ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕ່ຳ ສຫລ ຈະລົງຄະແນນສຽງ ໄວໆນີ້ ເພື່ອອະນຸມັດ ແຜນການຊ່ວຍເຫຼືອບັນເທົາໄວຣັສໂຄໂຣນາ


ທ່ານນາງແນນຊີ ເພໂລຊີ ພວມຍ່າງອອກມາ ຢູ່ກາງຫ້ອງປະຊຸມຂອງສະພາຕ່ຳສະຫະລັດ ທີ່ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 9 ມີນາ 2021.
ທ່ານນາງແນນຊີ ເພໂລຊີ ພວມຍ່າງອອກມາ ຢູ່ກາງຫ້ອງປະຊຸມຂອງສະພາຕ່ຳສະຫະລັດ ທີ່ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 9 ມີນາ 2021.

ສະພາຕ່ຳສະຫະລັດ ຄາດວ່າຈະຮັບຜ່ານ ແຜນການບັນເທົາໄວຣັສໂຄໂຣນາມູນຄ່າ 1 ພັນ 900 ຕື້ໂດລາສະຫະລັດ ໃນວັນພຸດມື້ນີ້ ທີ່ແນໃສ່ເພື່ອໃຫ້ການຊ່ວຍເຫຼືອທາງດ້ານການເງິນແກ່ບັນດາຄອບຄົວແລະທຸລະກິດຂອງຊາວອາເມຣິກັນ.

ກ່ອນໜ້າການລົງຄະແນນສຽງກັນນັ້ນ ປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ກ່າວວ່າ ທ່ານນາງມີຄວາມເຊື່ອໝັ້ນ ກ່ຽວກັບການຮັບຜ່ານ ແຜນການດັ່ງກ່າວຢູ່ໃນສະພາຕ່ຳ ທີ່ພັກເດໂມແຄຣັດກຳສຽງສ່ວນຫຼາຍ ແລະເວົ້າວ່າ ຈຸດເພັ່ງເລັງກໍແມ່ນ “ເພື່ອຊ່ວຍຊີວິດ ແລະວີຖີຊີວິດ ຕະຫຼອດທັງເຮັດໃຫ້ຜູ້ຄົນ ມີຄວາມຫວັງສຳລັບອະນາຄົດ.”

ບັນສະມາຊິກສະພາພັກຣີພັບບລີກັນ ໄດ້ຄັດຄ້ານຕໍ່ແຜນການຊ່ວຍເຫຼືອນີ້ ໂດຍກ່າວວ່າ ມັນໃຫຍ່ເກີນໄປແລະບໍ່ໄດ້ແນເປົ້າໝາຍຢ່າງພຽງພໍໃສ່ພວກທີ່ຕ້ອງການຄວາມຊ່ວຍເຫຼືອທາງດ້ານເສດຖະກິດຫຼາຍທີ່ສຸດ. ຜູ້ນຳສຽງສ່ວນນ້ອຍໃນສະພາຕ່ຳ ທ່ານເຄວິນ ແມັກຄາທີ​ໃນວັນອັງຄານ ວານນີ້ເອີ້ນຮ່າງກົດໝາຍສະບັບນີ້ວ່າ “ແພງເກີນໄປ ເປື່ອຍເຫຍື່ອຍ ແລະຫົວເສລີ.”

ມາດຕະການດັ່ງກ່າວ ໄດ້ຜ່ານສະພາສູງ ຢ່າງຫວຸດຫວິດ ໃນມື້ວັນເສົາແລ້ວ ຫຼັງຈາກສະພາໄດ້ປ່ຽນແປງບາງເນື້ອໄນຂອງຮ່າງກົດໝາຍທີ່ໄດ້ມີການຮັບຮອງເອົາໂດຍສະພາຕ່ຳໄປແລ້ວນັ້ນ. ຮວມຢູ່ໃນການປ່ຽນແປງນັ້ນກໍມີການຍົກເລີກໃນການຂຶ້ນຄ່າຈ້າງຂັ້ນຕ່ຳສຸດຂອງລັດຖະບານກາງ.

ແຜນການຊ່ວຍເຫຼືອສະບັບນີ້ແມ່ນຮວມທັງ ເຊັກເງິນ 1,400 ໂດລາສຳລັບຊາວອາເມຣິກັນທັງ ໝົດ ຍົກເວັ້ນພວກທີ່ມີລາຍໄດ້ສູງຂອງປະເທດແລະ 3,000 ໂດລາ ຫຼື 3,600 ໂດລາ ສຳລັບພວກເດັກນ້ອຍ ຂຶ້ນຢູ່ກັບອາຍຸຂອງພວກເຂົາເຈົ້າ. ພວກຄົນງານທີ່ຕົກການຈະສືບຕໍ່ໄປຮັບເງິນຊ່ວຍເຫຼືອ 300 ໂດລາຕໍ່ອາທິດຈາກລັດຖະບານ ເພີ້ມໃສ່ການຊ່ວຍເຫຼືອທີ່ເຂົາເຈົ້າໄດ້ຮັບຈາກລັດທີ່ເຂົາເຈົ້າອາໄສຢູ່ ໄປຈົນຮອດຕົ້ນເດືອນກັນຍາ. ບັນດາລັດຖະບານຂອງລັດແລະເມືອງຕ່າງໆ ຈະໄດ້ຮັບເງິນ 350 ພັນລ້ານໂດລາ ເພື່ອຊ່ວຍພວກເຂົາເຈົ້າ ໃຫ້ຟື້ນໂຕຄືນຈາກໂຣກ
ລະບາດໄວຣັສໂຄໂຣນາ.

ແຜນການຊ່ວຍເຫຼືຶອດັ່ງກ່າວ ຈະບໍ່ຄືກັນກັບການສົ່ງເງິນໂດຍກົງໄປໃຫ້ ໃນການບັນເທົາໄວຣັສໂຄໂຣນາປີກາຍ ຊຶ່ງໃນເທື່ອນີ້ ໃບເຊັກ ຈະບໍ່ມີລາຍເຊັນຂອງປະທານາທິບໍດີ.

ນອກນັ້ນ ແຜນການຊ່ວຍເຫຼືອຍັງຈະຮວມທັງເງິນທຶນຫຼາຍສິບພັນລ້ານໂດລາສຳລັບກວດ ແລະຕິດຕາມເບິ່ງຮ່ອງຮອຍຂອງການລະບາດ ຕະຫຼອດທັງການແຈກຢາຍຢາວັກຊີນ ພ້ອມທັງການຊ່ວຍເຫຼືອຮອບໃໝ່ຕໍ່ທຸລະກິດ ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກດຳລັດຕ່າງໆ ທີ່ຫຼຸດຜ່ອນການປະຕິບັດງານຂອງພວກເຂົາເຈົ້າ ໃນປີກາຍນີ້.

ທ່ານໄບເດັນ ໃນວັນອັງຄານວານນີ້ໄດ້ໄປຢ້ຽມຢາມຮ້ານຂາຍເຄື່ອງຮາດແວແຫ່ງນຶ່ງໃນນະຄອນ ຫຼວງວໍຊິງຕັນ ຊຶ່ງໄດ້ຮັບການຊ່ວຍເຫຼືອ ຈາກໂຄງການປົກປ້ອງເງິນກູ້ທີ່ພົວພັນກັບໄວຣັສໂຄໂຣນາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG