ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ກ່າວສະແດງຄວາມເສົ້າເສຍໃຈ ໃນການເສຍຊີວິດ ຂອງຊາວອາເມຣິກັນ 5 ແສນຄົນ ຍ້ອນໄວຣັສໂຄໂຣນາ


ປະທານາທິບໍດີໂຈ ໄບເດັນ ກ່າວເຖິງໂຕເລກການເສຍຊີວິດຂອງຊາວອາເມຣິກັນຍ້ອນໂຄວິດ-19 ຮອດ 5 ແສນຄົນ ເມື່ອວັນທີ 22 ກຸມພາ 2021.
ປະທານາທິບໍດີໂຈ ໄບເດັນ ກ່າວເຖິງໂຕເລກການເສຍຊີວິດຂອງຊາວອາເມຣິກັນຍ້ອນໂຄວິດ-19 ຮອດ 5 ແສນຄົນ ເມື່ອວັນທີ 22 ກຸມພາ 2021.

ເພື່ອເປັນຂີດໝາຍລະນຶກເຖິງການເສຍຊີວິດຍ້ອນໂຄວິດ-19​ ຮອດ 5 ແສນຄົນຢູ່ໃນສະຫະລັດນັ້ນ ປະທານາທິບໍດີໂຈ ໄບເດັນ ໃນຕອນຄ່ຳຂອງວັນຈັນວານນີ້ກໍໄດ້ພາກັນຍ່າງໄປທາງປະຕູເຂົ້າກ້ຳໃຕ້ຂອງທຳນຽບຂາວທີ່ເອ້ຕົກແຕ່ງດ້ວຍຜ້າສີດຳແລະທຽນໄຂ 500 ເຫຼັ້ມ.

ຢູ່ຄຽງຂ້າງຂອງປະທານາທິບໍດີນັ້ນ ກໍແມ່ນສະຕີໝາຍເລກນຶ່ງ ທ່ານນາງຈິລ ໄບເດັນ ແລະຮອງປະທານາທິບໍດີຄາມາລາ ແຮຣິສ ພ້ອມດ້ວຍສາມີຂອງທ່ານນາງ ທ່ານເດີກ ອິມຮອຟ ຊຶ່ງເປັນທີ່ຮູ້ກັນໃນນາມສຸພາບບຸລຸດໝາຍເລກສອງ. ພວກທ່ານໄດ້ພາກັນຢືນສະຫງົບສະຕິອາລົມ ໃນຂະນະທີ່ກອງດຸລິຢາງ ຂອງທະຫານມາຣີນເສບເພງ “Amazing Grace.”

ໃນເວລາທີ່ດົນຕີຈົບລົງນັ້ນ ທ່ານໄບເດັນ ຊຶ່ງຕາມປົກກະຕິແລ້ວ ເປັນບຸກຄົນທີ່ມັກໄປວັດໄປວາໃນສາສະໜາກາໂຕລິກ ໄດ້ເຮັດສັນຍາລັກ ຂອງໄມ້ກາງເຂນ.

ບໍ່ເທົ່າໃດນາທີກ່ອນໜ້ານັ້ນ ຢູ່ທີ່ຫ້ອງໂຖງຄຣັສຮອລ ຊັ້ນທີນຶ່ງຂອງທຳນຽບຂາວ ທ່ານໄບເດັນ ໄດ້ເຊີນຊວນໃຫ້ປະເທດຊາດເຂົ້າຮ່ວມພິທີຢືນສະຫງົບສະຕິອາລົມດ້ວຍນ້ຳສຽງທີ່ອ່ອນເບົາເສົ້າໂສກ ໄປຍັງພວກທີ່ສູນເສຍບຸກຄົນທີ່ຕົນຮັກໃຫ້ແກ່ເຊື້ອໄວຣັສດັ່ງກ່າວ.

ປະທານາທິບໍດີ ກ່າວວ່າ “ເບິ່ງຄືວ່າມັນເປັນເລື້ອງທີ່ບໍ່ໜ້າເຊື່ອ ແຕ່ຂ້າພະເຈົ້າຂໍໃຫ້ຄຳໝັ້ນສັນຍາວ່າ ມື້ນັ້ນຈະມາເຖິງ ເວລາຄວາມຊົງຈຳຂອງບຸກຄົນທີ່ທ່ານໄດ້ສູນເສຍ ນຳເອົາຮອຍຍິ້ມມາສູ່ຮິມສົບຂອງທ່ານ ຕໍ່ໜ້ານ້ຳຕາ ຢູ່ທີ່ຕາຂອງທ່ານ. ພວກເຮົາຈະຜ່ານຜ່າສິ່ງນີ້ ຂ້າພະເຈົ້າຂໍໃຫ້ຄຳໝັ້ນສັນຍາ.”

ນອກນັ້ນ ທ່ານຍັງໄດ້ເວົ້າເຖິງຄວາມໂຫດຮ້າຍທາລຸນຂອງການເສຍຊີວິດໃນລະຫວ່າງທີ່ເກີດໂຣກລະບາດ.

ປະທານາທິບໍດີໃຫ້ຂໍ້ສັງເກດວ່າ “ດັ່ງນັ້ນຫຼາຍໆພິທີທີ່ຊ່ວຍໃຫ້ພວກເຮົາຮັບມື ທີ່ຊ່ວຍພວກເຮົາໃຫ້ກຽດແກ່ຜູ້ທີ່ພວກເຮົາຮັກ ກໍບໍ່ສາມາດເຮັດໄດ້ສຳລັບພວກເຮົາ. ໃນຖານະທີ່ເປັປະເທດຊາດ ພວກເຮົາຈະບໍ່ສາມາດ ແລະຕ້ອງບໍ່ປ່ອຍໃຫ້ສິ່ງນີ້ດຳເນີນຕໍ່ໄປອີກ.”

ປະທານາທິບໍດີໄບເດັນໃນວັນຈັນວານນີ້ ໄດ້ສັ່ງໃຫ້ຊັກທຸງຊາດ ຢູ່ຕາມໂຮງການແຫ່ງຕ່າງໆຂອງລັດຖະບານກາງ ລົງເຄິ່ງເສົາ ເປັນເວລາ 5 ມື້.

ທີ່ພະວິຫານໃຫຍ່ແຫ່ງຊາດຢູ່ນະຄອນຫຼວງວໍຊິງຕັນ ໃນຂະນະດຽວກັນ ກໍໄດ້ຕີລະຄັງ 500 ເທື່ອ ເພື່ອໄວ້ອາໄລໃຫ້ແກ່ພວກທີ່ເສຍຊີວິດຍ້ອນໄວຣັສໂຄໂຣນາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG