ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

90 ສ່ວນຮ້ອຍ ຂອງພວກຜູ້ໃຫຍ່ອາເມຣິກັນ ຈະມີສິດໄດ້ຮັບການສັກຢາວັກຊີນ ພາຍໃນວັນທີ 19 ເມສານີ້


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະ ຮອງປະທານາທິບໍດີຄາມາລາ ແຮຣິສ ພວມໃຫ້ຄວາມເຫັນ ຫຼັງຈາກໄດ້ປະຊຸມກັບທີມງານຮັບມືກັບໂຄວິດ-19 ຂອງທ່ານ ທີ່ທຳນຽບຂາວ ເມື່ອວັນທີ 29 ມີນາ 2021.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະ ຮອງປະທານາທິບໍດີຄາມາລາ ແຮຣິສ ພວມໃຫ້ຄວາມເຫັນ ຫຼັງຈາກໄດ້ປະຊຸມກັບທີມງານຮັບມືກັບໂຄວິດ-19 ຂອງທ່ານ ທີ່ທຳນຽບຂາວ ເມື່ອວັນທີ 29 ມີນາ 2021.

ທຸກໆເກົ້າຄົນໃດ ຂອງຈຳນວນສິບຄົນ ໃນສະຫະລັດ ຈະໄດ້ຮັບການສັກຢາວັກຊີນກັນໄວຣັສ ໂຄໂຣນາ ສາມອາທິດນັບແຕ່ມື້ນີ້ເປັນຕົ້ນໄປ ນັ້ນຄືຄຳປະກາດຂອງປະທານາທິບໍດີໄບເດັນ ໃນລະຫວ່າງການໃຫ້ຄວາມເຫັນກ່ຽວກັບການສັກຢາໃນວັນຈັນວານນີ້ ຊຶ່ງໄດ້ມີການເຕືອນ ຕໍ່ການຟື້ນໂຕຄືນຢ່າງຮ້າຍແຮງຂອງໂຄວິດ-19 ຢູ່ໃນສະຫະລັດ.

ທ່ານໄບເດັນກ່າວວ່າ “ພວກເຮົາແມ່ນພວມຢູ່ໃນການແຂ່ງຂັນກ່ຽວກັບການເອົາຊີວິດລອດແລະຄວາມຕາຍ ກັບເຊື້ອໄວຣັສ ທີ່ໄດ້ມີການແຜ່ຜາຍຢ່າງວ່ອງໄວ ໂດຍມີກໍລະນີເພີ້ມຂຶ້ນຕື່ມຢ່າງວ່ອງໄວ. ເຊື້ອໄວຣັສສາຍພັນໃໝ່ພວມມີການແຜ່ລະບາດ ແລະ ເປັນທີ່ໜ້າເສຍໃຈ ບາງຄົນທີ່ມີການປະພຶດແບບບໍ່ລະມັດລະວັງທີ່ພວກເຮົາໄດ້ເຫັນໃນໂທລະພາບໃນໄລຍະສອງສາມອາທິດທີ່ຜ່ານມານີ້ ໝາຍຄວາມວ່າຈະມີກໍລະນີໃໝ່ເພີ້ມຂຶ້ນໃນຊຸມຫຼາຍໆອາທິດຕໍ່ໜ້ານີ້.”

ໃນຕອນເຊົ້າຂອງມື້ວານນີ້ ຜູ້ອຳນວຍການສູນກາງປ້ອງກັນແລະຄວບຄຸມພະຍາດຂອງສະຫະ ລັດ ທ່ານນາງໂຣແຊລ ວາເລັນສ໌ກີ ໄດ້ສະແດງຄວາມຮູ້ສຶກ ກ່ຽວກັບ “ຄວາມໂຊກຮ້າຍທີ່ພວມຈະເກີດຂຶ້ນ” ໂດຍຊີ້ໃຫ້ເຫັນເຖິງພາບທີ່ຄ້າຍຄືກັນກັບຢູໂຣບເມື່ອສອງສາມອາທິດທີ່ຜ່ານມານີ້. ຄື້ນຟອງຫົວໃໝ່ໃນການລະ ບາດຂອງໄວຣັສໂຄໂຣນາກຳລັງແຜ່ລາມໄປທົ່ວທັງທະວີບ.

ແຕ່ທ່ານນາງວາເລັນສ໌ກີ ກ່າວວ່າ ໂຕເລກຫຼ້າສຸດໃນການແຜ່ລະບາດຢູ່ໃນທົ່ວສະຫະລັດຂອງໄວຣັສໂຄໂຣນາສະແດງໃຫ້ເຫັນວ່າ ສະເລ່ຍແລ້ວໃນແຕ່ລະວັນການແຜ່ລະບາດແມ່ນເພີ້ມຂຶ້ນ 10 ເປີເຊັນ ກວ່າຮອບອາທິດທີ່ຜ່ານມາ ເກືອບ 70,000 ຄົນຕໍ່ມື້. ການເຂົ້າໂຮງໝໍແມ່ນເພີ້ມຂຶ້ນຫຼາຍກວ່າ 4 ເປີເຊັນແລະການເສຍຊີວິດແມ່ນເກືອບ 3 ເປີເຊັນ.

ທ່ານໄບເດັນ ພ້ອມດ້ວຍຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣິສ ພາກັນຢືນຢູ່ ໂດຍມີຫ້ອງປະຊຸມ ຂອງທຳນຽບຂາວ ຢູ່ທາງເບື້ອງຫຼັງນັ້ນ ໄດ້ກ່າວຢ້ຳໃນການຮຽກຮ້ອງໄປຍັງຜູ້ປົກຄອງລັດ ເຈົ້າເມືອງ ແລະຜູ້ນຳໃນທ້ອງຖິ່ນເຂດຕ່າງໆ ບໍ່ໃຫ້ຫລຸດຜ່ອນການຈຳກັດຮັດແຄບກ່ຽວກັບການບັງຄັບໃຫ້ໃສ່ໜ້າກາກເທື່ອ.

ປະທານາທິບໍດີໄບເດັນໄດ້ຮ້ອງຂໍວ່າ “ກະລຸນາ ນີ້ບໍ່ແມ່ນການເມືອງເດີ້ ຂໍໃຫ້ນຳໃຊ້ຄືນຂໍ້ບັງຄັບຖ້າທ່ານຫາກປ່ອຍໃຫ້ມັນລະຫຼວມ” ແລະທ່ານກ່າວຕື່ມວ່າ ທຸລະກິດຕ່າງໆກໍຄວນບັງຄັບໃຫ້ໃສ່ໜ້າກາກຄືກັນ.

ສະມາຊິກພັກຣີພັບບລີກັນໄດ້ຕ້ອງຕິປະທານາທິບໍດີໄບເດັນ ທີ່ໄດ້ທຳການເຄື່ອນ ໄຫວແບບຊ້າໆເພື່ອເປີດເສດຖະກິດຄືນແລະອັນທີ່ພວກເຂົາເຈົ້າເຫັນວ່າ ເປັນວິ ທີການທີ່ລະມັດລະວັງເກີນໄປ. ທ່ານແຄວິນ ແມັກຄາທີ ຜູ້ນຳຂອງພັກຣີິພັບບລີກັນຢູ່ໃນສະພາຕ່ຳ ກ່າວຜ່ານທາງທວີດເຕີ້ວ່າ “ສິ່ງທີ່ຊາວອາເມຣິກັນຕ້ອງການໃນເວລານີ້ ກໍແມ່ນໃຫ້ເປີດເສດຖະກິດ ແລະຫ້ອງຮຽນຂອງພວກເຮົາຄືນ.”

ນອກນັ້ນ ທ່ານໄບເດັນຍັງໄດ້ປະກາດວ່າ ລັດຖະບານກາງຈະໃຫ້ການຄ້ຳປະກັນພາຍໃນວັນທີ 19 ເມສານີ້ ກ່ຽວກັບບໍລິສັດຂາຍຢາຕ່າງໆ ທີ່ປະຊາຊົນສາມາດໄປສັກຢາເພີ້ມຂຶ້ນເປັນສອງເທົ່າ ເພາະວ່າພວກທີ່ມີສິດໄດ້ຮັບການສັກຢາວັກຊີນຈະມີບ່ອນໄປສັກຢາ ໃນລັດສະໝີ 8 ກິໂລແມັດຫ່າງຈາກເຮືອນຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG