ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ ຕໍ່ຕ້ານລັດຖະປະຫານ ລົງສູ່ຖະໜົນຫົນທາງອີກ ໃນມຽນມາ ຫຼັງຈາກນັດຢຸດງານ


ພວກເດີນຂະບວນປະທ້ວງ ຖືປ້າຍຄຳຂວັນ ຢູ່ໃກ້ສະຖານທູດອິນໂດເນເຊຍ ໃນນະຄອນຢ່າງກຸ້ງ ເມື່ອວັນທີ 23 ກຸມພາ 2021.
ພວກເດີນຂະບວນປະທ້ວງ ຖືປ້າຍຄຳຂວັນ ຢູ່ໃກ້ສະຖານທູດອິນໂດເນເຊຍ ໃນນະຄອນຢ່າງກຸ້ງ ເມື່ອວັນທີ 23 ກຸມພາ 2021.

ພວກປະທ້ວງໃນປະເທດມຽນມາໄດ້ພາກັນເດີນຂະບວນຕໍ່ຕ້ານທະຫານຕື່ມອີກໃນວັນອັງຄານວານນີ້ ເຖິງແມ່ນມີຜູ້ເຂົ້າຮ່ວມ ໃນຈຳນວນທີ່ຫຼຸດລົງ ໃນການປະທ້ວງຂະໜາດໃຫຍ່ ຢູ່ຕາມຫົວເມືອງຕ່າງໆທົ່ວປະເທດ ໃນມື້ກ່ອນນີ້.

ພວກເດີນຂະບວນທີ່ມີຄວາມໂກດແຄ້ນໄດ້ໂຮມຊຸມນຸມກັນຢູ່ຕໍ່ໜ້າສະຖານທູດອິນໂດເນເຊຍ ທີ່ນະຄອນຢ່າງກຸ້ງ ຫຼັງຈາກມີລາຍງານວ່າ ຈາກາຕ້າພວມຊອກຫາຊ່ອງທາງຈາກປະເທດສະມາຊິກອື່ນໆຂອງສະມາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊຽນສຳລັບ ແຜນການທີ່ຈະໃຫ້ພວກທະຫານຈັດການເລືອກຕັ້ງຄັ້ງໃໝ່ ຕາມທີ່ໄດ້ສັນຍາໄວ້ ໃນກຳນົດເວລານຶ່ງປີ. ພວກປະທ້ວງຮຽກຮ້ອງ ໃຫ້ອິນໂດເນເຊຍ ເຄົາລົບຜົນການເລືອກຕັ້ງ ໃນເດືອນພະຈິກປີກາຍ ທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງອອງຊານ ຊູຈີໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ.

ທີ່ນະຄອນຫຼວງຈາກາຕ້າ ໂຄສົກກະຊວງການຕ່າງປະເທດອິນໂດເນເຊຍ ທ່ານເຕີກູ ຟາຍຊາຢາ (Teuku Faizasyah) ໄດ້ປະຕິເສດຕໍ່ລາຍງານຂ່າວ ໂດຍກ່າວຕໍ່ສື່ມວນຊົນໃນວັນອັງຄານວານີ້ວ່າ “ມັນບໍ່ແມ່ນທ່າທີ ຂອງອິນໂດເນເຊຍເລີຍ ທີ່ຈະໃຫ້ການສະໜັບສະໜຸນຕໍ່ການເລືອກຕັ້ງໃໝ່ໃນມຽນມາ.” ທ່ານເຕີກູ ກ່າວວ່າ ອິນໂດເນເຊຍກຳລັງປຶກສາຫາລືກັບປະເທດສະມາຊິກອື່ນໆ ຂອງອາ ຊຽນ ເພື່ອໃຫ້ມີຄວາມເປັນເອກກະສັນ ກ່ອນກອງປະຊຸມນັດພິເສດກ່ຽວກັບສະຖານະການໃນມຽນມາ.

ການເດີນຂະບວນໃນວັນຈັນທີ່ຜ່ານມາ ຊຶ່ງມີຂຶ້ນພ້ອມໆກັນກັບການນັດຢຸດງານ​ເພື່ອເປັນການທ້າທາຍ ຕໍ່ການເຕືອນທີ່ອອກອາກາດໃນວັນອາທິດ ໂດຍໂທລະພາບຂອງທາງການ ທີ່ກ່າວວ່າ ພວກປະທ້ວງ “ເວລານີ້ຍຸແຍ່ໃຫ້ຜູ້ຄົນ ໂດຍສະເພາະແມ່ນພວກໄວລຸ້ນທີ່ມີຄວາມຮູ້ສຶກຮ້ອນແຮງ ແລະພວກຊາວໜຸ່ມ ໄປສູ່ເສັ້ນທາງການປະເຊີນໜ້າ ບ່ອນທີ່ພວກເຂົາເຈົ້າຈະໄດ້ຮັບການສູນເສຍຊີວິດນັ້ນ.”

ການປະທ້ວງຂອງປະຊາຊົນໄດ້ມີຂຶ້ນໃນທົ່ວປະເທດມຽນມາໃນແຕ່ລະມື ນັບແຕ່ພວກທະຫານໄດ້ຈັບກຸມຄຸມຂັງທ່ານນາງອອງຊານ ຊູຈີ ແລະສະມາຊິກຄົນອື່ນໆ ຂອງລັດຖະບານພົນລະ ເຮືອນ ໃນວັນທີ 1 ກຸມພາຜ່ານມາ ໂດຍກ່າວອ້າງວ່າ ມີການສໍ້ໂກງຄະແນນຢ່າງກວ້າງຂວາງໃນການເລືອກຕັ້ງ. ມີ 3 ຄົນແລ້ວໄດ້ເສຍຊີວິດໃນການປະທ້ວງປະຈຳວັນ ຮວມທັງ 2 ຄົນໃນມື້ວັນເສົາ ທີ່ນະຄອນມັນດາເລ ນຶ່ງໃນນັ້ນແມ່ນເດັກຊາຍໄວລຸ້ນ ເວລາຕຳຫຼວດແລະກຳລັງຮັກສາຄວາມສະຫງົບ ໃຊ້ລູກປືນແທ້ ລູກປືນຢາງ ລະເບີດນ້ຳຕາ ທໍ່ສີດນໍ້າຂະໜາດໃຫຍ່ ແລະໝາກກະຖຸນ ຍິງເຂົ້າໃສ່ພວກເດີນຂະບວນ.

ສະຫະລັດແລະປະເທດຕາເວັນຕົກອື່ນໆໄດ້ທວງໃຫ້ປ່ອຍທ່ານນາງອອງຊາສ ຊູຈີແລະຜູ້ຊ່ວຍຂອງທ່ານນາງ ແລະກໍໄດ້ຮຽກຮ້ອງໃຫ້ພວກທະຫານ ມອບອຳນາດຄືນ ໃຫ້ແກ່ລັດຖະບານພົນລະເຮືອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG