ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ສັ່ງໃຫ້ລັດຕ່າງໆ ກຽມຢາວັກຊີນໄວ້ໃຫ້ພວກຊາວໜຸມ ພາຍໃນວັນທີ 1 ພຶດສະພາ


ປ. ໂຈ ໄບເດັນ ພວມຍົກໜ້າກາກ ໃນຂະນະທີ່ພວມກ່າວເຖິງໂຣກລະບາດໂຄວິດ-19 ໃນຄຳປາໄສຕໍ່ປະເທດຊາດ ທີ່ທຳນຽບຂາວ ເມື່ອແລງວັນພະຫັດ ທີ 11 ມີນາ 2021.
ປ. ໂຈ ໄບເດັນ ພວມຍົກໜ້າກາກ ໃນຂະນະທີ່ພວມກ່າວເຖິງໂຣກລະບາດໂຄວິດ-19 ໃນຄຳປາໄສຕໍ່ປະເທດຊາດ ທີ່ທຳນຽບຂາວ ເມື່ອແລງວັນພະຫັດ ທີ 11 ມີນາ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ອອກຄຳສັ່ງໃຫ້ 50 ລັດ ຕະຫຼອດທັງດິນແດນ ແລະລັດຖະບານຂອງຊົນຊາດຊົນເຜົ່າຕ່າງໆ ເຮັດໃຫ້ພວກຊາຍໜຸ່ມຍິງສາວທັງໝົດ ສາມາດເລີ້ມສັກຢາວັກຊີນກັນໄວຣັສໂຄໂຣນາໄດ້ ພາຍໃນຕົ້ນເດືອນພຶດສະພາ ນັ້ນຄືຄຳເວົ້າທີ່ທ່ານໄດ້ກ່າວ ຕໍ່ປະເທດຊາດ ໃນຕອນແລງວັນພະຫັດວານນີ້.

ປະທານາທິບໍດີໄບເດັນ ກ່າວໃນຄຳປາໄສທາງໂທລະພາບເທື່ອທຳອິດຂອງທ່ານວ່າ “ນັ້ນແມ່ນໄວກວ່າທີ່ຄາດໝາຍໄວ້. ນັ້ນບໍ່ໄດ້ໝາຍຄວາມວ່າທຸກໆຄົນຈະໄດ້ຮັບການສັກຢາໃນທັນທີ ແຕ່ມັນໝາຍຄວາມວ່າທ່ານສາມາດຈົດຊື່ເຂົ້າແຖວເລີ້ມໃນວັນທີ 1 ພຶດສະພາ.”

ພາຍໃນທ້າຍເດືອນພຶດສະພາ ສະຫະລັດຄາດວ່າ ຈະມີການສະໜອງຢາວັກຊີນພຽງພໍສຳລັບພວກຊາຍໜຸ່ມ ຍິງສາວທຸກໆຄົນ ນັ້ນຄືຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ກ່າວຕໍ່ພວກນັກຂ່າວ ກ່ອນປະທານາທິບໍດີກ່າວຄຳປາໄສ.

ໃນຂີດໝາຍຄົບຮອບນຶ່ງປີນັບແຕ່ໂຄວິດ-19 ເລີ້ມການລະບາດໄປທົ່ວສະຫະລັດນັ້ນ ທ່ານໄບເດັນໄດ້ໃຫ້ການອະທິບາຍກ່ຽວກັບເປົ້າໝາຍຂອງທ່ານ ທີ່ຈະອະນຸຍາດໃຫ້ມີການເຕົ້າໂຮມກັນ ແບບຈຳກັດ ເນື່ອງໃນວັນເອກກະລາດປີນີ້.

ທ່ານກ່າວວ່າ “ພາຍໃນວັນທີ 4 ກໍລະກົດ ມີໂອກາດດີຫຼາຍ ທີ່ທ່ານ ຄອບຄົວແລະເພື່ອນຝູງຂອງທ່ານ ສາມາດເຕົ້າໂຮມກັນຢູ່ຫຼັງບ້ານຂອງທ່ານຫຼືເພື່ອນບ້ານຂອງທ່ານ ແລະພາກັນຄົວກິນ ປີ້ງບາເບຄິວ ແລະສະເຫຼີມສະຫຼອງວັນເອກກະລາດ.

ທ່ານກ່າວຕື່ມວ່າ “ນັ້ນບໍ່ໄດ້ໝາຍຄວາມວ່າ ມັນເປັນງານໃຫຍ່ມີຜູ້ຄົນເຕົ້າໂຮມກັນຢ່າງຫຼວງຫຼາຍ ແຕ່ມັນໝາຍຄວາມວ່າ ກຸ່ມນ້ອຍໆສາມາດເຕົ້າໂຮມກັນໄດ້ຫຼັງຈາກເປັນເວລາດົນນານ ຂອງປີທີ່ຫຍຸ້ງຍາກລຳບາກ ທີ່ຈະເຮັດໃຫ້ວັນເອກກະລາດປີນີ້ ມີຄວາມໝາຍເປັນພິເສດ ບ່ອນທີ່ພວກເຮົາຈະບໍ່ພຽງແຕ່ສະຫຼອງວັນເອກກະລາດ ໃນຖານະປະເທດຊາດເທົ່ານັ້ນ ແຕ່ຈະເປັນບ່ອນທີ່ພວກເຮົາເລີ້ມຂີດໝາຍຂອງຄວາມເປັນເອກກະລາດຂອງພວກເຮົາຈາກເຊື້ອໄວຣັສນີ້.”

ກ່ອນປະທານາທິບໍດີກ່າວຄຳປາໄສ ຊຶ່ງເປັນມື້ທີ 50 ນັບຕັ້ງແຕ່ທ່ານໄດ້ເຂົ້າຮັບຕຳແໜ່ງມາ ລັດຖະບານຂອງທ່ານໄດ້ປະກາດກ່ຽວກັບການສົ່ງທະຫານ 4,000 ຄົນ ໄປຊ່ວຍສະໜັບສະໜຸນການສັກຢາວັກຊີນ ຊຶ່ງຮວມແລ້ວມີຈຳນວນທັງໝົດຫຼາຍກວ່າ 6,000 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG