ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີປຸ່ນ ລະນຶກເຖິງຜູ້ເຄາະຮ້າຍ ໃນວັນຄົບຮອບ 10 ປີ ຂອງການເກີດໄພທຳມະຊາດ ແລະໄພພິບັດນິວເຄລຍຮ້າຍແຮງ


ນາຍົກລັດຖະມົນຕີໂຢຊິຮິເດະ ຊູກະ ທີ່ໃສ່ໜ້າກາກ ເດີນທາງໄປຮອດໂຮງລະຄອນແຫ່ງຊາດຍີປຸ່ນ ເພື່ອຮ່ວມພິທີໄວ້ອາໄລແຫ່ງຊາດໃຫ້ແກ່ຜູ້ຄາະຮ້າຍ ຍ້ອນແຜ່ນດິນໄຫວ ແລະຟອງຍັກສຸນາມິ ໃນວັນທີ 11 ມີນາ 2011 ຢູ່ທີ່ນະຄອນຫຼວງໂຕກ່ຽວ ໃນວັນທີ 11 ມີນາ 2021.
ນາຍົກລັດຖະມົນຕີໂຢຊິຮິເດະ ຊູກະ ທີ່ໃສ່ໜ້າກາກ ເດີນທາງໄປຮອດໂຮງລະຄອນແຫ່ງຊາດຍີປຸ່ນ ເພື່ອຮ່ວມພິທີໄວ້ອາໄລແຫ່ງຊາດໃຫ້ແກ່ຜູ້ຄາະຮ້າຍ ຍ້ອນແຜ່ນດິນໄຫວ ແລະຟອງຍັກສຸນາມິ ໃນວັນທີ 11 ມີນາ 2011 ຢູ່ທີ່ນະຄອນຫຼວງໂຕກ່ຽວ ໃນວັນທີ 11 ມີນາ 2021.

ຍີປຸ່ນ ລະນຶກເຖິງຂີດໝາຍຄົບຮອບ 10 ປີໃນການເກີດແຜ່ນດິນໄຫວຂະໜາດແຮງ ແລະຟອງຍັກສຸນາມິທີ່ໄດ້ທຳລາຍໝູ່ບ້ານແລະເມືອງຈຳນວນນຶ່ງ ພ້ອມທັງກໍ່ໃຫ້ເກີດໄພພິບັດຮ້າຍແຮງສຸດທາງດ້ານນິວເຄລຍຂອງໂລກ.

ນາຍົກລັດຖະມົນຕີໂຢຊິຮິເດະ ຊູກະ ແລະຈັກກະພັດນາຣຸຮິໂຕະໄດ້ນຳພາພວກໄວ້ທຸກ ດ້ວຍການຢືນສະຫງົບສະຕິອາລົມຊົ່ວຂະນະນຶ່ງ ໃນພິທີໄວ້ອາໄລ ທີ່ນະ ຄອນຫລວງໂຕກຽວໃນວັນພະຫັດມື້ນີ້ ເວລາທີ່ແຜ່ນດິນໄຫວຂະໜາດແຮງ 9.0 ໄດ້ເກີດຂຶ້ນ ຊຶ່ງໄດ້ພາໃຫ້ເກີດຟອງຍັກສຸນາມິ ຊັດເຂົ້າຖະຫຼົ່ມ ເຂດພາກຕາເວັນອອກສຽງເໜືອຂອງຍີປຸ່ນ ກ່ອນຈະຕຳເຂົ້າໃສ່ໂຮງໄຟຟ້ານິວເຄລຍໃນເຂດເມືອງຟູກຸຊິມະ.

ຄື້ນຟອງຂະໜາດໃຫຍ່ໄດ້ພັດເຂົ້າທຳລາຍ ການສະໜອງໄຟຟ້າແລະລະບົບທຳຄວາມເຢັນຂອງໂຮງງານ ຊຶ່ງໄດ້ພາໃຫ້ເຄື່ອງປະຕິກອນນິວເຄລຍ 3 ໜ່ວຍລະລາຍ ໂດຍໄດ້ເຮັດໃຫ້ກຳມັນຕະພາບລັງສີ ໃນປະລິມານຫຼວງຫຼາຍຮົ່ວໄຫຼອອກສູ່ອາກາດ ແລະໄດ້ບັງຄັບໃຫ້ມີການຍົກຍ້າຍປະຊາຊົນຫຼາຍຮ້ອຍພັນຄົນ ອອກໄປຈາກບໍລິເວນໃກ້ຄຽງ ຊຶ່ງເຮັດໃຫ້ມັນກາຍເປັນໄພພິບັດທາງດ້ານນິເຄລຍ ທີ່ຮ້າຍແຮງສຸດຂອງໂລກ ນັບແຕ່ໄດ້ເກີດອຸບັດຕິເຫດ ທີ່ໂຮງໄຟຟ້ານິວເຄລຍຢູ່ເຊີໂນເບິລ ໃນປີ 1986.

ລັດຖະບານຍີ່ປຸ່ນໄດ້ໃຊ້ເງິນເກືອບ 300 ພັນລ້ານໂດລາເພື່ອໂຄງການບູລະນະສ້າງສາຄືນໃນເຂດເມືອງຟູກຸຊິມະ ແລະເຂດອ້ອມແອ້ມ ແຕ່ຫຼາຍໆເຂດ ທີ່ຕັ້ງຢູ່ອ້ອມໂຮງໄຟຟ້າດັ່ງກ່າວ ຍັງຫ້າມບໍ່ໃຫ້ຄົນເຂົ້າໄປເນື່ອງຈາກຍັງມີກຳມັນຕະພາບລັງສີໃນລະດັບສູງ. ຍັງມີປະຊາຊົນຫຼາຍກວ່າ 40,000 ຄົນບໍ່ສາມາດກັບຄືນໄປບ້ານເດີມໄດ້ ຍ້ອນການລະລາຍຂອງເຕົາປະຕິກອນນິວເຄລຍທີ່ຟູກຸຊິມະ.

ປະຊາຊົນ ທີ່ຢູ່ອາໄສໃນເຂດແຄມຝັ່ງທະເລທາງກ້ຳຕາເວັນອອກສຽງເໜືອຂອງຍີປຸ່ນໄດ້ໄປເຕົ້າໂຮມກັນໃນຕອນເຊົ້າຂອງວັນພະຫັັດມື້ນີ້ ເພື່ອວາງດອກໄມ້ແລະສູດມົນພາວະນາດ້ວຍຄວາມສະຫງົບໃຫ້ແກ່ພວກທີ່ເສຍຊີວິດຫຼາຍກວ່າ 18,000 ຄົນ ຍ້ອນໄພພິບັດດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG