ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ເລີ້ມການເດີນທາງ ໄປເຜີຍແຜ່ 'ການຊ່ວຍເຫຼືອມາຮອດແລ້ວ'


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ທີ່ທຳນຽບຂາວ ເມື່ອວັນທີ 15 ມີນາ 2021.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ທີ່ທຳນຽບຂາວ ເມື່ອວັນທີ 15 ມີນາ 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໃນວັນອັງຄານມື້ນີ້ ເດີນທາງໄປເຂດຊານເມືອງຂອງນະຄອນຟີລາແດລເຟຍຂະນະທີ່ລັດຖະບານຂອງທ່ານເພັ່ງເລັງໃສ່ທຸລະກິດຂະໜາດນ້ອຍ ເພື່ອໂຄສະນາສົ່ງເສີມແຜນການຊ່ວຍເຫຼືອບັນເທົາໄວຣັສໂຄໂຣນາມູນຄ່າ 1 ພັນ 900 ໂດລາ ທີ່ທ່ານໄດ້ເຊັນໃນອາທິດແລ້ວນີ້.

ທ່ານນາງເຈັນ ຊາກິ ໂຄສົກຂອງທຳນຽບຂາວ ໄດ້ກ່າວໃນວັນຈັນວານນີ້ວ່າ ທ່ານໄບເດັນ ຈະກ່າວຢ້ຳວ່າ “ແຜນການຊ່ວຍເຫຼືອນີ້ ລົງທຶນໃນທຸລະກິດຂະໜາດນ້ອຍແບບໃດ ຊຶ່ງເປັນອົງປະ ກອບທີ່ສຳຄັນຂອງແຜນການ ຮວມທັງທຸລະກິດທີ່ພວກຊົນກຸ່ມນ້ອຍເປັນເຈົ້າຂອງ ເພື່ອໃຫ້ພວກເຂົາເຈົ້າສາມາດຈ້າງຄືນພວກຄົນງານ ໃນຂະນະທີ່ປົກປ້ອງໃຫ້ພວກເຂົາເຈົ້າປອດໄພ.”

ຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮຣິສ ແລະສາມີຂອງທ່ານນາງ ທ່ານເດີກ ເອມຮອຟ ກໍໄດ້ປະກອບສ່ວນເຂົ້າຮ່ວມ ໃນຄວາມພະຍາຍາມດັ່ງກ່າວນີ້ເຊັ່ນດຽວກັນ ໂດຍພົບປະກັບພວກເຈົ້າຂອງທຸລະກິດຂະໜາດນ້ອຍ ທີ່ລັດໂຄໂລຣາໂດໃນວັນອັງຄານມື້ນີ້ ຫຼັງຈາກໄດ້ໄປຢ້ຽມຢາມຄລີນິກສັກຢາວັກຊີນໂຄວິດ-19 ແຫ່ງນຶ່ງຢູ່ໃນລັດດັ່ງກ່າວ.

ທ່ານໂຈ ໄບເດັນກ່າວໃນວັນຈັນວານນີ້ວ່າ ສະຫະລັດຈະບັນລຸ “ສອງເປົ້າໝາຍໃຫຍ່” ໃນໄລຍະ 10 ມື້ຂ້າງໜ້ານີ້ ຄືສຳເລັດເສັດສິ້ນການສັກຢາວັກຊີນໃຫ້ແກ່ 100 ລ້ານຄົນ ແລະແຈກຢາຍເຊັກເງິນ 100 ລ້ານໂດລາ ທີ່ເປັນສ່ວນນຶ່ງຂອງແຜນການຊ່ວຍເຫຼືອດັ່ງກ່າວນີ້.

ທ່ານໄບເດັນກ່າວຢູ່ທີ່ຫ້ອງຮັບປະທານອາຫານຂອງທຳນຽບຂາວ ໃນວັນຈັນວານນີ້ວ່າ “ແຜນ ການຊ່ວຍເຫຼືອຊາວອາເມຣິກັນ ໄດ້ເຮັດໄປແລ້ວໃນສິ່ງທີ່ອອກແບບມາໃຫ້ເຮັດ ຄືເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໃນທຸກໆມື້ ມີຄວາມແຕກຕ່າງ.”

ສ່ວນຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານມິຈ ແມັກຄອນແນລ ກ່າວໃນວັນຈັນວານນີ້ວ່າ ປະທານາທິບໍດີບໍ່ຄວນທີ່ຈະເອົາຄວາມດີໃສ່ໂຕຫຼາຍເກີນໄປຕໍ່ອັນທີ່ທ່ານແມັກຄອນແນລ ເອີ້ນວ່າ “ຄວາມຫວັງໄປໃນແງ່ດີຂອງລະດູບານໃໝ່ທີ່ພວມຂວາງໜ້າພວກເຮົາຢູ່ນັ້ນ.”

ທ່ານແມັກຄອນແນລ ກ່າວຕື່ມວ່າ “ພື້ນທີ່ໆພວກເຮົາວາງອອກໃນປີກາຍນີ້ ໄດ້ສະໜອງໃຫ້ເກີດຄວາມສຳເລັດຄັ້ງປະຫວັດສາດ. ບ່ອນທີ່ລັດຖະບານຂອງທ່ານໄບເດັນ ຍັງສືບຕໍ່ຈັດການແຈກຢາຍໃຫ້ດີຕື່ມຂຶ້ນ ແນ່ນອນພວກເຂົາເຈົ້າກໍຄວນຈະໄດ້ຮັບການຍົກຍ້ອງບາງສ່ວນ ກ່ຽວກັບເລື້ອງນີ້ ແຕ່ຄວາມພະຍາຍາມຂອງພວກເຂົາເຈົ້າທີ່ຈະໂດດອອກໜ້າກ່ຽວກັບການປຸກລະດົມທີ່ມີມາຕະຫຼອດປີນັ້ນບໍ່ຄວນທີ່ຈະຫຼອກລວງຜູ້ໃດ.”

ສິ່ງທີ່ລັດຖະບານທ່ານໄບເດັນພວມໂຄສະນາເຜີຍແຜ່ ໃນຂະນະທີ່ “ການຊ່ວຍ ເຫຼືອມາຮອດແລ້ວ” ແມ່ນເລີ້ມຂຶ້ນໃນວັນຈັນວານນີ້ ໂດຍມີກຳນົດການຢຸດແວ່ຢູ່ຕາມລັດຕ່າງໆຕະຫຼອດອາທິດ ເພື່ອເວົ້າເຖິງຜົນປະໂຫຍດຂອງແຜນການນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG