ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫຼີເໜືອ ແມ່ນຫົວຂໍ້ສຳຄັນ ໃນການພົບປະລະຫວ່າງ ສຫລ ຍີ່ປຸ່ນ ແລະ ເກົາຫຼີໃຕ້


ທະຫານທີ່ໃສ່ໜ້າກາກ ເພື່ອປ້ອງກັນບໍ່ໃຫ້ຕິດໂຄວິດ-19
ເດີນສວນສະໜາມເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກກຳມະກອນເກົາຫຼີ ທີ່ຈະຕຸລັດກິມອິນຊຸງ ໃນະຄອນຫຼວງພຽງຢາງ ເມື່ອວັນທີ 12 ຕຸລາ 2020.
ທະຫານທີ່ໃສ່ໜ້າກາກ ເພື່ອປ້ອງກັນບໍ່ໃຫ້ຕິດໂຄວິດ-19 ເດີນສວນສະໜາມເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກກຳມະກອນເກົາຫຼີ ທີ່ຈະຕຸລັດກິມອິນຊຸງ ໃນະຄອນຫຼວງພຽງຢາງ ເມື່ອວັນທີ 12 ຕຸລາ 2020.

“ນະໂຍບາຍຕໍ່ເກົາຫຼີເໜືອໃນທຸກໆດ້ານ” ຈະມີການປຶກສາຫາລືກັນ ເວລາທີ່ປຶກ ສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ເກົາຫຼີໃຕ້ ແລະຍີ່ປຸ່ນ ພົບປະ ກັນໃນວັນສຸກມື້ນີ້ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງລັດຖະບານສະຫະລັດ ທີ່ນະຄອນຫຼວງວໍຊິງຕັນ.

ນີ້ແມ່ນເທື່ອທຳອິດ ທີ່ການພົບປະສາມຝ່າຍໄດ້ມີຂຶ້ນ ລະຫວ່າງປະເທດທັງສາມນັບແຕ່ທ່ານໄບເດັນໄດ້ເຂົ້າຮັບຕຳແໜ່ງເປັນປະທານາທິບໍດີສະຫະລັດ.

ການພົບປະເຈລະຈາດັ່ງກ່າວໄດ້ມີຂຶ້ນ ທ່າມກາງທີ່ມີຄວາມເຫັນແຕກຕ່າງກັນທີ່ສຳຄັນ ກ່ຽວກັບນະໂຍບາຍຕໍ່ເກົາຫຼີເໜືອ ລະຫວ່ງວໍຊິງຕັນ ໂຊລ ແລະໂຕກຽວອີງຕາມພວກນັກວິເຄາະ.

ການທ້າທາຍດ້ວຍການຍິງລູກສອນໄຟຂອງເກົາຫຼີເໜືອເມື່ອໄວໆມານີ້ ການຮັບມືກັບໄວຣັສໂຄ ໂຣນາຂອງພຽງຢາງ ແລະການຫາລືທາງດ້ານການທູດເມື່ອບໍ່ດົນມານີ້ ລະຫວ່າງຈີນແລະເກົາຫຼີເໜືອແມ່ນຮວມຢູ່ໃນຫົວຂໍ້ຂອງການພົບປະເຈລະອີງຕາມຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດ ທີ່ໄດ້ບອກພວກນັກຂ່າວໃນວັນພະຫັດວານນີ້ວ່າ “ຄວາມຕັ້ງໃຈຂອງພວກເຮົາແມ່ນກໍແມ່ນເພື່ອໃຫ້ມີການທົບທວນຢ່າງກວ້າງຂວາງ ທີ່ຈະໃຊ້ເປັນເຄື່ອງຊີ້ນຳ ໃນການເອົາບາດກ້າວຕໍ່ໄປຂ້າງ ໜ້າ.”

ການພົບປະທີ່ໂຮງຮຽນນາຍທະຫານເຮືອສະຫະລັດ ທີ່ເມືອງອານາໂປລິສ ໃນລັດແມຣີແລນມີຂຶ້ນຫຼັງຈາກເກົາຫຼີເໜືອໄດ້ທົດລອງຍິງລູກສອນໄຟນຳວິຖີລູກນຶ່ງໄປໃສ່ທະເລ ແລະຫຼັງຈາກນັ້ນກໍຍິງລູກສອນໄຟຂີປະນາວຸດໄລຍະໃກ້ 2 ລູກ.

ເຈົ້າໜ້າທີ່ອະວຸໂສຂອງລັດຖະບານສະຫະລັດ ທີ່ຂໍສະຫງວນຊື່ ກ່າວວ່າ “ທຸກໆສິ່ງທີ່ພວກເຮົາເຮັດກັບເກົາຫຼີເໜືອ ທີ່ພວກເຮົາເຊື່ອວ່າຈຳເປັນທີ່ຈະຕ້ອງໄດ້ເຮັດ ຮ່ວມກັນດ້ວຍຄວາມເປັນພາຄີ ແລະມີຄວາມເປັນເອກກະພາບກັນກັບຍີປຸ່ນແລະ ເກົາຫຼີໃຕ້.”

“ບໍ່ມີທ່າທາງວ່າ ຈະມີຄວາມກ້າວໜ້າຢ່າງໃຫຍ່ຫຼວງໃນການພົບປະສາມຝ່າຍທີ່ເມືອງອານາໂປລິສ ຫຼືໃນປີຈະມານີ້ ກ່ອນການເລືອກຕັ້ງປະທານາທິບໍດີໃນເກົາຫຼີໃຕ້” ນັ້ນຄືຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສລັດຖະບານສະຫະລັດທີ່ໄດ້ໃຫ້ຄວາມເຫັນໂດຍຂໍສະຫງວນຊື່.

ການສົນທະນາຫາລື ຢູ່ທີ່ໂຮງຮຽນນາຍທະຫານເຮືອອານາໂປລິສ ໄດ້ມີຂຶ້ນ ຫຼັງຈາກການເດີນ ທາງຂອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ແລະລັດຖະມົນຕີປ້ອງກັນປະເທດ ຂອງສະຫະລັດ ທ່ານລອຍດ໌ ອອສຕິນ ເດີນທາງໄປຍັງປະເທດຍີ່ປຸ່ນແລະເກົາຫຼີໃຕ້. ການຢ້ຽມຢາມດັ່ງກ່າວແມ່ນເພື່ອສະແດງໃຫ້ເຫັນວ່າ ທ່ານໄບເດັນພວມຊອກຫາຊອ່ງທາງ ທີ່ຈະເສີມຄວາມເຂັ້ມແຂງໃນການເປັນພັນທະມິດຢູ່ໃນເຂດເອເຊຍຫຼັງຈາກທີ່ໄດ້ມີບັນຫາເປັນເວລາສີ່ປີພາຍໃຕ້ລັດຖະບານຂອງປະທານາທິບໍດີ ດໍໂນລ ທຣຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG