ສະຫະລັດກຳລັງພິຈາລະນາເບິ່ງທາງເລືອກຂອງຕົນໃນອັຟການິສຖານ ໂດຍທີ່ເວລາໄດ້ຫຼຸດລົງນຳທຸກມື້ ໄປຈົນຮອດວັນທີ 1 ພຶດສະພາ ເພື່ອຖອນກຳລັງທະ ຫານຂອງຕົນທີ່ຍັງເຫຼືອຢູ່ 2,500 ຄົນອອກຈາກປະເທດດັ່ງກ່າວ ຕາມຂໍ້ຕົກລົງທີ່ໄດ້ເຊັນກັນກັບພວກກະບົດຕາລີບານໃນປີກາຍນີ້.
ສະມາຊິກຄົນສຳຄັນໆ ໃນລັດຖະສະພາສະຫະລັດ ໄດ້ສະແດງຄວາມສົງໄສ ເມື່ອສອງສາມອາທິດທີ່ຜ່ານມານີ້ ໂດຍກ່າວວ່າ ມັນເປັນໄປບໍ່ໄດ້ທີ່ຈະຖອນທະຫານສະຫະລັດສອງພັນກວ່າຄົນແລະອຸບປະກອນມູນຄ່າຫຼາຍໆລ້ານໂດລາ ອອກໄປ ໂດຍມີເວລາທີ່ຍັງເຫຼືອຢູ່ພຽງເດືອນກວ່າໆເທົ່ານັ້ນ ກ່ອນຈະຮອດເສັ້ນຕາຍ.
ແຕ່ກະຊວງປ້ອງກັນປະເທດສະຫະລັດ ໃນຕອນແລງຂອງວັນອັງຄານວານນີ້ຢືນຢັດວ່າ ກຳນົດເວລາບໍ່ແມ່ນບັນຫາ ໃນຂະນະທີ່ສືບຕໍ່ກ່າວວ່າຍັງບໍ່ມີການຕັດສິນໃຈເທື່ອ ກ່ຽວກັບວ່າຈະເຮັດແບບໃດກັບກຳລັງທະຫານ.
ທ່ານຈອນ ເຄີບີ ໂຄສົກ ຂອງທຳນຽບຫ້າແຈ ກ່າວຕໍ່ພວກນັກຂ່າວວ່າ “ເວລາຜູ້ບັນຊາການທະຫານສູງສຸດ ໄດ້ທຳການຕັດສິນໃຈໄປແລ້ວ ພວກເຮົາຈະຈັດຕັ້ງປະຕິບັດການຕັດສິນໃຈນັ້ນ ບໍ່ວ່າມັນແມ່ນຫຍັງກໍຕາມ” ແລະທ່ານກ່າວຕື່ມອີກວ່າ ພວມມີການທົບທວນກ່ຽວກັບການວາງກຳລັງທະຫານຂອງສະຫະລັດ ຢູ່ໃນອັຟການິສຖານທີ່ສັ່ງການໂດຍປະທານາທິບໍດີໂຈ ໄບເດັນ “ກຳລັງດຳເນີນຢູ່ໃນເວລານີ້.”
ນອກນັ້ນ ທ່ານເຄີບີຍັງກ່າວວ່າ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍດ໌ ອອສຕິນ ຍັງມີຄວາມເຊື່ອໝັ້ນວ່າ “ຖ້າຫາກມີການຕັດສິນໃຈວ່າຈະປະຕິບັດຕາມການຖອນທະຫານສະຫະລັດອອກຈາກອັຟການິສຖານແລ້ວມັນກໍຈະມີການຈັດຕັ້ງປະຕິບັດໃຫ້ແລ້ວສຳເລັດໃນວິທີທີ່ປອດໄພ ເປັນລະບຽບແລະມີປະສິດທິພາບ.”
ບັນຫາທີ່ພາໃຫ້ມີຄວາມສັບສົນເພີ້ມຕື່ມ ກໍຄືລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ໃຫ້ຄຳໝັ້ນສັນຍາ ໃນຕອນເຊົ້າວັນອັງຄານວານນີ້ວ່າ ວໍຊິງຕັນຈະປຶກສາຫາລືກັບພັນທະມິດເນໂຕ້ຂອງຕົນເສຍກ່ອນ ກ່ຽວກັບການຖອນທະຫານດັ່ງກ່າວນີ້.
ທ່ານບລິງເກັນ ກ່າວຕໍ່ພວກນັກຂ່າວ ທີ່ນະຄອນບຣັສເຊີລສ໌ ບ່ອນທີ່ລັດຖະມົນຕີການຕ່າງປະເທດຂອງອົງການເນໂຕ້ພວມປະຊຸມກັນຢູ່ນັ້ນ ເພື່ອຫາລືກັນວ່າຈະດຳເນີນການແບບໃດໃນອະນາຄົດຢູ່ອັຟການິສຖານນັ້ນ ໂດຍເວົ້າວ່າ “ພວກເຮົາໄດ້ເຂົ້າໄປນຳກັນ ພວກເຮົາໄດ້ປັບປ່ຽນນຳກັນ ແລະເວລາໃດເໝາະສົມແລ້ວພວກເຮົາກໍຈະຖອນກຳລັງພ້ອມກັນ.”
ໂຄສົກຂອງກຸ່ມກະບົດຕາລີບານ ຊາບີຮູລລາ ມູຈາຮີດ ໃນຂະນະທີ່ສະແດງປະຕິກິລິຍາຕໍ່ການໃຫ້ຄວາມເຫັນຂອງທ່ານບລິງເກັນນັ້ນ ກ່າວຕໍ່ວີໂອເອວ່າ ກຸ່ມກະບົດດັ່ງກ່າວຄາດວ່າ ສະຫະລັດຈະຮັກສາຄຳເວົ້າຂອງຕົນແລະຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວໂດຍເຕັມ.