ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະສະໜອງຢາວັກຊີນ ກັນໂຄວິດ-19 ໃຫ້ແກ່ປະເທດເພື່ອນບ້ານ


ພວກຜູ້ສູງອາຍຸໃນຮູບກຳລັງໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ທີ່ສູນກາງສັກຢາວັກຊີນ ໃນນະຄອນເມັກຊິໂກຊີຕີ້ ເມື່ອວັນທີ 17 ມີນາ 2021.
ພວກຜູ້ສູງອາຍຸໃນຮູບກຳລັງໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ທີ່ສູນກາງສັກຢາວັກຊີນ ໃນນະຄອນເມັກຊິໂກຊີຕີ້ ເມື່ອວັນທີ 17 ມີນາ 2021.

ເຈົ້າໜ້າທີ່ສະຫະລັດ ແລະເມັກຊິໂກ ປະຕິເສດວ່າ ວໍຊິງຕັນບໍ່ໄດ້ວາງເງື່ອນໄຂໃດໆ ກ່ຽວກັບຢາວັກຊີນກັນໄວຣັສໂຄໂຣນາຫຼາຍໆລ້ານໂດ ທີ່ມີທ່າທາງວ່າຈະ ຖືກສົ່ງໄປໃຫ້ປະເທດເພື່ອນບ້ານທີ່ຢູ່ທາງໃຕ້ຂອງອາເມຣິກາ ໃນເວລາທີ່ມີພວກລັກລອບເຂົ້າເມືອງເປັນຈຳນວນຫຼວງຫຼາຍ ເດີນ ທາງຜ່ານເມັກຊິໂກມາຍັງສະຫະລັດ.

ໂຄສົກຂອງທຳນຽບຂາວ ທ່ານນາງເຈັນ ຊາກີ ກ່າວຕອບເວລາມີການຖາມກ່ຽວກັບເງື່ອນໄຂໃນການໃຫ້ເມັກຊິໂກຢືມຢາວັກຊີນ ແລະຄວາມໝັ້ນໝາຍ ຂອງປະ ເທດດັ່ງກ່າວທີ່ຈະຈຳກັດການຫຼັ່ງໄຫຼຂອງພວກຄົນເຂົ້າເມືອງຜິດກົດໝາຍໃຫ້ເຄັ່ງຄັດຂຶ້ນກວ່າເກົ່ານັ້ນ ໂດຍເວົ້າວ່າ “ການປ້ອງກັນການແຜ່ລະບາດຂອງພະຍາດຕິດຕໍ່ໄປຍັງທົ່ວໂລກ ແມ່ນພາກສ່ວນນຶ່ງໃນຈຸດປະສົງຂອງການດຳເນີນງານທາງດ້ານການທູດຂອງພວກເຮົາ. ອີກສິ່ງນຶ່ງ ໃນຈຸດປະສົງທາງດ້ານການທູດ ຂອງພວກເຮົາກໍແມ່ນເຮັດວຽກເພື່ອແກ້ໄຂບັນຫາທ້າທາຍຢູ່ໃນເຂດຊາຍແດນ. ດັ່ງນັ້ນຈຶ່ງບໍ່ຄວນເປັນເລື້ອງທີ່ແປກໃຈ ທີ່ການໂອ້ລົມສົນທະນາເຫຼົ່ານັ້ນ ແມ່ນພວມດຳເນີນຢູ່ແລະກໍກຳລັງເກີດຂຶ້ນ.”

ຖະແຫຼງການຂອງທ່ານໂຣເບີດໂຕ ເວລາສໂກ ອະທິບໍດີຮັບຜິດຊອບກ່ຽວກັບອາເມຣິກາເໜືອທີ່ກະຊວງການຕ່າງປະເທດຂອງເມັກຊິໂກກ່າວວ່າ “ສິ່ງເຫຼົ່ານີ້ແມ່ນສອງບັນຫາທີ່ແຕກຕ່າງກັນ ພວກເຮົາກຳລັງຊອກຫາຊ່ອງທາງເພື່ອໃຫ້ມີລະບົບຍົກຍ້າຍຖິ່ນຖານທີ່ມີຄວາມເປັນມະນຸດສະທຳຫຼາຍຂຶ້ນ ແລະເສີມຂະຫຍາຍການຮ່ວມມືຕ້ານໂຄວິດ-19 ເພື່ອຜົນປະໂຫຍດຂອງປະເທດພວກເຮົາທັງສອງ ແລະຢູ່ໃນຂົງເຂດ.

ທ່ານນາງຊາກີ ໃຫ້ການຢືນຢັນໃນວັນພະຫັດວານນີ້ວ່າ ພວມມີການຫາລືກັນທີ່ຈະສົ່ງຢາວັກຊີນອາສຕຣາເຊເນກາ 2 ລ້ານ 5 ແສນໂດສໄປໃຫ້ເມັກຊິໂກແລະ 1 ລ້ານ 5 ແສນໂດສ ໄປໃຫ້ການາດາ.

ໂຄສົກຂອງທຳນຽບຂາວກ່າວຕື່ມວ່າ “ພວກເຮົາພວມຊັ່ງຊາຢູ່ວ່າ ພວກເຮົາຈະໃຫ້ການກູ້ຢືມຢາວັກຊີນເຫຼົ່ານັ້ນແບບໃດ ນັ້ນແມ່ນຈຸດປະສົງຂອງພວກເຮົາແຕ່ກໍຍັງບໍ່ທັນມີການຕົກລົງກັນຂັ້ນສຸດທ້າຍເທື່ອ.

ໃນການໃຫ້ຄວາມເຫັນເມື່ອຕອນບ່າຍຂອງວັນພະຫັດວານນີ້ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ປະກາດວ່າ ການຄຸ້ມຄອງໃນການສັກຢາວັກຊີນກັນໄວຣັສໂຄໂຣນາ 100 ລ້ານເຂັມໃນລະຫວ່າງການເປັນປະທານາທິບໍດີຂອງຈະມີຂຶ້ນໃນວັນສຸກມື້ນີ້.

ກ່ອນໜ້ານີ້ ປະທານາທິບໍດີໄດ້ຕັ້ງເປົ້າໝາຍໄວ້ ກ່ຽວກັບການສັກຢາວັກຊີນ 100 ລ້ານເຂັມພາຍໃນເວລາ 100 ວັນ. ແຕ່ວັນສຸກມື້ນີ້ ແມ່ນມື້ທີ 50 ໃນການເຂົ້າຮັບໜ້າທີ່ຂອງລັດຖະບານທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG