ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານປູຕິນ ລົງນາມໃນກົດໝາຍ ທີ່ຈະແຜ້ວທາງໃຫ້ທ່ານ ກຳອຳນາດຕໍ່ໄປ ຈົນຮອດປີ 2036


ທ່ານວລາດີເມຍ ປູຕິດ ເຂົ້າຮ່ວມໃນພິທີລົງນາມໃນຂໍ້ຕົກລົງ ລະຫວ່າງສະຫະພັນກຳມະບານຣັດເຊຍ ນາຍຈ້າງ ແລະລັດຖະບານສະຫະພັນຣັດເຊຍ ເມື່ອວັນທີ 31 ມີນາ 2021. (Sputnik/Alexei Druzhinin/Kremlin via Reuters)
ທ່ານວລາດີເມຍ ປູຕິດ ເຂົ້າຮ່ວມໃນພິທີລົງນາມໃນຂໍ້ຕົກລົງ ລະຫວ່າງສະຫະພັນກຳມະບານຣັດເຊຍ ນາຍຈ້າງ ແລະລັດຖະບານສະຫະພັນຣັດເຊຍ ເມື່ອວັນທີ 31 ມີນາ 2021. (Sputnik/Alexei Druzhinin/Kremlin via Reuters)

ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ລົງນາມໃນກົດໝາຍທີ່ເປັນບັນຫາໂຕ້ຖຽງ ຊຶ່ງຈະເປີດໂອກາດໃຫ້ທ່ານ ສາມາດກຳອຳນາດຕໍ່ໄປຈົນຮອດປີ 2036.

ກົດໝາຍດັ່ງກ່າວ ຊຶ່ງໄດ້ມີການຮັບຮອງເອົາໂດຍສະພາຕ່ຳ ແລະສະພາສູງເມື່ອໄວໆມານີ້ ໄດ້ປັບກົດໝາຍການເລືອກຕັ້ງ ໃຫ້ສອດຄ່ອງ ກັບການປ່ຽນແປງລັດຖະທຳມະນູນ ທີ່ໄດ້ຮັບການອະນຸມັດໂດຍຜູ້ມີສິດປ່ອນບັດໃນປີກາຍນີ້.

ນຶ່ງໃນການປ່ຽນແປງຕ່າງໆຂອງກົດໝາຍລັດຖະທຳມະນູນກໍຄືກຳນົດການຈຳກັດການເຂົ້າຮັບຕຳແໜ່ງຄືນໃໝ່ ຂອງທ່ານປູຕິນເປັນສູນ ໂດຍອະນຸຍາດໃຫ້ທ່ານ ລົງສະໝັກແຂ່ງຂັນ ເປັນປະທານາທິບໍດີໄດ້ອີກ ເວລາສະໄໝໃນການດຳລົງຕຳແໜ່ງຊຸດປັດຈຸບັນຂອງທ່ານ ໝົດອາຍຸລົງໃນປີ 2024 ແລະອີກເທື່ອນຶ່ງ ໃນປີ 2030 ຖ້າຫາກທ່ານມີຄວາມປະສົງ.

ພາຍໃຕ້ກົດໝາຍເລືອກຕັ້ງໃນປັດຈຸບັນ ປະທານາທິບໍດີແມ່ນຖືກຫ້າມ ບໍ່ໃຫ້ລົງສະໝັກແຂ່ງຂັນເອົາຕຳແໜ່ງສະໄໝ 3 ເປັນເວລາ 6 ປີ ຕິດຕໍ່ກັນ. ທ່ານປູຕິນໃນເວລານີ້ ແມ່ນດຳລົງຕຳແໜ່ງສະໄໝທີ 2 ເປັນເວລາ 6 ປີ.

ບົດແກ້ໄຂລັດຖະທຳມະນູນ ແມ່ນເລີ້ມມີຂຶ້ນໃນເດືອນມັງກອນປີ 2020 ໂດຍຜູ້ນຳຣັດເຊຍວັຍ 68 ປີ ຜູ້ທີ່ໄດ້ເຂົ້າບໍລິຫານປະເທດໃນຖານະນາຍົກລັດຖະມົນຕີ ຫຼືປະທານາທິບໍດີ ມາແຕ່ທ້າຍປີ 1999.

ການລົງຄະແນນສຽງໃນທົ່ວປະເທດສຳລັບບົດແກ້ໄຂລັດຖະທຳມະນູນດັ່ງກ່າວທີ່ມີຂຶ້ນໃນລະດູຮ້ອນປີກາຍນີ້ ໄດ້ກໍ່ໃຫ້ເກີດມີການປະທ້ວງທີ່ນະຄອນຫຼວງມົສກູຊຶ່ງໄດ້ຖືກຂັບໄລ່ໂດຍພວກເຈົ້າໜ້າທີ່ປະຕິບັດກົດໝາຍ.

ອີງຕາມຜົນຂອງການປ່ອນບັດ ໂດຍສູນກາງອິດສະຫຼະ ເລວາດາ (Levada) ໃນເດືອນແລ້ວນີ້ 41 ເປີເຊັນຂອງຊາວຣັດເຊຍແມ່ນບໍ່ຕ້ອງການຢາກໃຫ້ທ່ານປູຕິນ ຢູ່ໃນອຳນາດຕໍ່ໄປ ຫຼັງຈາກການດຳລົງຕຳແໜ່ງໃນສະໄໝປັດຈຸບັນຂອງທ່ານໝົດອາຍຸລົງໃນປີ 2024.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG