ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຣັດເຊຍ ແມ່ນເລື້ອງສຳຄັນສຸດ ສຳລັບເນໂຕ້ ໃນຂະນະທີ່ ສຫລ ພວມຊອກຫາຊ່ອງທາງ ເສີມສ້າງຄວາມສຳພັນຂ້າມແອັນແລນຕິກຄືນໃໝ່


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ພວມກ່າວຄຳປາໄສ ຫຼັງກອງປະຊຸມລັດຖະມົນຕີການຕ່າງປະເທດຂອງອົງການເນໂຕ້ ທີ່ນະຄອນບຣັສເຊີລສ໌ ປະເທດແບລຈ້ຽມ ເມື່ອວັນທີ 24 ມີນາ 2021
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ພວມກ່າວຄຳປາໄສ ຫຼັງກອງປະຊຸມລັດຖະມົນຕີການຕ່າງປະເທດຂອງອົງການເນໂຕ້ ທີ່ນະຄອນບຣັສເຊີລສ໌ ປະເທດແບລຈ້ຽມ ເມື່ອວັນທີ 24 ມີນາ 2021

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໃຫ້ການຢືນຢັນອີກເທື່ອນຶ່ງ ເຖິງຄວາໝັ້ນໝາຍຂອງສະຫະລັດຕໍ່ອົງການເນໂຕ້ ໃນຂະນະທີ່ທ່ານພວມຊອກຫາຊ່ອງທາງເພື່ອເສີມຂະຫຍາຍຄວາມສຳພັນຂ້າມມະຫາສະໝຸດແອັນແລນຕິກ ຢູ່ທີ່ກອງປະຊຸມສຸດຍອດເປັນເວລາ 2 ມື້ ຢູ່ທີ່ນະຄອນ ບຣັສເຊິລສ໌ ຊຶ່ງມ້ວນທ້າຍລົງໃນວັນພຸດວານນີ້.

ທ່ານບລິງເກັນ ກ່າວໃນຄຳປາໄສ ທີ່ສຳນັກງານໃຫຍ່ຂອງອົງການເນໂຕ້ ໃນນະຄອນ ຫຼວງຂອງປະເທດແບລຈ້ຽມວ່າ “ພວກທ່ານແມ່ນໄດ້ຮັບຄຳປະຕິຍານທີ່ບໍ່ມີຄວາມຫວັ່ນໄຫວຂອງພວກເຮົານັ້ນກໍຄືອາເມຣິກາມີຄວາມໝັ້ນໝາຍຢ່າງເຕັມທີ່ຕໍ່ອົງການເນໂຕ້.”

ທ່ານໄດ້ໃຫ້ຄຳໝັ້ນສັນຍາ ໃນຄວາມສຳພັນໃໝ່ ກັບບັນດາພັນທະມິດໃນຢູໂຣບ.

ທ່ານບລິງເກັນ ກ່າວວ່າ “ຄວາມເຊື່ອໝັ້ນໄດ້ຮັບການສັ່ນຄອນ ໃນລະດັບໃດລະດັບນຶ່ງໃນໄລຍະສອງສາມປີທີ່ຜ່ານມານີ້. ດັ່ງນັ້ນ ຂ້າພະເຈົ້າ ຢາກໃຫ້ເປັນທີ່ຈະແຈ້ງ ກ່ຽວກັບສິ່ງ ທີ່ສະຫະລັດສາມາດໃຫ້ຄຳໝັ້ນສັນຍາ ຕໍ່ພັນທະມິດ ແລະພາຄີຂອງພວກເຮົາ. ເວລາພັນທະມິດຂອງພວກເຮົາໄດ້ແບກຫາບພາລະກ່ຽວກັບພັນທະຕ່າງໆທີ່ຍຸຕິທຳແລ້ວ ພວກເຂົາເຈົ້າກໍຄາດຫວັງຢ່າງສົມເຫດຜົນ ທີ່ຈະໄດ້ຮັບການມີປາກມີສຽງແບບເປັນທຳ ໃນການຕັດສິນໃຈຕ່າງໆ.”

ທ່ານໄດ້ກ່າວເຖິງໄພຂົ່ມຂູ່ທາງດ້ານທະຫານ ທີ່ກຳລັງປະເຊີນໜ້າກຸ່ມພັນທະມິດ ໂດຍເຕືອນວ່າ ອົງການເນໂຕ້ຕ້ອງໄດ້ປັບປ່ຽນຕົນເອງເພື່ອປົກປ້ອງລະບອບປະຊາທິປະໄຕແລະການປົກຄອງດ້ວຍຕົວບົດກົດໝາຍຂອງລະຫວ່າງປະເທດ.

ທ່ານບລິງເກັນ ກ່າວວ່າ “ຫຼັກຄຸນຄ່າປະຊາທິປະໄຕ ແລະສິດທິມະນຸດ ທີ່ພວກເຮົາມີຮ່ວມກັນ ແມ່ນພວມໄດ້ຮັບການທ້າທາຍ ບໍ່ພຽງແຕ່ມາຈາກພາຍນອກປະເທດຂອງພວກເຮົາ ແຕ່ຍັງມາຈາກພາຍໃນນຳດ້ວຍ. ແລະໄພຂົ່ມຂູ່ໃໝ່ແມ່ນໄວລື່ນຄວາມພະຍາຍາມຂອງພວກເຮົາທີ່ຈະເສີມສ້າງຄວາມສາມາດທີ່ພວກເຮົາຈຳເປັນຕ້ອງໄດ້ມີ ເພື່ອປົກປ້ອງຫຼັກຄຸນຄ່າເຫຼົ່ານີ້.”

ທ່ານບລິງເກັນ ກ່າວຕື່ມວ່າ “ຄວາມທະເຍີທະຍານທາງດ້ານທະຫານຂອງປັກກິ່ງ ພວມເພີ້ມທະວີຂຶ້ນ ໃນແຕ່ລະປີ ພ້ອມໆກັນກັບສະພາບການຕົວຈິງ ຂອງເທັກໂນໂລຈີສະໄໝໃໝ່ ບັນຫາທ້າທາຍຊຶ່ງຄັ້ງນຶ່ງເບິ່ງຄືວ່າ ຢູ່ອີກໂລກຟາກນຶ່ງນັ້ນ ບໍ່ໄດ້ຢູ່ຫ່າງໄກຕໍ່ໄປອີກແລ້ວ. ພວກເຮົາຍັງສາມາດ ມອງເຫັນສິ່ງນີ້ ຢູ່ໃນຄວາມສາມາດໃໝ່ທາງດ້ານທະຫານ ແລະຍຸດທະສາດຕ່າງໆຂອງຣັດເຊຍ ໄດ້ພັດທະນາຂຶ້ນມາເພື່ອທ້າທາຍຕໍ່ກຸ່ມພັນທະມິດຂອງພວກເຮົາແລະບ່ອນທຳລາຍຕໍ່ລະບຽບການປົກຄອງທີ່ຄ້ຳປະກັນຄວາມໝັ້ນຄົງຮ່ວມກັນຂອງພວກເຮົາ.”

ທ່ານກ່າວຕື່ມອີກວ່າ ອົງການເນໂຕ້ຂອງໄດ້ປັບປຸງເພື່ອຮັບມືກັບໄພຂົ່ມຂູ່ທີ່ພວມເກີດຂຶ້ນຮວມທັງການໃຫ້ຂໍ້ມູນທີ່ບໍ່ມີຄວາມຈິງ ການໂຈມຕີທາງໄຊເບີ້ ການປ່ຽນແປງຂອງດິນຟ້າອາກາດ ແລະໂຣກລະບາດໄວຣັສໂຄໂຣນາ.

ເລຂາທິການໃຫຍ່ ອົງການເນໂຕ້ ທ່ານເຈັນສ໌ ສໂຕລເຕັນເບີກ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການໃຫ້ຄວາມໝັ້ນໝາຍຂອງສະຫະລັດ ແລະກໍໄດ້ເຕືອນເພີ້ມອີກ ເຖິງໄພອັນຕະລາຍທີ່ພວມປະເຊີນໜ້າອົງການພັນທະມິດເນໂຕ້ໃນເວລານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG