ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະບໍ່ໃຫ້ຄວາມໝັ້ນໝາຍ ຕໍ່ການເປັນສະມາຊິກ ໃນອົງການເນໂຕ້ ຂອງຢູເຄຣນ


ທະຫານຄົນນຶ່ງຂອງຢູເຄຣນ ພວມສ່ອງກ້ອງເບິ່ງທີ່ຕັ້ງ ຂອງພວກກະບົດແບ່ງແຍກດິນແດນ ໃນເຂດທີ່ມີການສູ້ລົບກັນ ແລະຄວບຄຸມໂດຍພວກກະບົດ ທີ່ເມືອງໂດແນັດ ເມື່ອວັນທີ 6 ເມສາ 2021.
ທະຫານຄົນນຶ່ງຂອງຢູເຄຣນ ພວມສ່ອງກ້ອງເບິ່ງທີ່ຕັ້ງ ຂອງພວກກະບົດແບ່ງແຍກດິນແດນ ໃນເຂດທີ່ມີການສູ້ລົບກັນ ແລະຄວບຄຸມໂດຍພວກກະບົດ ທີ່ເມືອງໂດແນັດ ເມື່ອວັນທີ 6 ເມສາ 2021.

ສະຫະລັດໃຫ້ການຢືນຢັນອີກເທື່ອນຶ່ງໃນຄວາມໝັ້ນໝາຍຕໍ່ອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຢູເຄຣນໃນວັນອັງຄານວານນີ້ ແຕ່ກໍບໍ່ໄດ້ໃຫ້ການສະໜັບສະໜຸນຢ່າງເປັນການເປີດເຜີຍ ຕໍ່ການຮຽກຮ້ອງຂອງຢູເຄຣນ ກ່ຽວກັບເສັ້ນ ທາງທີ່ຈະເຂົ້າເປັນສະມາຊິກໃນອົງການເນໂຕ້ຢ່າງວ່ອງໄວຂຶ້ນ.

ທ່ານນາງເຈັນ ຊາກິ ໂຄສົກຂອງທຳນຽບຂາວກ່າວຕໍ່ພວກນັກຂ່າວເວລາມີການຖາມກ່ຽວກັບການພະຍາຍາມຄັ້ງຫຼ້າສຸດຂອງຢູເຄຣນທີ່ຈະເຂົ້າເປັນສະມາຊິກໃນກຸ່ມພັນທະມິດຕາເວັນຕົກໂດຍເວົ້າວ່າ “ພວກເຮົາໄດ້ສົນທະນາຫາລືມາດົນນານແລ້ວກັບຢູເຄຣນໃນຄວາມປາຖະໜາດັ່ງກ່າວ.”

ທ່ານນາງກ່າວຕື່ມວ່າ “ພວກເຮົາແມ່ນໃຫ້ການສະໜັບສະໜຸນຢ່າງແຂງຂັນຕໍ່ເຂົາເຈົ້າ. ແຕ່ນັ້ນແມ່ນການຕັດສິນໃຈ ທີ່ອົງການເນໂຕ້ຈະຕ້ອງໄດ້ເຮັດ.”

ຢູເຄຣນ ພ້ອມກັບສະຫະລັດແລະປະເທດພັນທະມິດຕາເວັນຕົກອື່ນໆໄດ້ສະແດງຄວາມເປັນຫ່ວງເພີ້ມຂຶ້ນ ກ່ຽວກັບການເຄື່ອນຍ້າຍກຳລັງຂອງຣັດເຊຍໃນໄລຍະບໍ່ເທົ່າໃດມື້ທີ່ຜ່ານມານີ້ຢູ່ຕາມບໍລິເວນຊາຍແດນທີ່ຕິດກັບຢູເຄຣນທີ່ບາງຄົນມອງເຫັນວ່າເປັນຄວາມພະຍາຍາມທີ່ຈະຂົ່ມຂູ່ກີຢິບ.

ໃນການໂອ້ລົມທາງໂທລະສັບ ກັບເລຂາທິການໃຫຍ່ ຂອງອົງການເນໂຕ້ ທ່ານເຈັນສ໌ ສໂຕລເທັນເບີກ ແລະນາຍົກລັດຖະມົນຕີການາດາ ທ່ານຈັສຕິນ ທຣູໂດ ໃນຕອນເຊົ້າຂອງວັນອັງຄານວານນີ້ ນາຍົກລັດຖະມົນຕີຢູເຄຣນ ທ່ານໂວໂລດີ-ເມຍ ເຊເລນສ໌ກີ ໄດ້ຮຽກຮ້ອງໃຫ້ປະເທດພັນທະມິດ ສົ່ງຄຳເຕືອນຕໍ່ມົສກູ ໂດຍອະນຸຍາດໃຫ້ຢູເຄຣນເຂົ້າເປັນສະມາຊິກໃນທີ່ສຸດຢູ່ໃນອົງການດັ່ງກ່າວ.

ທ່ານເຊເລນສ໌ກີໄດ້ຂຽນລົງໃນທວີດເຕີ້ ຫຼັງຈາກໄດ້ໂທລະສັບໄປຫາທ່ນສໂຕລ-ເທັນເບີກວ່າ “ການປະຕິຮູບພຽງຢ່າງດຽວຈະບໍ່ສາມາດຢຸດຢັ້ງຣັດເຊຍໄດ້. ອົງການເນໂຕ້ ແມ່ນທາງດຽວກເທົ່ານັ້ນ ທີ່ຈະຍຸຕິສົງຄາມຢູ່ ດອນບາສ” ຊຶ່ງທ່ານໝາຍເຖິງຂົງເຂດໃນພາກຕາເວັນອອກຂອງຢູເຄຣນ ຊຶ່ງສ່ວນນຶ່ງແມ່ນຄວບຄຸມໂດຍພວກແບ່ງແຍກດິນແດນທີ່ໄດ້ຮັບການສະໜັບສະໜຸນຈາກຣັດເຊຍ.

ທ່ານເຊເລນສ໌ກີ ກ່າວຕື່ມວ່າ “ຢູເຄຣນ MPA (ແຜນການເປັນສະມາຊິກ) ຈະເປັນສັນຍານອັນແທ້ຈິງສຳລັບຣັດເຊຍ.”

[[ https://twitter.com/ZelenskyyUa/status/1379368027981021184?s=20 ]]

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດຂອງສະຫະລັດໃນວັນອັງຄານວານນີ້ ບໍ່ຍອມໃຫ້ຄວາມເຫັນໃດໆ ກ່ຽວກັບການຂໍຮ້ອງ ເປັນສະມາຊິກໃນອົງການເນໂຕ້ ແຕ່ແນວໃດກໍຕາມ ພວກເຂົາເຈົ້າຍັງໄດ້ສືບຕໍ່ສະແດງຄວາມເປັນຫ່ວງກ່ຽວກັບການກະທຳຂອງຣັດເຊຍ.

ທ່ານຈອນ ເຄີບີ ໂຄສົກຂອງທຳນຽບຫ້າແຈ ກ່າວຕໍ່ພວກນັກຂ່າວໂດຍເອີ້ນການເຄື່ອນໄຫວຂອງຣັດເຊຍວ່າ ໜ້າເປັນຫ່ວງ ຊຶ່ງທ່ານເວົ້າວ່າ “ພວກເຮົາຍັງສືບຕໍ່ມອງເຫັນກຳລັງທະຫານຣັດເຊຍທີ່ພ້ອມສູ້ລົບຢູ່ຕາມຊາຍແດນຂອງຢູເຄຣນໂດຍສະເພາະໃນເຂດໄຄຣເມຍ ໄປສູ່ພາກຕາເວັນອອກສຽງໃຕ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG