ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໂຕເລກຜູ້ເສຍຊີວິດ ຍ້ອນໄພທຳມະຊາດ ທີ່ພົວພັນ ກັບດິນຟ້າອາກາດ ຢູ່ອິນໂດເນເຊຍ ແລະຕີມໍຕາເວັນອອກ ມີຈຳນວນເພີ້ມຂຶ້ນ


ລົດຄົນນຶ່ງ ທີ່ໄດ້ຮັບຄວາມເສຍຫາຍ ຍ້ອນນ້ຳຖ້ວມ ຢູ່ເມືອງ Ile Ape ທີ່ເກາະ Lembata ໃນແຂວງ East Nusa Tenggara ປະເທດອິນໂດເນເຊຍ ເມື່ອວັນອາທິດ ທີ 4 ເມສາ 2021.
ລົດຄົນນຶ່ງ ທີ່ໄດ້ຮັບຄວາມເສຍຫາຍ ຍ້ອນນ້ຳຖ້ວມ ຢູ່ເມືອງ Ile Ape ທີ່ເກາະ Lembata ໃນແຂວງ East Nusa Tenggara ປະເທດອິນໂດເນເຊຍ ເມື່ອວັນອາທິດ ທີ 4 ເມສາ 2021.

ຈຳນວນຜູ້ເສຍຊີວິດຍ້ອນໄພທຳມະຊາດ ທີ່ເກີດຈາກຝົນຕົກໜັກໃນທົ່ວພາກຕາ ເວັນອອກ ຂອງອິນໂດເນເຊຍ ໄດ້ເພີ້ມຂຶ້ນເປັນ 55 ຄົນແລ້ວ ອີງຕາມໂຕເລກ ໃໝ່ທີ່ນຳອອກເຜີຍແຜ່ ໂດຍອົງການບັນເທົາທຸກໄພພິບັດຂອງປະເທດດັ່ງກ່າວ.

ໄດ້ເກີດຈິນເຈື່ອນລົງມາທັບເຮືອນຊານຫຼາຍສິບຫຼັງ ທີ່ບ້ານລາເມເນເລ ເທິງເກາະຟລໍເຣສ ໃນແຂວງອິສທ໌ນູຊາ ເຕັງກາຣາ (East Nusa Tenggara) ບໍ່ດົນຫຼັງຈາກຕອນທ່ຽງຄືນ ຂອງຄືນວັນເສົາທີ່ຜ່ານມາ ໃນຂະນະທີ່ໄດ້ເກີດນ້ຳຖ້ວມຊຸ ຢູ່ໃນເຂດອື່ນໆຂອງແຂວງດັ່ງກ່າວ ຮວມທັງ ເກາະເລັມບາຕາ (Lembata) ທີ່ຕັ້ງຢູ່ໃກ້ຄຽງ.

ໂຄສົກຄົນນຶ່ງຂອງອົງການບັນເທົາທຸກໄພທຳມະຊາດ ກ່າວວ່າ ມີຢ່າງໜ້ອຍ 42 ຄົນຍັງຫາຍສາບສູນ ແລະອີກຫຼາຍໆຮ້ອຍຄົນ ຖືກບັງຄັບໃຫ້ຍົກຍ້າຍໜີໄປຈາກເຮືອນຊານຂອງພວກເຂົາເຈົ້າ.

ຝົນຕົກໜັກ ດິນເຈື່ອນ ແລະ ໄພນ້ຳຖ້ວມ ໄດ້ຊຸເອົາຂົວໄປ ເຮັດໃຫ້ມີຕົ້ນໄມ້ຫັກ ແລະຖະໜົນຫົນທາງຖືກໄປດ້ວຍຂີ້ຕົມຊຶ່ງເຮັດໃຫ້ການປະຕິບັດງານຊອກຄົ້ນຫາແລະກູ້ໄພ ມີຄວາມສັບສົນຕື່ມຂຶ້ນ.

ສ່ວນຢູ່ໃນຕີມໍຕາເວັນອອກ ຊຶ່ງເປັນປະເທດເພື່ອນບ້ານນັ້ນ ມີ 21 ຄົນເສຍຊີ ວິດ ຫຼັງຈາກຝົນຕົກໜັກທີ່ພາໃຫ້ເກີດນ້ຳຖ້ວມຊຸແລະດິນເຈື່ອນ ຢູ່ໃນເຂດຊານ ເມືອງ ຂອງນະຄອນຫຼວງດີລີ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ ທີ່ໄດ້ຖະແຫຼງຕໍ່ອົງການຂ່າວຕ່າງໆ.

ນ້ຳຖ້ວມຊຸ ແລະດິນເຈື່ອນຕາມລະດູການ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍສິບຄົນ ໃນອິນໂດເນເຊຍ. ມີ 40 ຄົນເສຍຊີວິດໃນເຫດດິນເຈື່ອນ 2 ຄັ້ງຢູ່ແຂວງຊາວາຕາເວັນຕົກ ໃນເດືອນມັງກອນທີ່ຜ່ານມາ.

ປະມານເຄິ່ງນຶ່ງຂອງປະຊາກອນຂອງປະເທດ ເກືອບ 25 ລ້ານຄົນ ອາໄສຢູ່ໃນເຂດບ່ອນທີ່ມີ ຄວາມເປັນໄປໄດ້ສູງທີ່ຈະເກີດດິນເຈື່ອນ ອີງຕາມອົງການບັນເທົາທຸກໄພພິບັດຂອງອິນໂດເນ ເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG