ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງຮັກສາຄວາມປອດໄພ ຂອງມຽນມາ ສັງຫານພວກປະທ້ວງ 11 ຄົນ ທີ່ເມືອງກາໄລ


ຕຳຫຼວດຍິງລະເບີດນ້ຳຕາເຂົ້າໃສ່ພວກປະທ້ວງ ຕໍ່ຕ້ານການເຮັດລັດຖະປະຫານຂອງພວກທະຫານ ທີ່ເມືອງກາໄລ ເມື່ອວັນທີ 2 ມີນາ 2021.
ຕຳຫຼວດຍິງລະເບີດນ້ຳຕາເຂົ້າໃສ່ພວກປະທ້ວງ ຕໍ່ຕ້ານການເຮັດລັດຖະປະຫານຂອງພວກທະຫານ ທີ່ເມືອງກາໄລ ເມື່ອວັນທີ 2 ມີນາ 2021.

ກຳລັງຮັກສາຄວາມປອດໄພ ຂອງມຽນມາ ໄດ້ສັງຫານພົນລະເຮືອນຢ່າງໜ້ອຍ 11 ຄົນ ແລະໄດ້ຮັບບາດເຈັບອີກ 10 ຄົນ ໃນວັນພຸດວານນີ້ ເວລາພວກເຂົາເຈົ້າໄດ້ຍິງປືນເຂົ້າໃສ່ພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ເມືອງກາໄລ (Kalay) ໃນພາກຕາເວັນຕົກສຽງເໜືອຂອງປະເທດ ອີງຕາມລາຍງານຂ່າວທີ່ພະແນກພາ ສາມຽນມາ ຂອງວີໂອເອໄດ້ຮັບ.

ຜູ້ຈັດການໂຮມຊຸມນຸມປະທ້ວງຄົນນຶ່ງກ່າວຕໍ່ພະແນກພາສາມຽນມາວ່າ ທະຫານທີ່ໄດ້ຮັບຄຳສັ່ງໃຫ້ຍ້າຍເຄື່ອງກີດຂວາງທີ່ຕັ້ງຂຶ້ນໂດຍພວກປະທ້ວງອອກນັ້ນໄດ້ຍິງປືນແບບບໍ່ເລືອກໜ້າເຂົ້າໃສ່ພວກປະທ້ວງທີ່ທວງໃຫ້ລັດຖະບານພົນລະເຮືອນຂອງທ່ານນາງອອງຊານ ຊູຈີ ກັບຄືນເຂົ້າກຳອຳນາດ.

ຜູ້ຈັດການໂຮມຊຸມນຸມປະທ້ວງ ກ່າວວ່າ ພວກປະທ້ວງທີ່ບໍ່ຊາບຈຳນວນຄັກແນ່ ຊຶ່ງບາງຄົນມີອາວຸດທີ່ເຮັດຂຶ້ນເອງໄດ້ຖືກຈັບ ຢູ່ໃນເມືອງທີ່ຮູ້ກັນດີວ່າໄດ້ຕ້ານຢັນກອງກຳລັງຂອງລັດຖະບານຢ່າງແຂງຂັນ.

ວີດີໂອກ່ຽວກັບການບຸກໂຈມຕີໃນຕອນເຊົ້າມືດແມ່ນຮວມທັງສຽງປືນ ແລະສຽງລະເບີດມື. ການລົງຂ່າວທາງສື່ສັງຄົມແຈ້ງວ່າ ມີການຍິງຈະຫຼວດໄຮ້ແຮງສະທ້ອນເຂົ້າໃສ່ນຳດ້ວຍ.

ຊາວໜຸ່ມຄົນນຶ່ງທີ່ອາໄສຢູ່ໃນເມືອງກາໄລແລະໄດ້ຫລົບໜີການຈັບກຸມ ກ່າວຕໍ່ວີໂອເອວ່າ ກຳລັງຮັກສາຄວາມປອດໄພໄດ້ຍິງຈະຫຼວດໄຮ້ແຮງສະທ້ອນບໍ່ຕໍ່າກວ່າ 20 ລູກເຂົ້າໃສ່ ເພື່ອທໍາລາຍເຄື່ອງກີດຂວາງດັ່ງກ່າວ ແລະກໍຍິງລູກປືນແທ້ເຂົ້າໃສ່ພວກປະທ້ວງ.

ພວກປະທ້ວງທີ່ເມືອງກາໄລ ຊຶ່ງມີປືນລ່າສັດ ເປັນອາວຸດ ແລະໄດ້ຈັດຕັ້ງທີ່ໝັ້ນຂອງຕົນຂຶ້ນ ຢູ່ຕາມຄຸ້ມບ້ານຕ່າງໆ ໄດ້ເຮັດໃຫ້ກຳລັງຮັກສາຄວາມປອດໄພຈຳນວນນຶ່ງ ໄດ້ຮັບບາດເຈັບ ໃນການບຸກໂຈມຕີຕອນຕົ້ນໆຢູ່ທີ່ເມືອງດັ່ງກ່າວແລະໝູ່ບ້ານທີ່ຕັ້ງຢູ່ໃກ້ຄຽງ ເມື່ອວັນທີ 28 ມີນາຜ່ານມາ ອີງຕາມອົງການຂ່າວມຽນມານາວ (Myanmar Now.)

ພວກປະທ້ວງໄດ້ພາກັນຈັດຕັ້ງໃນອັນທີ່ພວກເຂົາເຈົ້າເອີ້ນວ່າ “ກອງທັບພົນລະເຮືອນແຫ່ງເມືອງກາໄລ” ຂຶ້ນ ຊຶ່ງເຮັດໃຫ້ທະຫານຂອງລັດຖະບານ ໄດ້ຮັບບາດເຈັບຫຼາຍຂຶ້ນໃນມື້ຕໍ່ມາ ອີງຕາມອົງການຂ່າວທາງອອນລາຍນ໌ດັ່ງກ່າວ.

ການໂຈມຕີໃນວັນທີ 28 ມີນາ ມີຂຶ້ນນຶ່ງມື້ ຫຼັງຈາກທະຫານລັດຖະບານໄດ້ສັງຫານພົນລະເຮືອນ​ຫຼາຍກວ່າ 110 ຄົນໃນທົ່ວປະເທດມຽນມາ ຊຶ່ງເປັນຈຳນວນຜູ້ເສຍຊີວິດທີ່ສູງສຸດ ພາຍໃນເວລານຶ່ງມື້ ນັບຕັ້ງແຕ່ໄດ້ມີການກໍ່ລັດຖະປະຫານຂອງພວກທະຫານເມື່ອວັນທີ 1 ກຸມພາຜ່ານມາ ຊຶ່ງໄດ້ໂຄ່ນລົ້ມ ລັດຖະບານທີ່ຖືກຂຶ້ນມາແບບປະຊາທິປະໄຕ.

ການປະທ້ວງຕໍ່ຕ້ານລັດຖະບານທີ່ມີຂຶ້ນເປັນປະຈຳ ຍັງດຳເນີນຢູ່ຕໍ່ມາ ຕາມຫົວເມືອງທັງນ້ອຍແລະໃຫຍ່ ໃນມື້ວັນພຸດວານນີ້ ຮວມທັງເມືອງບາໂກ ທາງພາກຕາເວັນອອກສຽງເໜືອຂອງຢ່າງກຸ້ງ ບ່ອນທີ່ປະຊາຊົນໃຫ້ການຢືນຢັນຕໍ່ວີໂອເອວ່າ ກຳລັງທະຫານລັດຖະບານໄດ້ສັງຫານຜູ້ຊາຍ 2 ຄົນ ແລະໄດ້ຮັບບາດເຈັບອີກ 5 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG