ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ກ່າວວ່າ ຕົນພ້ອມແລ້ວ ທີ່ຈະເປີດການໂອ້ລົມ ໃນເລື້ອງນິວເຄລຍ ກັບ ອີຣ່ານ


ຮູບເຕົາປະຕິກອນນິວເຄລຍອາຣັກ ຢູ່ທາງໃຕ້ນະຄອນຫຼວງເຕຫະຣ່ານ ທີ່ແຈກຢາຍໂດຍອົງການພະລັງງານປະລະມະນູຂອງອີຣ່ານ.
ຮູບເຕົາປະຕິກອນນິວເຄລຍອາຣັກ ຢູ່ທາງໃຕ້ນະຄອນຫຼວງເຕຫະຣ່ານ ທີ່ແຈກຢາຍໂດຍອົງການພະລັງງານປະລະມະນູຂອງອີຣ່ານ.

ສະຫະລັດ ກ່າວໃນວັນພະຫັດວານນີ້ວ່າ ຕົນພ້ອມແລ້ວ ທີ່ຈະເປີດການເຈລະຈາ ກັບອີຣ່ານກ່ຽວກັບການທີ່ປະເທດທັງສອງຈະກັບຄືນເຂົ້າຮ່ວມຂໍ້ຕົກລົງປີ 2015ທີ່ແນໃສ່ເພື່ອປ້ອງກັນບໍ່ໃຫ້ເຕຫະຣ່ານ ຈາກການມີອາວຸດນິວເຄລຍຢູ່ໃນຄວາມຄອບຄອງ ໂດຍຊອກຫາຊ່ອງທາງຟື້ນຟູຂໍ້ຕົກລົງທີ່ວໍຊິງຕັນໄດ້ປະຖິ້ມໄປເກືອບ 3 ປີແລ້ວນັ້ນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ການເຄື່ອນໄຫວດັ່ງກ່າວ ແມ່ນໄດ້ສະທ້ອນໃຫ້ເຫັນເຖິງການປ່ຽນທ່າທີ ຂອງລັດຖະບານສະຫະ ລັດ ໂດຍທີ່ລັດຖະມົນຕີການຕ່າງປະເທດແອນໂທນີ ບລິງເກັນ ໄດ້ກ່າວຢ້ຳ ເຖິງທ່າທີຂອງປະທານາທິບໍດີໂຈ ໄບເດັນວ່າ ວໍຊິງຕັນ ຈະກັບຄືນເຂົ້າຮ່ວມຂໍ້ຕົກລົງ ຊຶ່ງເປັນທີ່ຮູ້ກັນ ໃນຊື່ຢ່າງເປັນທາງການວ່າ ແຜນປະຕິບັດງານຮ່ວມຮອບດ້ານ ຫຼື JCPOA ຖ້າເຕຫະຣ່ານຫາກກັບຄືນເຂົ້າມາຮ່ວມ ດ້ວຍການປະຕິບັດຕາມຂໍ້ຕົກລົງນີ້ໂດຍເຕັມ.

ອີຣ່ານໄດ້ສະແດງປະຕິກິລິຍາຢ່າງເຢັນຊາຕໍ່ຄວາມຄິດດັ່ງກ່າວ ທີ່ນຳສະເນີໂດຍທ່ານບລິງເກັນໃນລະຫວ່າງກອງປະຊຸມທາງວີດີໂອກັບລັດຖະມົນຕີການຕ່າງປະເທດຂອງອັງກິດ ຝຣັ່ງ ແລະເຢຍຣະມັນ ຊຶ່ງເປັນກຸ່ມທີ່ຮູ້ກັນໃນຊື່ ອີ 3 ຢູ່ທີ່ນະຄອນປາຣີ.

ຖະແຫຼງການຮ່ວມຂອງ 4 ປະເທດກ່າວວ່າ “ຖ້າອີຣ່ານຫາກກັບຄືນເຂົ້າມາຮ່ວມ ດ້ວຍການປະຕິ ບັດຢ່າງເຄັ່ງຄັດ ໃນຄວາມໝັ້ນໝາຍ ພາຍໃຕ້ຂໍ້ຕົກລົງ JCPOA ສະຫະລັດກໍຈະກະທຳເຊັ່ນດຽວກັນ ແລະກໍໄດ້ກະກຽມທີ່ຈະເປີດການພົວພັນ ໃນເຈລະຈາຫາລືກັບອີຣ່ານໄປສູ່ຈຸດໝາຍປາຍທາງນັ້ນ.”

ອີຣ່ານໄດ້ເລີ້ມລະເມີດຕໍ່ຂໍ້ຕົກລົງດັ່ງກ່າວໃນປີ 2019 ປະມານນຶ່ງປີ ຫຼັງຈາກປະທານາທິບໍດີດໍໂນລ ທຣຳ ຖອນໂຕອອກຈາກຂໍ້ຕົກລົງ ແລະສະຫະລັດ ເລີ້ມທຳການລົງໂທດທາງດ້ານເສດຖະກິດຄືນອີກ ແລະອີຣານ ກໍໄດ້ເລັ່ງລັດໃນການລະເມີດຂອງຕົນຫຼາຍຂຶ້ນໃນໄລຍະສອງສາມເດືອນທີ່ຜ່ານມານີ້.

ເຈົ້າໜ້າທີ່ສະຫະລັດທ່ານນຶ່ງກ່າວຕໍ່ອົງການຂ່າວຣອຍເຕີ້ວ່າ ສະຫະລັດຈະຕອບຮັບໃນທາງບວກຕໍ່ການເຊື້ອເຊີນຂອງສະຫະພາບຢູໂຣບເພື່ອເປີດການໂອ້ລົມກັບອີຣ່ານແລະຫົກປະເທດມະຫາອຳນາດທີ່ໄດ້ເຈລະຈາໃນການບັນລຸຂໍ້ຕົກລົງຕົ້ນຕໍຊຶ່ງປະ ກອບດ້ວຍອັງກິດ ຈີນ ຝຣັ່ງ ເຢຍຣະມັນ ຣັດເຊຍ ແລະສະຫະລັດ.

“ພວກເຮົາພ້ອມແລ້ວທີ່ຈະເຂົ້າຮ່ວມຖ້າການປະຊຸມໃນທຳນອງນີ້ຫາກມີຂຶ້ນ” ນັ້ນ ຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດ ກ່າວຕໍ່ອົງການຂ່າວຣອຍເຕີ້ ຫຼັງຈາກພວກເຈົ້າໜ້າທີ່ອະວຸໂສຂອງສະຫະພາບຢູຸໂຣບນຳສະເໜີຄວາມຄິດກ່ຽວກັບການທີ່ຈະເປີດການໂອ້ລົມກັນ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າການໂອ້ລົມນັ້ນ ຈະມີຂຶ້ນແທ້ຫຼືບໍ່ ບໍ່ຕ້ອງເວົ້າເຖິງເທື່ອວ່າ ຈະຢູ່ບ່ອນໃດ.

ໃນການຕອບຕໍ່ຖະແຫຼງການຮ່ວມຂອງສີ່ປະເທດ ລັດຖະມົນຕີການຕ່າງປະເທດອີຣ່ານ ທ່ານໂມຮຳເໝັດ ຈາວາດ ຊາຣີຟເວົ້າວ່າ ວໍຊິງຕັນຄວນຈະເປັນຜູ້ເຄື່ອນໄຫວກ່ອນ.

ທ່ານຊາຣິຟ ກ່າວວ່າ “ແທນທີ່ຈະຫຼອກລວງແລະຖິ້ມຄວາມຮັບຜິດຊອບໃຫ້ແກ່ອີຣ່ານນັ້ນ ກຸ່ມອີ 3 ຂອງສະຫະລັດ ຢູໂຣບຕ້ອງໄດ້ປະຕິບັດຕາມຄວາມໝັ້ນໝາຍ ແລະຄວາມຕ້ອງການ ແລະຢຸດເຊົາມູນເຊື້ອ ຂອງທ່ານທຣຳ ດ້ວຍການກໍ່ການຮ້າຍ ທາງດ້ານເສດຖະກິດຕໍ່ອີຣ່ານ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG