ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມອາລ-ຊາບາບ ອອກຄຳຂູ່ ກ່ອນການເລືອກຕັ້ງ ຢູ່ໃນຈີບູຕີ


ແຜນທີ່ຂອງຈີບູຕີ ໂຊມາເລຍ ແລະເອທິໂອເປຍ.
ແຜນທີ່ຂອງຈີບູຕີ ໂຊມາເລຍ ແລະເອທິໂອເປຍ.

ຜູ້ນຳກຸ່ມຫົວຮຸນແຮງອາລ-ຊາບາບຂອງໂຊມາເລຍ ໄດ້ຮຽກຮ້ອງທຳການໂຈມຕີຕາມລຳພັງແບບຕົວດຽວຕໍ່ຜົນປະໂຫຍດຂອງອາເມຣິກັນແລະຝຣັ່ງໃນຈີບູຕີກ່ອນໜ້າການເລືອກຕັ້ງປະທານາທິ ບໍດີຄັ້ງສຳຄັນຢູ່ໃນປະເທດທີ່ຕັ້ງຢູ່ໃນແຫຼມອາຟຣິກາດັ່ງກ່າວ.

ໃນເທບບັນທຶກສຽງທີ່ຫາກໍນຳອອກເຜີຍແຜ່ເທື່ອໃໝ່ນີ້ ທ້າວອາເໝັດ ໂອມາ ອາບູ ອູໄບດາ ໄດ້ກ່າວຫາພວກຜູ້ນຳຂອງຈີບູຕີວ່າຫັນປ່ຽນໃຫ້ປະເທດດັ່ງກ່າວກາຍເປັນຖານທັບ “ບ່ອນທີ່ໄດ້ມີການວາງແຜນ ສຳລັບທຸກໆສົງຄາມ ຕໍ່ຕ້ານຊາວມຸສລິມຢູ່ໃນເຂດອາຟຣິກາຕາເວັນອອກ.”

ທ້າວອາບູ ອູໄບດາ ໄດ້ຮຽກຮ້ອງເປັນພິເສດໃຫ້ພວກຊຸມໜຸ່ມໃນຈີບູຕີ “ທຳການໂຈມຕີຕາມລຳພັງແບບຕົວຄົນດຽວຢ່າງວິລະຊົນ ເພື່ອຂັບໄລ່ຝຣັ່ງ ແລະອາເມຣິກັນ.”

ສຽງບັນທຶກທີ່ນຳອອກເຜີຍແຜ່ໂດຍສື່ມວນຊົນ ຂອງກຸ່ມອາລ-ຊາບາບ ກ່າວວ່າ “ຈະເຮັດໃຫ້ຜົນປະໂຫຍດຂອງອາເມຣິກາແລະຝຣັ່ງ ໃນຈີບູຕີ ເປັນບູລິມະສິດອັນສູງສຸດໃນເປົ້າໝາຍຂອງພວກເຮົາ.”

ທ້າວອາບູ ອູໄບດາ ກ່າວວ່າ ກຸ່ມຂອງລາວແມ່ນພ້ອມແລ້ວທີ່ຈະໃຫ້ “ບ່ອນຫຼົບລີ້” ແລະ “ກະກຽມ ແລະກໍໃຫ້ການຝຶກແອບ” ແກ່ພວກທີ່ເຕັມໃຈຈະຍົກຍ້າຍຈາກຈີບູຕີ ຖ້າພວກເຂົາຫາກບໍ່ສາມາດເຮັດຫລ້ອນ “ພັນທະຂອງສ່ວນບຸກຄົນສຳລັບຈີຮາດ.”

ກອງກຳລັງຂອງສະຫະລັດ ໃນອາຟຣິກາ ຫຼື AFRICOM ຊຶ່ງມີຖານທັບໃນຈີບູຕີ ໄດ້ຕອບໂຕ້ຕໍ່ຖະແຫຼງການສະບັບຂອງກຸ່ມອາລ-ຊາບາບໄປແລ້ວ.

ໂຄສົກ ຂອງກອງກຳລັງສະຫະລັດ ໃນອາຟຣິກາ ພັນເອກຄຣິສໂຕເຟີ ຄາຣນສ໌ ກ່າວຕໍ່ວີໂອເອ ພະແນກພາສາໂຊມາເລຍວ່າ ກອງບັນຊາການຂອງສະຫະລັດຢູ່ໃນອາຟຣິກາຮູ້ເລື້ອງດີ ກ່ຽວ ກັບສຽງບັນທຶກທີ່ຫາກໍນຳອອກເຜີຍແຜ່ເມື່ອບໍ່ດົນມານີ້ຈາກກຸ່ມອາລ-ຊາບາບທີ່ຮຽກຮ້ອງໃຫ້ມີການໂຈມຕີຕໍ່ຜົນປະໂຫຍດຂອງສະຫະລັດແລະຝຣັ່ງໃນຈີບູຕີ.

ພັນເອກຄາຣນສ໌ ກ່າວວ່າ “ກອງບັນຊາການກຳລັງສະຫະລັດໃນອາຟຣິກາຖືຄຳເວົ້າໃນຖະແຫຼງການນີ້ຢ່າງຈິງຈັງ.”

ກຸ່ມອາລ-ຊາບາບຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ຜົນປະໂຫຍດຂອງສະຫະລັດຢູ່ໃນເຂດອາຟຣິກາຕາເວັນອອກ. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງຈຶ່ງຕ້ອງສືບຕໍ່ໃຊ້ກຳລັງກົດດັນຕໍ່ຕາໜ່າງຂອງກຸ່ມອາລ-ຊາບາບ ແລະແຍກການຂົ່ມຂູ່ຂອງກຸ່ມດັ່ງກ່າວທີ່ມີຕໍ່ຂົງເຂດແລະໄກໄປກວ່ານັ້ນ.”

ສະຫະລັດໄດ້ເສັດສິ້ນໃນຖອນກຳລັງສ່ວນໃຫຍ່ຂອງຕົນອອກຈາກໂຊມາເລຍທີ່ເປັນປະເທດເພື່ອນບ້ານ ໃນເດືອນມັງກອນຜ່ານມາ ຫຼັງຈາກໄດ້ຮັບຄຳສັ່ງຈາກປະທານາທິບໍດີດໍໂນລ ທຣຳ ໃນເວລານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG