ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອອສເຕຣເລຍວາງແຜນຈະເລີ້ມການເດີນທາງ ລະຫວ່າງປະເທດຄືນ ໂດຍຈະໃຫ້ ສິງກະໂປ ເປັນບ່ອນກັກໂຕ ສຳລັບກວດໂຄວິດ-19


ຢາວັກຊີນກັນໂຄວິດ-19 ຊຸດທຳອິດ ສົ່ງໄປເຖິງອອສເຕຣເລຍ ໂດຍສາຍການບິນຂອງສິງກະໂປ ທີ່ສະໜາມບິນສາກົນຊິດນີ.
ຢາວັກຊີນກັນໂຄວິດ-19 ຊຸດທຳອິດ ສົ່ງໄປເຖິງອອສເຕຣເລຍ ໂດຍສາຍການບິນຂອງສິງກະໂປ ທີ່ສະໜາມບິນສາກົນຊິດນີ.

ອອສເຕຣເລຍ ພວມເຮັດວຽກກ່ຽວກັບແຜນການອັນສໍາຄັນທີ່ຈະເຮັດໃຫ້ສິງກະໂປເປັນບ່ອນກັກເພື່ອກວດໂຄວິດ-19 ແລະອາດເປັນບ່ອນສັກຢາວັກ​ຊີນສຳລັບຊາວອອສເຕຣເລຍທີ່ເດີນທາງກັບຄືນປະເທດ ພວກນັກສຶກສາຈາກຕ່າງປະເທດ ແລະພວກເດີນທາງໄປເຮັດທຸລະກິດ. ຟິລ ເມີເຊີ ມີລາຍງານຈາກຊິດນີ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ຂໍ້ຕົກລົງກັບສິງກະໂປ ອາດຈະອະນຸຍາດ ໃຫ້ພວກຜູ້ໂດຍສານ ທີ່ເດີນທາງໄປອອສເຕຣເລຍປະຕິບັດໄດ້ຢ່າງຄົບຖ້ວນ ຕາມກົດລະບຽບທີ່ເຄັ່ງຄັດ ທາງດ້ານຄວາມປອດໄພຊີວະພາບ ກ່ອນທີ່ຈະເດີນທາງໄປເຖິງປະເທດດັ່ງກ່າວ.

ພວກລັດຖະມົນຕີຫວັງວ່າ ຂໍ້ສະເໜີດັ່ງກ່າວ ກັບສິງກະໂປ ຊຶ່ງຕັ້ງຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ຈະຊ່ວຍໃຫ້ຊາວອອສເຕຣເລຍປະມານ 40,000 ຄົນທີ່ຕົກຄ້າງ ຢູ່ໃນຕ່າງປະເທດ ເດີນ ທາງກັບຄືນປະເທດໄດ້ ເພີ້ມການທ່ອງທ່ຽວແລະຟື້ນຟູຕະຫຼາດນັກສຶກສາຕ່າງປະເທດ ມູນຄ່າຫຼາຍພັນລ້ານໂດລາ ຕາມມະຫາວິທະຍາໄລຕ່າງໆຂອງອອສເຕຣເລຍຊຶ່ງໄດ້ຮັບຜົນກະທົບຢ່າງໜັກຍ້ອນການປິດປະເທດ.

ມັນເປັນເວລານຶ່ງປີແລ້ວ ນັບແຕ່ແຄນເບີຣາ ໄດ້ຫ້າມບໍ່ໃຫ້ພວກເດີນທາງຊາວຕ່າງດ້າວເຂົ້າປະເທດໃນຄວາມພະຍາຍາມເພື່ອຈະສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19. ຂໍ້ຫ້າມດັ່ງກ່າວ ເມື່ອໄວໆມານີ້ ໄດ້ມີການຕໍ່ອາຍຸໄປຮອດຢ່າງໜ້ອຍໃນເດືອນມິຖຸນາ.

ຮອງນາຍົກລັດຖະມົນຕີອອສເຕຣເລຍ ທ່ານໄມເກີລ ແມັກຄໍແມັກ (Michael McCormack) ກ່າວວ່າ ລັດຖະບານພວມກະກຽມທີ່ຈະເລີ້ມການເດີນທາງລະຫວ່າງປະເທດຄືນໃໝ່. ທ່ານແມັກຄໍແມັກ ກ່າວວ່າ:

“ນອກນັ້ນ ພວກເຮົາຍັງໃຫ້ແນ່ໃຈວ່າ ເຮືອບິນແມ່ນເປັນທີ່ພ້ອມແລ້ວ. ພວກເຮົາບໍ່ສາມາດ ທີ່ຈະເອົາເຮືອບິນແລ່ນອອກມາຈາກໂຮງເກັບ ແລະປ່ອຍໃຫ້ມັນເລີ້ມບິນເສັ້ນທາງລະຫວ່າງປະເທດຄືນໂລດ. ພວກເຮົາພວມເຮັດວຽກຮ່ວມກັບສິງກະໂປ ໃນເວລານີ້ ຊຶ່ງບາງທີອາດເປີດຄືນ ໃນເດືອນກໍລະກົດ ແລະສິ່ງເຫຼົ່ານີ້ແມ່ນຮ່ອງຮອຍໃນທາງບວກ ແລະໃນຂະນະທີ່ມີການເລີ້ມສັກຢາວັກຊີນບໍ່ແມ່ນແຕ່ຢູ່ ໃນອອສເຕຣເລຍ ແຕ່ໃນປະເທດ ກໍອື່ນເຊັ່ນດຽວກັນ ພວກເຮົາຈະເປີດຄືນເຂດຕ່າງໆຫຼາຍຂຶ້ນ.”

ພາຍໃຕ້ແຜນການນີ້ ຊາວອອສເຕຣເລຍຈະໄດ້ຮັບອະນຸຍາດໃຫ້ບິນໄປຍັງສິງກະໂປ ໂດຍບໍ່ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ ແຕ່ພວກເຂົາເຈົ້າຕ້ອງໄດ້ຮັບການສັກຢາວັກຊີນກັນໂຄວິດ-19.

ນອກນັ້ນຊາວສິງກະໂປ ຜູ້ທີ່ໄດ້ຮັບການສັກຢາວັກຊີນແລ້ວ ຈະໄດ້ຮັບອະນຸຍາດໃຫ້ເດີນທາງໄປອອສເຕຣເລຍໂດຍບໍ່ຕ້ອງໄດ້ໄປກັກໂຕຢູ່ທີ່ໂຮມແຮມເປັນເວລາສອງອາທິດ.

ອອສເຕຣເລຍໄດ້ໃຫ້ການອະນຸຍາດແກ່ພວກທີ່ເດີນທາງມາຈາກນິວຊີແລນແບບດຽວກັນ ແຕ່ພວກເຈົ້າໜ້າທີ່ຢູ່ແວລລິງຕັນ ຍັງບໍ່ທັນໄດ້ສະໜອງຕອບໂດຍອະນຸຍາດໃຫ້ຊາວອອສເຕຣເລຍເຂົ້າປະເທດແບບດຽວກັນນີ້ເທື່ອ.

ປະຊາຊົນຊາວອອສເຕຣເລຍສາມາດເດີນທາງກັບຄືນບ້ານຈາກຕ່າງປະເທດ ແຕ່ພວກເຂົາເຈົ້າຕ້ອງໄດ້ປະເຊີນ ກັບການຖືກບັງຄັບ ໃຫ້ກັກໂຕເສຍກ່ອນ. ປະຊາ ຊົນຫຼາຍພັນຄົນໄດ້ຖືກປະປ່ອຍໃຫ້ຕົກຄ້າງ ຍ້ອນບໍ່ມີໂຮງແຮມໃຫ້ປະຊາຊົນພັກອາໄສເພື່ອກັກໂຕພຽງພໍ.

ອອສເຕຣເລຍໄດ້ບັນທຶກການຕິດເຊື້ອໂຄວິດ-19 ພຽງແຕ່ 29,000 ກວ່າກໍລະ ນີ ນັບແຕ່ໂຣກລະບາດໄດ້ເລີ້ມຂຶ້ນ. ອີງຕາມກະຊວງສາທາລະນະສຸກແລ້ວ ມີຜູ້ເສຍຊີວິດ 909 ຄົນ.

ແຜນການຍຸດທະສາດໃນການຮັບມືກັບໂຄວິດ-19 ຂອງອອສເຕຣເລຍ ມີອົງປະກອບຢູ່ 4 ຢ່າງຄື ຈຳກັດພວກນັກເດີນທາງລະຫວ່າງປະເທດ ການປິດບາງຄຸ້ມຢ່າງເຄັ່ງຄັດ ການຕິດຕາມຫາຜູ້ຕິດເຊື້ອແບບຊັບຊ້ອນ ແລະການກວດຂະໜາດໃຫຍ່.

ໂຄງການສັກຢາວັກຊີນໃນທົ່ວປະເທດ ເລີ້ມຂຶ້ນໃນເດືອນແລ້ວນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG