ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແມ່ນ 'ການທົດສອບ ດ້ານພູມສາດການເມືອງ ທີ່ໃຫຍ່ສຸດ' ຂອງໂລກ ນັ້ນຄືຄຳເວົ້າຂອງທ່ານບລິງເກັນ


ທ່ານແອນໂທນີ ບລິງເກັນ ຖະແຫຼງຕໍ່ກອງປະຊຸມນັກຂ່າວ ຢູ່ກະຊວງການຕ່າງປະເທດສະຫະລັດ ໃນນະຄອນຫຼວງວໍຊິງຕັນ
ເມື່ອວັນທີ 26 ກຸມພາ 2021.
ທ່ານແອນໂທນີ ບລິງເກັນ ຖະແຫຼງຕໍ່ກອງປະຊຸມນັກຂ່າວ ຢູ່ກະຊວງການຕ່າງປະເທດສະຫະລັດ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 26 ກຸມພາ 2021.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ປະກາດໃນວັນພຸດວານນີ້ວ່າ ຄວາມສຳພັນລະຫວ່າງສະຫະກັບກັບຈີນແມ່ນ “ການທົດສອບທາງດ້ານພູມສາດການເມືອງທີ່ໃຫຍ່ທີ່ສຸດ” ຂອງໂລກ ໃນສັດຕະວັດນີ້.

ໃນຄຳປາໄສກ່ຽວກັບນະໂຍບາຍການຕ່າງປະເທດທີ່ສຳຄັນຄັ້ງທຳອິດຂອງທ່ານນັ້ນ ທ່ານບລິງເກັນກ່າວວ່າ ລັດຖະບານໃໝ່ຂອງທ່ານໄບເດັນ ຈະ “ຄຸ້ມຄອງ” ຄວາມສຳພັນກັບຈີນ “ຈາກທ່າທີແຫ່ງຄວາມເຂັ້ມແຂງ.”

ທ່ານບລິງເກັນກ່າວທີ່ກະຊວງການຕ່າງປະເທດສະຫະລັດ ໃນນະຄອນຫຼວງວໍຊິງຕັນວ່າ “ນັ້ນໄດ້ບັງຄັບໃຫ້ມີການພົວພັນທາງດ້ານການທູດແລະອົງການຈັດຕັ້ງສາກົນຕ່າງໆ ຍ້ອນວ່າບ່ອນທີ່ພວກເຮົາໄດ້ຖອນໂຕອອກມານັ້ນ ຈີນໄດ້ເຂົ້າໄປແທນ.”

ຫົວໜ້ານັກການທູດຂອງສະຫະລັດກ່າວວ່າ ວໍຊິງຕັນຈະສືບຕໍ່ແຂ່ງຂັນ ຮ່ວມມື ແລະ ມີ “ການໂຕ້ແຍ້ງກັນ” ຖ້າຫາກມີຄວາມຈຳເປັນ ກັບຈີນ ຊຶ່ງເປັນພຽງປະເທດດຽວເທົ່ານັ້ນ ທີີ່ມີເສດຖະກິດ ການທູດ ການທະຫານ ແລະອຳນາດທາງດ້ານເທັກໂນໂລຈີ ທີ່ສາມາດທ້າທາຍໄດ້ຢ່າງແທ້ຈິງຕໍ່ສະຖຽນລະພາບ ແລະລະບົບສາກົນທີ່ເປີດກວ້າງ ຊຶ່ງລະບຽບການທັງໝົດ ຫຼັກຄຸນຄ່າ ແລະຄວາມສຳພັນທີ່ເຮັດໃຫ້ໂລກຂອງເຮົາເປັນຢູ່ ໃນທາງທີ່ພວກເຮົາຕ້ອງການໃຫ້ມັນເປັນ.”

ຄຳປາໄສຂອງທ່ານບລິງເກັນ ໄດ້ກ່າວເຖິງແຜນຍຸດທະສາດຂອງປະທານາທິບໍດີໂຈ ໄບເດັນ “ເພື່ອຟື້ນຟູຄວາມເຂັ້ມແຂງຂອງອາເມຣິກາຄືນໃໝ່” ຢູ່ໃນເວທີໂລກ ດ້ວຍການໃຫ້ຄຳໝັ້ນສັນຍາວ່າ “ຈະນຳພາດ້ວຍການທູດ.”

ໂດຍຕະຫຼອດຊ່ວງການເປັນປະທານາທິບໍດີຂອງທ່ານ ປະທານາທິບໍດີຄົນກ່ອນທີ່ທ່ານໄບເດັນເຂົ້າຮັບຕຳແໜ່ງນັ້ນ ທ່ານດໍໂນລ ທຣຳ ໄດ້ເຮັດສົງຄາມການຄ້າແບບບໍ່ມີການຢຸດຢ່ອນກັບປັກກິ່ງ ໂດຍໄດ້ສະເໜີແນະຢ່າງແຂງຂັນວ່າ ໄວຣັສໂຄໂຣນາ ແມ່ນຮົ່ວໄຫຼອອກມາຈາກຫ້ອງວິໄຈຂອງຈີນທີ່ເມືອງວູຮານ ແລະທ້າທາຍທາງດ້ານທະຫານຕໍ່ຈີນໃນການຄວບຄຸມທະເລຈີນໃຕ້ ທີ່ຍັງເປັນບັນຫາໂຕ້ແຍ້ງຢູ່ນັ້ນ.

ທ່ານບລິງເກັນກ່າວວ່າ ຈຸດປະສົງໃນດ້ານນະໂຍບາຍການຕ່າງປະເທດທີ່ສຳຄັນ ອື່ນໆຂອງທ່ານໄບເດັນ ແມ່ນຮວມທັງເຮັດວຽກເພື່ອຄວບຄຸມການລະບາດຂອງໂຣກຕິດຕໍ່ໄວຣັສໂຄໂຣນາ ສ້າງເສດຖະກິດໂລກແບບມີຫຼາຍຝ່າຍເຂົ້າຮ່ວມເພີ້ມຂຶ້ນ ແລະແກ້ໄຂບັນຫາໄພຂົ່ມຂູ່ທີ່ມີເພີ້ມຂຶ້ນຂອງໂລກຕໍ່ປະຊາທິປະໄຕທີ່ໄດ້ຮັບແຮງຂັບດັນມາຈາກໂຣກລະບາດຢູ່ໃນທົ່ວໂລກນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG