ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຄົມຊາວຊິກ ຮຽກຮ້ອງໃຫ້ປະຕິຮູບ ການຄອບຄອງອາວຸດປືນ ຫຼັງການຍິງສັງຫານ ທີ່ບໍລິສັດເຟດເດັກ


ທ່ານນາງ Aasees Kaur ຜູ້ຕາງໜ້າດ້ານກົດໝາຍ ແລະຜູ້ຈັດການອົງການບໍລິການປະຊາຄົມແນວໂຮມຊາວຊິກ ອ່ານຖະແຫຼງການກ່ຽວກັບການຍິງສັງຫານທີ່ສາງເກັບເຄື່ອງບໍລິສັດເຟດເດັກ ຢູ່ນະຄອນອິນເດຍນາໂພລິສ ເມື່ອວັນທີ 17 ເມສາ 2021.
ທ່ານນາງ Aasees Kaur ຜູ້ຕາງໜ້າດ້ານກົດໝາຍ ແລະຜູ້ຈັດການອົງການບໍລິການປະຊາຄົມແນວໂຮມຊາວຊິກ ອ່ານຖະແຫຼງການກ່ຽວກັບການຍິງສັງຫານທີ່ສາງເກັບເຄື່ອງບໍລິສັດເຟດເດັກ ຢູ່ນະຄອນອິນເດຍນາໂພລິສ ເມື່ອວັນທີ 17 ເມສາ 2021.

ສະມາຊິກຂອງປະຊາຄົມຊິກໃນນະຄອນອິນເດຍນາໂພລິສ ທີ່ມີຄວາມປຸ້ມລຸມສາ ມັກຄີໃຫ້ການສະໜັບສະໜຸນຊຶ່ງກັນແລະກັນໄດ້ເຂົ້າຮ່ວມກັບພວກເຈົ້າໜ້າທີ່ຮຽກ ຮ້ອງໃຫ້ມີການປະຕິຮູບເລື້ອງອາວຸດປືນໃນມື້ວັນເສົາແລ້ວ ຫຼັງຈາກພວກເຂົາເຈົ້າໄດ້ໄວ້ທຸກໃຫ້ແກ່ສະມາຊິກຊາວຊິກ 4 ຄົນ ທີ່ຮວມຢູ່ໃນຈຳນວນທັງໝົດ​ 8 ຄົນທີ່ຖືກຂ້າຕາຍ ໃນການຍິງສັງຫານໝູ່ ທີ່ສາງເກັບເຄື່ອງ ຂອງບໍລິສັດ ເຟັດເດັກ (FedEx.)

ໃນພິທີ ທີ່ມີ 200 ກວ່າຄົນເຂົ້າຮ່ວມຢູ່ທີ່ສວນສາທາລະນະນະຄອນອິນເດຍນາໂພລິສໃນຕອນແລງຂອງມື້ວັນເສົາທີ່ຜ່ານມານີ້ ທ່ານນາງອາຊີສ໌ ກາວເອີ (Aasees Kaur) ທີ່ເປັນຜູ້ຕາງໜ້າໃຫ້ແກ່ກຸ່ມແນວໂຮມຊາວຊິກ ໄດ້ຢືນຖະແຫຼງຄຽງຂ້າງເຈົ້າຄອງນະຄອນອິນເດຍນາໂພລິສແລະເຈົ້າໜ້າທີ່ ທີ່ຖືກເລືອກເຂົ້າຮັບຕຳແໜ່ງທວງໃຫ້ມີການເອົາມາດຕະການ ທີ່ຈະປ້ອງກັນ ບໍ່ໃຫ້ມີການໂຈມຕີໃນທຳນອງນີ້ເກີດຂຶ້ນອີກ.

ທ່ານນາງກາວເອີ້ ກ່າວວ່າ “ພວກເຮົາຕ້ອງໃຫ້ການສະໜັບສະໜຸນ ຊຶ່ງກັນແລະກັນ ບໍ່ພຽງແຕ່ໄວ້ທຸກເທົ່ານັ້ນ ແຕ່ໃນຮຽກຮ້ອງໃຫ້ພວກກຳນົດນະໂຍບາຍຂອງພວກເຮົາ ແລະພວກເຈົ້າໜ້າທີ່ໆໄດ້ຮັບເລືອກ ທຳການປ່ຽນແປງທີ່ມີຄວາມໝາຍ. ເວໃນການປ່ຽນແປງ ບໍ່ແມ່ນໃນອະນາຄົດແຕ່ແມ່ນດຽວນີ້. ພວກເຮົາໄດ້ປະເຊີນກັບໂສກນາດຕະກຳທີ່ຫຼາຍໄປໂພດແລ້ວ ຊ້າໄປໂພດແລ້ວໃນຂະນະທີ່ດຳເນີນການ ເຊັ່ນນັ້ນ.”

ການໂຈມຕີດັ່ງກ່າວແມ່ນຄວາມເສຍຫາຍອີກຢ່າງນຶ່ງຕໍ່ປະຊາຊົນເອເຊຍອາເມຣິກັນ ນຶ່ງເດືອນຫຼັງຈາກເຈົ້າໜ້າທີ່ກ່າວວ່າ ມີຄົນເຊື້ອສາຍເອເຊຍ 6 ຄົນໄດ້ຖືກຂ້າຕາຍໂດຍມືປືນ ໃນເຂດນະຄອນແອັດແລນຕາ ແລະທ່າມກາງການໂຈມຕີທີ່ພວມເກີດຂຶ້ນຕໍ່ຊາວອາເມຣິກັນເຊື້ອສາຍເອເຊຍໃນລະຫວ່າງທີ່ເກີດໂຣກລະບາດໄວຣັສໂຄໂຣນາຢູ່ນີ້.

ປະມານ 90 ເປີເຊັນຂອງພວກຄົນງານ ທີ່ສາງເກັບເຄື່ອງບໍລິສັດເຟດເດັກໃກ້ໆສະໜາມບິນສາກົນນະຄອນນະຄອນອິນເດຍນາໂພລິສນັ້ນ ເປັນສະມາຊິກຂອງປະຊາຄົມຊາວຊິກໃນເຂດທ້ອງຖິ່ນ ອີງຕາມການເປີດເຜີຍຂອງຕຳຫຼວດໃນມື້ວັນສຸກທີ່ຜ່ານມາ.

ທ່ານໄຄຣານ ດີອອລ (Kiral Deol) ທີ່ໄປຮ່ວມໃນພິທີໃຫ້ການສະໜັບສະໜຸນຕໍ່ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກການຍິງສັງຫານ ກ່າວວ່າ ຊ່ອງຫວ່າງທາງດ້ານກົດໝາຍ ທີ່ເຮັດໃຫ້ການເປັນງ່າຍສຳລັບສ່ວນບຸກຄົນງສາມາດຊື້ປືນໄດ້ນັ້ນ “ຈຳເປັນຕ້ອງໄດ້ອັດລົງດຽວນີ້” ແລະທ່ານກ່າວຢ້ຳອີກວ່າ ທຸກຄົນທີ່ພະຍາຍາມຈະຊື້ອາວຸດປືນຕ້ອງໄດ້ມີການກວດປະຫວັດກ່ອນ.”

ທ່ານດີອອລ ກ່າວວ່າ “ການກໍ່ຄວາມຮຸນແຮງດ້ວຍປືນ ແມ່ນເປັນທີ່ຮັບເອົາບໍ່ໄດ້ຈົ່ງເບິ່ງວ່າແມ່ນຫຍັງໄດ້ເກີດຂຶ້ນ.. ມັນຕ້ອງໄດ້ຍຸຕິລົງ. ພວກເຮົາຕ້ອງການຫຼາຍໄປກວ່າການປະຕິຮູບ ພວກເຮົາຕ້ອງການກົດໝາຍປືນ ທີ່ຍາກ ແລະເຂັ້ມແຂງກວ່າເກົ່າ ເພື່ອວ່າໃຫ້ມີການແຕ່ບຸກຄົນທີ່ມີຄວາມຮັບຜິດຊອບເທົ່ານັ້ນ ສາມາດມີອາວຸດປືນໄດ້. ນັ້ນຄືສິ່ງທີ່ພວກເຮົາຕ້ອງການຢາກຈະນຳມາເພື່ອສ້າງຄວາມຕື່ນຕົວ.”

ທ່ານກາວເອີ້ ເວົ້າວ່າ “ໃນຂະນະທີ່ພວກເຮົາຍັງບໍ່ທັນຮູ້ໄດ້ເຖິງຈຸດປະສົງຂອງມືປືນ ລາວໄດ້່ແນເປົ້າໝາຍໃສ່ສະຖານທີ່ຊຶ່ງເປັນທີ່ຮູ້ກັນດີວ່າ ມີຊາວຊິກຈຳນວນຫຼວງຫຼາຍເຮັດວຽກເຮັດການຢູ່.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG