ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ຂອງສະຫະປະຊາຊາດ ເຕືອນເຖິງ 'ການນອງເລືອດ' 'ແລະສົງຄາມກາງເມືອງ' ໃນມຽນມາ


ຜູ້ປະທ້ວງຄົນນຶ່ງທີ່ແຕ້ມໜ້າ ຢືນໃກ້ໆເຄື່ອງກີດຂວາງທີ່ຖືກຈູດ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະປະຫານ ທີ່ນະຄອນຢ່າງກຸ້ງ ເມື່ອວັນທີ 30 ມີນາ 2021.
ຜູ້ປະທ້ວງຄົນນຶ່ງທີ່ແຕ້ມໜ້າ ຢືນໃກ້ໆເຄື່ອງກີດຂວາງທີ່ຖືກຈູດ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະປະຫານ ທີ່ນະຄອນຢ່າງກຸ້ງ ເມື່ອວັນທີ 30 ມີນາ 2021.

ທູດພິເສດຂອງສະປະຊາຊາດຮັບຜິດຊອບເລື້ອງມຽນມາ ໄດ້ເຕືອນໃນວັນພຸດວານນີ້ເຖິງ “ການນອງເລືອດທີ່ໃກ້ຈະເກີດຂຶ້ນ” ແລະກໍມີ “ຄວາມເປັນໄປໄດ້ໃນການທີ່ຈະເກີດສົງ ຄາມກາງເມືອງ” ເພີ້ມຂຶ້ນຢູ່ໃນປະເທດດັ່ງກ່າວຖ້າຫາກການປົກຄອງໂດຍພົນລະເຮືອນບໍ່ໄດ້ຮັບການຟື້ນຟູ.

ທູດພິເສດ ຄຣິສຕີນ ສເຄຣນເນີ ເບິີເກີເນີ (Chirtine Schraner Burgener) ກ່າວຕໍ່ກອງປະ ຊຸມປິດລັບ ຂອງສະພາຄວາມໝັ້ນຄົງໃນວັນພຸດວານນີ້ ອີງຕາມສຳເນົາໃນການຖະແຫຼງ ຂອງທ່ານນາງ ທີ່ທາງວີໂອເອໄດ້ຮັບມາ ໂດຍກ່າວວ່າ “ຂ້າພະເຈົ້າຂໍຮ້ອງຮຽນຕໍ່ທາງສະພາໃຫ້ພິຈາ ລະນານຳໃຊ້ ໃນທຸກເຄື່ອງມືທີ່ມີຢູ່ເພື່ອເອົາບາດກ້າວຮ່ວມກັນ ແລະດຳເນີນການ ໃນສິ່ງທີ່ຖືກ ອງ ໃນສິ່ງທີ່ປະຊາຊົນຊາວມຽນມາສົມຄວນໄດ້ຮັບແລະປ້ອງກັນບໍ່ໃຫ້ເກີດໄພພິບັດແບບຫຼາຍມິຕິຢູ່ໃນເຂດໃຈກາງເອເຊຍ.”

ທ່ານນາງກ່າວຕື່ມວ່າ ທ່ານນາງມີຄວາມຢ້ານກົວທີ່ບັນຫາຂັດແຍ້ງນີ້ ຈະມີການນອງເລືອດເພີ້ມຂຶ້ນ ໃນຂະນະທີ່ຜູ້ບັນຊາການທະຫານສູງສຸດ ນາຍພົນມິນອອງລາຍ “ເບິ່ງຄືວ່າ ໄດ້ຕັດສິນໃຈຢ່າງເດັດຂາດແລ້ວ ໃນການກຳອຳນາດທີ່ຜິດກົດໝາຍຂອງລາວດ້ວຍການໃຊ້ກຳລັງ.”

ທ່ານນາງໄດ້ເວົ້າເຖິງການສູ້ລົບທີ່ພວມເພີ້ມທະວີຄວາມຮ້າຍແຮງຂຶ້ນໃນລັດກະຢິນ ແລະກະຊິ່ນ ແລະໄດ້ເຕືອນເຖິງການຕອບໂຕ້ຄືນ ໂດຍກອງກຳລັງປະກອບອາວຸດຂອງພວກກະບົດຊົນກຸ່ມນ້ອຍ 3 ກຸ່ມ ຢູ່ໃນມຽນມາ ຖ້າການໂຈມຕີຕໍ່ພວກປະທ້ວງ ຫາກບໍ່ຢຸດເຊົາ ທີິ່ພາໃຫ້ທ່ານມີຄວາມຢ້ານກົວ ທີ່ຈະເກີດສົງຄາມກາງເມືອງຂຶ້ນ.

ທ່ານນາງສເຄຣນເນີ ເບິີເກີເນີ ກ່າວວ່າ “ການໄກ່ເກ່ຍຕ້ອງໄດ້ມີການເຈລະຈາຫາລືກັນ ແຕ່ທາງກອງທັບມຽນມາໄດ້ປິດປະຕູຂອງຕົນ ຕໍ່ສ່ວນໃຫຍ່ຂອງໂລກ. ເປັນທີ່ປາກົດວ່າ ພວກທະຫານຈະທຳການພົວພັນ ກໍຕໍ່ເມື່ອພວກເຂົາຮູ້ສຶກວ່າຕົນມີຄວາມສາມາດທີ່ຈະຄວບຄຸມສະຖານະການໄດ້ ໂດຍຜ່ານການກົດຂີ່ແລະເຮັດໃຫ້ຢ້ານກົວເທົ່ານັ້ນ.”

ປະເທດມຽນມາ ໄດ້ເກີດຄວາມໂກລາຫົນວຸ້ນວາຍ ແລະຄວາມຮຸນແຮງ ນັບແຕ່ທະຫານ ໄດ້ເຮັດລັດຖະປະຫານໂຄ່ນລົ້ມລັດຖະບານພົນລະເຮືອນເມື່ອວັນທີ 1 ກຸມພາຜ່ານມາ ແລະການຈັບກຸມຄຸມຂັງຜູ້ນຳທີ່ແທ້ຈິງຂອງປະເທດ ທ່ານນາງອອງຊານ ຊູຈີ ແລະເຈົ້າໜ້າທີ່ຂັ້ນສູງຄົນອື່ນໆ ຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຂອງທ່ານນາງ. ພວກທະຫານໄດ້ກ່າວອ້າງວ່າ ມີ ການສໍ້ໂກງຄະແນນຢ່າງໃຫຍ່ເກີດຂຶ້ນໃນການເລືອກຕັ້ງເມື່ອເດືອນພະຈິກປີກາຍນີ້ ຊຶ່ງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ໄດ້ຮັບໄຊຊະນະ ດ້ວຍຄະແນນສຽງຢ່າງຖ້ວມລົ້ນນັ້ນ.

ກອງກຳລັງຮັກສາຄວາມສະຫງົບຂອງມຽນມາ ໄດ້ປາບປາມທັບມ້າງພວກເດີນຂະບວນ ດ້ວຍການໃຊ້ລູກປືນແທ້ ແລະລູກປືນຢາງ ຍິງເຂົ້າໃສ່ຝູງຊົນແບບບໍ່ເລືອກໜ້າ. ໃນມື້ວັນເສົາແລ້ວນີ້ ຊຶ່ງເປັນວັນກອງທັບມີພວກປະທ້ວງຫຼາຍກວ່າ 100 ຄົນໄດ້ຖືກຂ້າຕາຍ ຮວມທັງແມ່ຍິງແລະເດັກນ້ອຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG