ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ໄບເດັນ ເຊັນດຳລັດ ຝ່າຍບໍລິຫານ ສອງສະບັບ ໃນວັນແມ່ຍິງສາກົນ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ພວມເຊັນດຳລັດ ທີ່ທຳນຽບຂາວ ຫຼັງຈາກສາບານໂຕ ເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ ຄົນທີ 46 ຂອງສະຫະລດ ໃນວັນທີ 20 ມັງກອນ 2021. REUTERS/Tom Brenner
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ພວມເຊັນດຳລັດ ທີ່ທຳນຽບຂາວ ຫຼັງຈາກສາບານໂຕ ເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ ຄົນທີ 46 ຂອງສະຫະລດ ໃນວັນທີ 20 ມັງກອນ 2021. REUTERS/Tom Brenner

ປະທານາທິບໍດີໂຈ ໄບເດັນ ໄດ້ເຊັນດຳລັດ 2 ສະບັບ ໃນວັນຈັນວານນີ້ ເພື່ອຈັດຕັ້ງ ສະພານະໂຍບາຍເລື້ອງເພດແລະທົບທວນເບິ່ງການປ່ຽນແປງຢູ່ໃນວິທະ ຍາເຂດຕ່າງໆສະໄໝປະທານາທິບໍດີທຣຳກ່ຽວກັບນະໂຍບາຍການຂົ່ມຂືນຕ່າງໆ.

ໃນຖະແຫຼງການສະບັບນຶ່ງຂອງທຳນຽບຂາວນັ້ນ ປະທານາທິບໍດີໄບເດັນກ່າວວ່າ “ການຍົກລະດັບຖານະຂອງພວກແມ່ຍິງແລະເດັກຍິງຢູ່ໃນທົ່ວໂລກ ແມ່ນສິ່ງຖືກຕ້ອງຄວນເຮັດ ມັນເປັນເລື້ອງຂອງຄວາມເປັນທຳ ຄວາມຍຸຕິທຳ ແລະຄວາມມີມະລະຍາດ ແລະມັນຈະນຳໄປສູ່ໂລກທີ່ດີຂຶ້ນກວ່າເກົ່າ ໝັ້ນຄົງກວ່າເກົ່າ ແລະອຸດົມຮັ່ງມີກວ່າເກົ່າ.”

ການລົງນາມຂອງທ່ານໄບເດັນ ໃນດຳລັດທັງສອງສະບັບ ບັງເອີນມີຂຶ້ນ ໃນວັນແມ່ຍິງສາກົນ ຄືວັນທີ 8 ມີນາ.

ອີງຕາມເຈົ້າໜ້າທີ່ຂອງລັດຖະບານແລ້ວ ເປົ້າໝາຍຂອງດຳລັດທັງສອງສະບັບນີ້ ແມ່ນເພື່ອຟື້ນຟູການເປັນແຊມປ້ຽນຂອງອາເມຣິກາ ໃນຄວາມຍຸຕິທຳແລະສະເໝີພາບທາງເພດ.”

ດຳລັດສະບັບທຳອິດແມ່ນຈະສ້າງຕັ້ງສະພາສະໂຍບາຍເລື້ອງເພດຢູ່ໃນທຳນຽບຂາວ ຊຶ່ງຈະເຕີມຕໍ່ຈາກສະພາແມ່ຍິງແລະເດັກຍິງ ຂອງທຳນຽບຂາວ ຊຶ່ງເປັນອົງການສ້າງຕັ້ງຂຶ້ນໃນສະໄໝປະທານາທິບໍດີໂອບາມາ ແລະຖືກທັບມ້າງໃນລະຫວ່າງລັດຖະບານຂອງປະທານາທິບໍດີດໍໂນລ ທຣຳ.

ເຈົ້າໜ້າທີ່ລັດຖະບານກ່າວວ່າ ການປ່ຽນຊື່ແມ່ນມີຂຶ້ນດ້ວຍຄວາມຕັ້ງໃຈ ເພື່ອໃຫ້ “ສະທ້ອນເຖິງຄວາມຈິງທີ່ວ່າການຈຳແນກກີດກັນທາງເພດສາມາດມີຂຶ້ນກັບຜູ້ຄົນທຸກໆເພດ.” ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ສະພາດັ່ງກ່າວ ຈະເພັ່ງເລັງໃສ່ “ແມ່ ຍິງແລະເດັກຍິງ ໂດຍສະເພາະພວກແມ່ຍິງແລະເດັກຍິງຜິວດຳເມື່ອເວົ້າເຖິງປະຫວັດສາດອຸບປະສັກກີດຂວາງຕ່າງໆແບບບໍ່ສົມສ່ວນ ທີ່ພວກເຂົາເຈົ້າໄດ້ປະສົບພົບມາ.”

ຫ້ອງການດັ່ງກ່າວຈະຢູ່ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງເຈັນນີເຟີ ຄລາຍນ໌ ທີ່ເຮັດວຽກກ່ຽວກັບເລື້ອງແມ່ຍິງ ຢ້ອນຄືນຫຼັງໄປສະໄໝລັດຖະບານປະທານາທິບໍດີຄລິນຕັນແລະທ່ານນາງຈູລິສສາ ເຣໂນໂຊ ຫົວໜ້າທີ່ປຶກສາຂອງສະຕີໝາຍເລກນຶ່ງ ທ່ານນາງຈິລ ໄບເດັນ.

ສ່ວນດຳລັດສະບັບທີສອງນັ້ນ ແມ່ນຈະຕ່າວປີ້ນນະໂຍບາຍຕ່າງໆກ່ຽວກັບການຂົ່ມຂືນຢູ່ຕາມວິທະຍາເຂດຕ່າງໆ ແລະການລວນລາມທາງເພດ ທີ່ອອກໂດຍລັດຖະມົນຕີກະຊວງສຶກສາຂອງທ່ານທຣຳ ທ່ານນາງແບັດຊີ ເດໂວສ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG