ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍເຈຍ ຄຸມຂັງຜູ້ນຳພັກຝ່າຍຄ້ານ ຂະນະທີ່ ວິກິດການທາງດ້ານການເມືອງ ຊຸດໂຊມລົງຕື່ມ


ຕຳຫຼວດຈໍເຈຍ ບຸກເຂົ້າໄປໃນສຳນັກງານ ພັກຝ່າຍຄ້ານ ແລະຈັບກຸມພວກຜູ້ນຳຂອງພັກ.
ຕຳຫຼວດຈໍເຈຍ ບຸກເຂົ້າໄປໃນສຳນັກງານ ພັກຝ່າຍຄ້ານ ແລະຈັບກຸມພວກຜູ້ນຳຂອງພັກ.

ຕຳຫຼວດ ໄດ້ບຸກເຂົ້າໄປ ໃນສຳນັກງານຂອງຜູ້ນຳພັກຝ່າຍຄ້ານໃນຈໍເຈຍ ທ່ານນິກາ ເມລີອາ (Nika Melia) ແລະຈັບກຸມທ່ານໃນວັນອັງຄານທີ່ຜ່ານມາ ເຮັດໃຫ້ວິກິດການທາງດ້ານການເມືອງຢູ່ໃນປະເທດດັ່ງກ່າວຊຸດໂຊມລົງຕື່ມ ທີ່ພາໃຫ້ນາຍົກລັດຖະມົນຕີລາອອກໃນອາທິດແລ້ວ ອີິງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ພວກສະໜັບສະໜຸນທ່ານເມລີອາ ໄດ້ວາງເຄື່ອງກີດຂວາງຕັນຕົນເອງຢູ່ໃນຫ້ອງການໂດຍໃຊ້ໂຕະຕັ່ງຕັນປະຕູໄວ້. ຕຳຫຼວດຈຳນວນນຶ່ງ ໄດ້ບຸກເຂົ້າໄປຂ້າງໃນ ຂອງຕຶກອາຄານ ລະຫວ່າງການກວດຄົ້ນໃນຕອນເຊົ້າ ຮວມທັງໃຊ້ຂັ້ນໄດສຳລັບພວກດັບໄຟປີນເຂົ້າໄປຂ້າງໃນທາງຫຼັງຄາ.

ອົງການຂ່າວອິນເຕີແຟັກສ໌ ລາຍງານວ່າ ມີ 17 ຄົນໄດ້ຮັບບາດເຈັບໃນການຕໍ່ສູ້ກັນ ລະຫວ່າງເຈົ້າໜ້າທີ່ຕຳຫຼວດ ແລະພວກນັກເຄື່ອນໄຫວ. ພວກນັກເຄື່ອນໄຫວບາງຄົນໄດ້ພາກັນໄອແລະເຈັບຕາ ຫຼັງຈາກຕຳຫຼວດໄດ້ສີດແກັສ ຈາກກະປ໋ອງແກັສມືຖື ເຂົ້າໃສ່ພວກເຂົາເຈົ້າ.

ທ່ານເມລີອາ ປະທານພັກຂະບວນການສາມັກຄີຊາດ ທີ່ເອີ້ນຫຍໍ້ວ່າ UNM ໃນປະເທດທີ່ຕັ້ງຢູ່ ໃນເຂດພາກໃຕ້ພູຄໍຄາຊັສ ທີ່ມີພົນລະເມືອງ 3 ລ້ານ 7 ແສນຄົນ ໄດ້ຖືກກ່າວຫາວ່າຍຸແຍ່ໃຫ້ເກີດຄວາມຮຸນແຮງໃນການເດີນຂະບວນປະທ້ວງໃນເດືອນມິຖຸນາປີ 2019 ຊຶ່ງເປັນຂໍ້ຫາທີ່ທ່ານໄດ້ປະຕິເສດແລະວ່າມີຈຸດປະສົງ ທາງດ້ານການເມືອງ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວວ່າ ວໍຊິງຕັນມີ “ຄວາມເປັນຫ່ວງທີ່ສຸດ” ໃນການຈັບກຸມທ່ານເມລີອາ ໂດຍຮຽກຮ້ອງໃຫ້ລັດຖະບານຈໍເຈຍ ຫຼີກເວັ້ນຈາກການເຄື່ອນໄຫວ ທີ່ອາດເຮັດໃຫ້ມີຄວາມເຄັ່ງຕຶງເພີ້ມຂຶ້ນ. ໂຄສົກກະຊວງການຕ່າງປະເທດ ກ່າວຕື່ມວ່າ ເຫດການທີ່ເກີດຂຶ້ນເມື່ອໄວໆມານີ້ ຢູ່ໃນປະເທດຈໍເຈຍ ແມ່ນເປັນການກະທຳ ທີ່ລະເມີດຕໍ່ຄວາມໄຝ່ຝັນຢ່າງແຮງກ້າຂອງຢູໂຣບ-ແອັດແລນຕິກ.

ນາຍົກລັດຖະມົນຕີຄົນໃໝ່ ທ່ານອີຣັກລີ ກາຣີບາສວີລີ (Irakly Garibashvili) ໄດ້ຖືກເລືອກໂດຍສະພາແຫ່ງຊາດໃນຕອນແລງວັນຈັນຜ່ານມາເພື່ອເຂົ້າຮັບໜ້າທີ່ແທນທ່ານກີອໍກີ ກາຄາເຣຍ (Giorgi Gakharia) ທີ່ໄດ້ລາອອກໃນອາທິດທີ່ຜ່ານມາ ຫຼັງຈາກສານໄດ້ສັ່ງໃຫ້ຄຸມຂັງທ່ານເມລີອາ ຊຶ່ງເປັນການເຄື່ອນໄຫວ ທີ່ທ່ານກາຄາເຣຍກ່າວວ່າ ຈະພາໃຫ້ເກີດຄວາມວຸ້ນວາຍທາງການເມືອງ.

ໃນວີດີໂອ ທີ່ນຳອອກເຜີຍແຜ່ທາງເຟສບຸກໃນຕອນແລງວັນອັງຄານຜ່ານມາ ນາຍົກລັດຖະມົນຕີຄົນໃໝ່ ຮຽກຮ້ອງໃຫ້ “ທຸກກຳລັງທາງການເມືອງ ຊຶ່ງມີປະເທດຊາດຂອງພວກເຮົາເປັນທີ່ຮັກຫວງແຫນ ຈົ່ງເລີ້ມການໂອ້ລົມກັນ ດ້ວຍຄວາມຈິງໃຈ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG