ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພັກເດໂມແຄຣັດ ຢາກໃຫ້ທ່ານໂຈ ໄບເດັນ ສະຫຼະອຳນາດ ໃນການອອກຄຳສັ່ງ ໂຈມຕີດ້ວຍອາວຸດນິວເຄລຍ


ຜູ້ຊ່ວຍທາງທະຫານຂອງທຳນຽບຂາວ ຖືກະຕາບທີ່ບັນຈຸລະຫັດໃນການໂຈມຕີດ້ວຍອາວຸດນິວເຄລຍ ໃນຂະນະທີ່ພວມຍ່າງໄປຂຶ້ນເຮືອບິນເຮລີຄອບເຕີ້ ກັບປະທານາທິບໍດີໂຈ ໄບເດັນ ທີ່ທຳນຽບຂາວ ເມື່ອວັນທີ 16 ກຸມພາ 2021. REUTERS/Jonathan Ernst
ຜູ້ຊ່ວຍທາງທະຫານຂອງທຳນຽບຂາວ ຖືກະຕາບທີ່ບັນຈຸລະຫັດໃນການໂຈມຕີດ້ວຍອາວຸດນິວເຄລຍ ໃນຂະນະທີ່ພວມຍ່າງໄປຂຶ້ນເຮືອບິນເຮລີຄອບເຕີ້ ກັບປະທານາທິບໍດີໂຈ ໄບເດັນ ທີ່ທຳນຽບຂາວ ເມື່ອວັນທີ 16 ກຸມພາ 2021. REUTERS/Jonathan Ernst

ປະທານາທິບໍດີສະຫະລັດ ຊຶ່ງຈະມີຜູ້ຊ່ວຍທາງທະຫານ ຖືກະຕາບທີ່ມີລະຫັດຍິງອາວຸດນິວເຄລຍຕິດຕາມໄປນຳສະເໝີນັ້ນ ເປັນຜູ້ມີອຳນາດພຽງຄົນດຽວທີ່ຈະສັ່ງໃຫ້ເຮັດສົງຄາມນິວເຄລຍຫຼືຕອບໂຕ້ດ້ວຍອາວຸດດັ່ງກ່າວໃນກໍລະນີທີ່ຖືກສັດຕູໂຈມຕີ.

ປັຈຸບັນນີ້ ສະມາຊິກສະພາຈາກພັກເດໂມແຄຣັດຂອງປະທານາທິບໍດີເອງ ໄດ້ຮ້ອງຂໍໃຫ້ປະທານາທິບໍດີໂຈ ໄບເດັນ ຍອມສະຫຼະອຳນາດດັ່ງກ່າວ ແຕ່ພຽງຝ່າຍດຽວໂດຍລຳພັງ.

ການມອບອຳນາດໃນທຳນອງນີ້ ໃຫ້ບຸກຄົນໃດບຸກຄົນນຶ່ງນັ້ນ “ພາໃຫ້ເກີດຄວາມສ່ຽງຢ່າງແທ້ຈິງ” ອີງຕາມຈົດໝາຍທີ່ໄດ້ຮັບການສະໜັບສະໜຸນຈາກສະມາຊິກສະພາຕ່ຳ 31 ທ່ານ. “ປະທານາທິບໍດີທີ່ຜ່ານມາ ໄດ້ຂົ່ມຂູ່ ທີ່ຈະໂຈມຕີປະເທດອື່ນໆດ້ວຍອາວຸດນິວເຄລຍ ຫຼືມີນິໄສທີ່ເຮັດໃຫ້ເຈົ້າໜ້າທີ່ຄົນອື່ນໆ ສະແດງອອກຊຶ່ງຄວາມເປັນຫ່ວງກັງວົນກ່ຽວກັບການຊັ່ງຊາຂອງປະທານາທິບໍດີ.”

ຈົດໝາຍສະບັບນີ້ ແມ່ນຂຽນຂຶ້ນ ໂດຍການນຳພາຂອງສະມາຊິກສະພາຕ່ຳຈິມມີ ພາແນັດຕາ ແລະເຕັດ ລິວ ຊຶ່ງທັງສອງຕ່າງກໍມາຈາກລັດຄາລີຟໍເນຍໄດ້ຂໍຮ້ອງໃຫ້ມີການເຫັນພ້ອມຈາກເຈົ້າໜ້າທີ່ ເຊັ່ນຮອງປະທານາທິບໍດີແລະປະທານສະພາຕ່ຳ ກ່ອນທີ່ຈະມີການອອກຄຳສັ່ງດັ່ງກ່າວ.

ທ່ານພາແນັດຕາ ກ່າວຢູ່ໃນຖະແຫຼງຂ່າວ ຕໍ່ວີໂອເອ ໃນວັນພະຫັດ ວານນີ້ວ່າ “ພວກເພືື່ອນຮ່ວມງານ ແລະຂ້າພະເຈົ້າເອງ ໄດ້ຂໍຮ້ອງແບບກົງໆ ໃຫ້ທົບທວນ ຄືນໂຄງສ້າງໃນການບັນຊາການ ແລະຄວບຄຸມ ອາວຸດນິວເຄລຍຂອງປະເທດເຮົາ ໂດຍມີຄວາມຕັ້ງໃຈເພື່ອຈະໃຫ້ພວກເຮົາມີອຳນາດໃນການສັ່ງໃຫ້ຍິງອາວຸດນິວເຄລຍທີ່ປອດໄພໄດ້ແບບໃດ ບໍ່ໃຫ້ເປັນອັນຕະລາຍ ແຕ່ເພື່ອຂະຫຍາຍແລະສົ່ງເສີມຄວາມປອດໄພແຫ່ງຊາດຂອງພວກເຮົາ.”

“ອີງຕາມປະຫວັດອັນດີເດັ່ນຂອງປະທານາທິບໍດີພວກເຮົາ ແລະການນຳພາກ່ຽວກັບການຄວບຄຸມອາວຸດນິວເຄລຍ ສຳລັບກອງກຳລັງນິວເຄຼຍຂອງປະເທດພວກເຮົາແລ້ວ ພວກເຮົາຂໍສະເໜີແນະວ່າ ໃຫ້ທ່ານສືບຕໍ່ ການໃຊ້ຄວາມຄິດລິເລີ້ມຂອງທ່ານ ແລະການວິເຄາະແບບມືອາຊີບ ກ່ຽວກັບຊ່ອງທາງເພີ້ມຕື່ມເພື່ອກວດກາແລະສ້າງຄວາມກ້ຳເກິ່ງ ພາຍໃນໂຄງສ້າງການບັນຊາ ການແລະຄວບຄຸມອາວຸດນິວເຄລຍ.”

ໜັງສື ທີ່ສົ່ງໄປຫາທຳນຽບຂາວໃນວັນຈັນທີ່ຜ່ານມາ “ສະເໜີທາງເລືອກຫຼາຍໆຢ່າງ ທີ່ໄດ້ມອບ ໝາຍໃຫ້ປະທານາທິບໍດີມີສິດອຳນາດແຕ່ພຽງຜູ້ດຽວ ໂດຍບໍ່ມີ ການກວດກາແລະຂັ້ນສຸດທ້າຍ ໃນການອອກຄຳສັ່ງໃຫ້ນຳໃຊ້ອາວຸດນິວເຄລຍ” ນັ້ນຄຳຄຳເວົ້າຂອງທ່ານເຈັບຟຣີ ລູອິສ ສາສະ ດາຈານແລະຜູ້ອຳນວຍການສູນກາງ ເຈມສ໌ ມາຕິນ ທີ່ສຶກສາກ່ຽວກັບການຫ້າມແຜ່ຜາຍອາ
ວຸດ ນິວເຄລຍ ທີ່ສະຖາບັນ Middlebury ໃນການສຶກສາລະຫວ່າງປະເທດ ທີ່ມອນເຕຣີ ໄດ້ກ່າວຕໍ່ວີໂອເອ ແລະທ່ານກ່າວຕື່ມວ່າ “ທາງເລືອກ ໃດໆກໍຕາມແມ່ນຈະດີກວ່າການຈັດແຈງໃນປັດຈຸບັນນີ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG