ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານໄບເດັນ ເຄື່ອນໄຫວ ເພື່ອຫຼຸດຜ່ອນ ການກໍ່ຄວາມຮຸນແຮງດ້ວຍປືນ ໃນສະຫະລັດ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວທີ່ສວນດອກກຸຫຼາບ ຂອງທຳນຽບຂາວ ກ່ຽວກັບການກໍ່ຄວາມຮຸນແຮງດ້ວຍປືນ ເມື່ອວັນທີ 8 ເມສາ 2021.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວທີ່ສວນດອກກຸຫຼາບ ຂອງທຳນຽບຂາວ ກ່ຽວກັບການກໍ່ຄວາມຮຸນແຮງດ້ວຍປືນ ເມື່ອວັນທີ 8 ເມສາ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ປະກາດວ່າ ຄວາມຮຸນແຮງຈາກການໃຊ້ປືນ “ເຮັດໃຫ້ຊື່ສຽງຂອງພວກເຮົາດ່າງພ້ອຍ ໃນຖານະທີ່ເປັນປະເທດຊາດ” ໃນວັນພະຫັດວານນີ້ ໂດຍສັ່ງໃຫ້ເພີ້ມກົດລະບຽບ ຕໍ່ອາວຸດປືນບາງຊະນິດ ແລະກົດດັນໃຫ້ສະພາ ຟື້ນຟູຂໍ້ຫ້າມ ກ່ຽວກັບການນຳໃຊ້ອາວຸດສົງຄາມທີ່ໝົດອາຍຸໄປແຕ່ດົນນານແລ້ວນັ້ນ.

ທ່ານໄບເດັນ ກ່າວຕໍ່ແຂກທີ່ໄປຮ່ວມໃນພິທີ ຊຶ່ງເປັນສະມາຊິກສະພາແລະປະຊາ ຊົນທີ່ໄດ້ຮັບຜົນກະທົບຈາກການກໍ່ຄວາມຮຸນແຮງຍ້ອນປືນ ໂດຍເວົ້າວ່າ “ຄວາມຮຸນແຮງຍ້ອນປືນຢູ່ໃນປະເທດນີ້ ແມ່ນເປັນໂຣກລະບາດ ແລະກໍເປັນຄວາມອັບອາຍ ລະຫວ່າງປະເທດນຳດ້ວຍ.”

ທ່ານກ່າວວ່າ ໃນຂະນະທີ່ການຍິງສັງຫານຂະໜາດໃຫຍ່ເພີ້ມຂຶ້ນຢູ່ນີ້ ສະມາຊິກສະພາ “ໄດ້ໃຫ້ຄວາມຄິດຄວາມເຫັນຫຼາຍສິ່ງຫຼາຍຢ່າງແລະກໍສວດມົນພາວະນາ ແຕ່ພວກທ່ານກໍບໍ່ໄດ້ຮັບຜ່ານກົດໝາຍໃໝ່ຂອງລັດຖະບານກາງແມ່ນແຕ່ພຽງສະ ບັບດຽວ ເພື່ອຫຼຸດຜ່ອນຄວາມຮຸນແຮງຍ້ອນປືນ. ພໍແລ້ວສຳລັບການສວດມົນພາວະນາ ມັນແມ່ນເວລາສຳລັບການເອົາມາດຕະການ.”

ທ່ານໄບເດັນໄດ້ທຳການສະເໜີ ຫຼັງຈາກມີການຍິງສັງຫານຂະໜາດໃຫຍ່ເກີດຂຶ້ນຫຼາຍຄັ້ງ ຮວມທັງການໂຈມຕີພາຍໃນນຶ່ງອາທິດ ທີ່ໄດ້ສັງຫານ 8 ຄົນຢູ່ທີ່ບ່ອນອາບອົບນວດ ໃນນະຄອນແອັນແລນຕາ ລັດຈໍເຈຍຊຶ່ງຕັ້ງຢູ່ທາງພາກໃຕ້ຂອງສະຫະລັດ ແລະການສັງຫານ 10 ຄົນທີ່ຮ້ານຂາຍເຄື່ອງທີ່ເມືອງບູລເດີໃນລັດໂຄໂລຣາໂດ ທາງພາກຕາເວັນຕົກຂອງສະຫະລັດ.

ທ່ານໄບເດັນເດັນກ່າວວ່າ “ນີ້ແມ່ນໂຣກລະບາດ ຂໍຈົ່ງກະລຸນາ ມັນຕ້ອງໄດ້ຢຸດເຊົາ.”

ທ່ານໄບເດັນໄດ້ສັ່ງໃຫ້ກະຊວງຍຸຕິທຳອອກກົດລະບຽບ “ເພື່ອຢຸດການແຜ່ຜາຍ” ໃນອັນທີ່ພວກເຈົ້າໜ້າທີ່ປະຕິບັດກົດໝາຍເອີ້ນວ່າ “ປືນຜີິ” ຊຶ່ງເປັນປືນທີ່ເຮັດຫຼືປະກອບຂຶ້ນເອງ ທີ່ບໍ່ມີເລກທະບຽນ ຊຶ່ງເຮັດໃຫ້ເປັນການຍາກສຳລັບຕຳຫຼວດທີ່ຈະຕາມຫາຜູ້ເປັນເຈົ້າຂອງເວລາອາວຸດດັ່ງກ່າວໄດ້ຖືກນຳໃຊ້ໃນການກໍ່ອາຊະຍາກຳ.

ປືນບາງຊະນິດສາມາດເຮັດຫຼືປະກອບເຂົ້າກັນໂດຍໃຊ້ອຸບປະກອບແລະຊິ້ນສ່ວນທີ່ສາມາດສັ່ງຊື້ທາງອອນລາຍນ໌ ພາຍໃນເວລາພຽງເຄິ່ງຊົ່ວໂມງເທົ່ານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG