຕ່າງໆ ແລະນອກນັ້ນແລ້ວຍັງຈະຮວມທັງໂຄງການຊ່ວຍບັນເທົາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະຂະຫຍາຍການຮັກສາສຸຂະພາບຢູ່ຕາມບ້ານເຮືອນແລະປະຊາຄົມຕ່າງໆນຳດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG