ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະເກົາຫຼີໃຕ້ ໃຫ້ການຢືນຢັນອີກເທື່ອນຶ່ງ ກ່ຽວກັບທ່າທີ ທີ່ມີຕໍ່ເກົາຫຼີເໜືອ


ລັດຖະມົນຕີການຕ່າງປະເທດ ສຫລ ທ່ານແອນໂທນີ ບລິງເກັນ ຕຳສອກ ກັບລັດຖະມົນຕີຕ່າງປະເທດເກົາຫຼີໃຕ້ ທ່ານຈັງ ອຸຍ ຢອງ ຫຼັງຈາກພິທີເຊັນຂໍ້ຕົກລົງພິເສດ ທີ່ກະຊວງຕ່າງປະເທດ ໃນນະຄອນຫຼວງໂຊລ ເມື່ອວັນທີ 18 ມີນາ 2021. (Photo by Lee Jin-man / POOL /…
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານແອນໂທນີ ບລິງເກັນ ຕຳສອກ ກັບລັດຖະມົນຕີຕ່າງປະເທດເກົາຫຼີໃຕ້ ທ່ານຈັງ ອຸຍ ຢອງ ຫຼັງຈາກພິທີເຊັນຂໍ້ຕົກລົງພິເສດ ທີ່ກະຊວງຕ່າງປະເທດ ໃນນະຄອນຫຼວງໂຊລ ເມື່ອວັນທີ 18 ມີນາ 2021. (Photo by Lee Jin-man / POOL /…

ເຈົ້າໜ້າທີ່ອະວຸໂສດ້ານນະໂຍບາຍການຕ່າງປະເທດ ແລະປ້ອງກັນປະເທດຂອງສະຫະ ລັດແລະເກົາຫຼີໃຕ້ ໄດ້ສະຫລຸບການເຈລະຈາຢູ່ນະຄອນຫຼວງໂຊລ ທີ່ເພັ່ງເລັງໃສ່ການຂົ່ມຂູ່ຕໍ່ຄວາມໝັ້ນຄົງໂດຍເກົາຫຼີເໜືອ.

ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ແລະລັດຖະມົນ ຕີກະຊວງປ້ອງກັນປະເທດ ທ່ານລອຍດ໌ ອອສຕິນ ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດເກົາຫຼີໃຕ້ ທ່ານຈັງ ອຸຍ ວອງ (Chung Eui-vong) ແລະລັດຖະມົນຕີປ້ອງກັນຊາດ ທ່ານຊູ ວຸກ (Suh Wook) ໃນວັນພະຫັດມື້ນີ້.

ທ່ານບລິງເກັນ ກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຊຶ່ງເອີ້ນເກົາຫຼີເໜືອໂດຍຊື່ຫຍໍ້ຈາກສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີທີ່ເວົ້າວ່າ “ພວກເຮົາມີຄວາມໝັ້ນໝາຍທີ່ຈະປົດອາວຸດນິວເຄລຍໃນແຫຼມເກົາຫຼີ ຫຼຸດໄພຂົ່ມຂູ່ທີ່ມີ ຕໍ່ສະຫະລັດ ແລະພັນທະມິດ ຈາກ ສປປ ເກົາຫຼີ ແລະປັບປຸງຊີວິດການເປັນຢູ່ປະຊາຊົນຂອງຊາວເກົາຫຼີທັງມວນ ຮວມທັງປະຊາຊົນຢູ່ໃນເກົາຫຼີເໜືອ ທີ່ຍັງສືບຕໍ່ໄດ້ຮັບຄວາມທຸກທໍລະມານ ພ້ອມທັງການລ່ວງລະເມີດ ທີ່ມີຂຶ້ນຢ່າງກວ້າງຂວາງແລະເປັນລະບົບຢູ່ທີ່ນັ້ນ.”

ເກົາຫຼີໃຕ້ ເປັນປະເທດທີ່ມີທະຫານອາເມຣິກັນປະມານ 28 ພັນຄົນປະຈຳການຢູ່ທີ່ນັ້ນ ແລະໃນລະຫວ່າງພິທີຊຶ່ງຈັດຂຶ້ນໃນອາທິດນີ້ ປະເທດທັງສອງໄດ້ເຊັນຂໍ້ຕົກລົງກ່ຽວກັບເງິນສະໜັບສະໜຸນ ການປະຈຳການຂອງກຳລັງດັ່ງກ່າວ ຊຶ່ງໄດ້ແຫຼ່ງທີ່ມາຂອງບັນຫາຂັດແຍ້ງ ລະຫວ່າງໂຊລ ແລະວໍຊິງຕັນ ໃນລະຫວ່າງຊຸມປີສຸດທ້າຍຂອງລັດຖະບານປະທານາທິບໍດີດໍໂນລ ທຣຳ.

ລັດຖະມົນຕີປ້ອງກັນປະເທດອອສຕິນ ຊຶ່ງເປັນນາຍພົນເບ້ຍບຳນານນັ້ນ ກ່າວວ່າ ການເປັນພັນທະມິດ ລະຫວ່າງປະເທດທັງສອງຍັງສືບຕໍ່ “ມີຄວາມເຂັ້ມແຂງບໍ່ມີການປ່ຽນແປງ.”

ທ່ານອອສຕິນກ່າວຕື່ມວ່າ “ສະຫະລັດຍັງມີຄວາມໝັ້ນໝາຍໂດຍເຕັມ ທີ່ຈະປົກປ້ອງ ສາທາລະ ນະລັດເກົາຫຼີ (ເກົາຫຼີໃຕ້) ໂດຍໃຊ້ຄວາມສາມາດທີ່ມີຢູ່ຢ່າງເຕັມອັດຕາ ຮວມທັງການຄຸ້ມຄອງດ້ວຍອາວຸດນິວເຄລຍຂອງພວກເຮົາ.”

ພວກເຈົ້າໜ້າທີ່ຂອງອາເມຣິກັນທັງສອງ ແມ່ນຕາງໜ້າໃຫ້ລັດຖະບານທ່ານໄບເດັນ ໃນລະດັບລັດຖະມົນຕີ ທີ່ເດີນທາງໄປຢ້ຽມຢາມຕ່າງປະເທດເທື່ອທຳອິດ ຊຶ່ງຮວມທັງການພົບປະທີ່ນະຄອນຫຼວງໂຕກຽວ ໃນຕົ້ນອາທິດນີ້. ແຕ່ການຢຸດແວ່ທີ່ເກົາຫຼີໃຕ້ ມີຂຶ້ນຫຼັງຈາກ 4 ປີ ໃນຄວາມສຳພັນ ທີ່ມັກມີບັນຫາລະຫວ່າງ ວໍຊິງຕັນແລະໂຊລ ທີ່ປາກົດວ່າປະທານາທິບໍດີຄົນໃໝ່ຂອງສະຫະລັດມີຄວາມກະຕືລືລົ້ນທີ່ຈະປົວແປງຄວາມສຳພັນດັ່ງກ່າວ ອີງຕາມຄຳເວົ້າຂອງພວກນັກວິເຄາະ.

ທ່ານຮີ ຈິນ ກູ (Hee-jin Koo) ນັກຄົ້ນຄວ້າທີ່ອົງການແຫຼມເກົາຫຼີໃນອະນາຄົດ ຢູ່ນະຄອນຫຼວງໂຊລ ກ່າວວ່າ ການເດີນທາງໄປຢ້ຽມຢາມຂົງເຂດ ຂອງທ່ານບລິງເກັນ ແລະທ່ານອອສຕິນ ເປັນ “ບາດລ້ຽວ” ສຳລັບສະຫະລັດແລະບັນດາປະເທດພັນທະມິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG