ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເດໂມແຄຣັດ ນຳສະເໜີຮ່າງກົດໝາຍ ຂໍສັນຊາດຕໍ່ສະພາສະຫະລັດ


ຜູ້ພິພາກສາປະຈຳເຂດຂອງສະຫະລັດ ທ່ານນນາງລໍຣີ ມີແຊລສັນ (ຊ້າຍ) ເຮັດໃຫ້ພິທີສາບານໂຕໄດ້ຮັບສັນຊາດ ໃຫ້ທ້າວ
Hala Baqtar ດ້ວຍການຂັບລົດຜ່ານອົງການຂໍສັນຊາດ ຂອງສະຫະລັດ ທີ່ນະຄອນດີທຣອຍ.
ຜູ້ພິພາກສາປະຈຳເຂດຂອງສະຫະລັດ ທ່ານນນາງລໍຣີ ມີແຊລສັນ (ຊ້າຍ) ເຮັດໃຫ້ພິທີສາບານໂຕໄດ້ຮັບສັນຊາດ ໃຫ້ທ້າວ Hala Baqtar ດ້ວຍການຂັບລົດຜ່ານອົງການຂໍສັນຊາດ ຂອງສະຫະລັດ ທີ່ນະຄອນດີທຣອຍ.

ສະມາຊິກສະພາພັກເດໂມແຄຣັດ ໄດ້ນຳສະເໜີຮ່າງກົດໝາຍຄົນເຂົ້າເມືອງຂອງປະທານາທິບໍດີໂຈ ໄບເດັນ ໃນວັນພະຫັດວານນີ້ ຊຶ່ງຈະສະໜອງນຶ່ງໃນບັນດາ ເສັ້ນທາງທີ່ຈະໄດ້ຮັບສັນຊາດໄວທີ່ສຸດສຳລັບຮ່າງກົດໝາຍຕ່າງໆທີ່ໄດ້ມີການສະເໜີເມື່ອບໍ່ເທົ່າໃດປີທີ່ຜ່ານມານີ້.

ມາດຕະການດັ່ງກ່າວຈະອະນຸຍາດໃຫ້ພວກທີ່ອາໄສຢູ່ໃນສະຫະລັດປະມານ 11 ລ້ານຄົນ ໃນເວລານີ້ ໄດ້ຮັບສັນຊາດພາຍໃນເວລາ 8 ປີ ຮວມທັງການອອກວີຊາແລະໃຫ້ທຶນສະໜັບສະໜຸນເພີ້ມຂຶ້ນ ສຳລັບແລ່ນວຽກແລະພິຈາລະນາການຂໍລີ້ໄພ.

ຮ່າງກົດໝາຍສະບັບນີ້ ຍັງຈະຍົກລະດັບການນຳໃຊ້ເທັກໂນໂລຈີ ຢູ່ທີ່ເຂດຊາຍແດນຂອງສະຫະລັດຕິດກັບເມັກຊິໂກ ຂະຫຍາຍໜ່ວຍປາບປາມຢາເສບຕິດລະຫວ່າງປະເທດໃນອາເມຣິກາກາງ ແລະພະຍາຍາມຫາທາງຫຼຸດຜ່ອນໃນການອັ່ງອໍຂອງພວກອົບພະຍົບຢູ່ຕາມຊາຍແດນ ໂດຍສ້າງຕັ້ງໜ່ວຍງານພິຈາລະນາຂຶ້ນຢູ່ໃນຂົງເຂດ.

ມາດຕະການດັ່ງກ່າວ ຍັງຈະສະໜອງບັດຂຽວໃນທັນທີ ໃຫ້ແກ່ພວກຄົນງານທີ່ເຮັດວຽກຢູ່ຕາມຟາມຕ່າງໆ ຊຶ່ງເປັນພວກທີ່ ສະຖານະພາບຂອງພວກເຂົາເຈົ້າ ໄດ້ຮັບການປົກປ້ອງເປັນການຊົ່ວຄາວ ແລະພວກຊາວໜຸ່ມທີ່ເຂົ້າມາໃນສະຫະ ລັດແບບຜິດກົດໝາຍ ໃນຂະນະທີ່ພວກເຂົາເຈົ້າຍັງເປັນເດັກນ້ອຍຢູ່ນັ້ນ ໂດຍອະນຸຍາດໃຫ້ພວກເຂົາເຈົ້າອາໄສຢູ່ ແລະເຮັດວຽກໃນສະຫະລັດໄດ້ ຢ່າງເປັນການຖາວອນ.

ຮ່າງກົດໝາຍສະບັບນີ້ ໄດ້ສະທ້ອນໃຫ້ເຫັນບູລິມະສິດທີ່ທ່ານໄບເດັນໄດ້ສະເໜີ ໃນມື້ທຳອິດທີ່ທ່ານເຂົ້າຮັບຕຳແໜ່ງ ແລະຍື່ນສະເໜີໂດຍສະມາຊິກສະພາພັກເດໂມແຄຣັດ 12 ຄົນ ຮວມທັງຫົວໜ້າຄະນະຜູ້ໃຫ້ການສະໜັບສະໜຸນ ສະມາຊິກສະພາສູງບັອບ ເມີນານເດັສ ແລະສະມາຊິກສະພາຕ່ຳລິນດາ ຊານເຈັສ.

ທ່ານເມີນານເດັສ ກ່າວໃນການຖະແຫຼງຂ່າວທາງອອນລາຍນ໌ ໃນຂະນະທີ່ທ່ານເປີດເຜີຍລາຍລະອຽດ ຂອງຮ່າງກົດໝາຍ ໂດຍເວົ້າວ່າ “ມັນຈະເຮັດໃຫ້ລະບົບຂອງພວກເຮົາທັນສະໄໝຂຶ້ນ ໂດຍສ່ວນໃຫຍ່ແລ້ວເສັ້ນທາງໄປສູ່ການໄດ້ຮັບສັນຊາດ ຂອງຜູ້ຄົນທີ່ເຮັດວຽກດ້ວຍຄວາມຍາກລຳບາກໃນປະຊາຄົມຂອງພວກເຮົາ ທ້ອນໂຮມຄອບຄົວ ເຮັດໃຫ້ມີໂອກາດຫຼາຍຂຶ້ນ ສຳລັບພວກຄົນເຂົ້າເມືອງທີ່ຖືກ ຕ້ອງຕາມກົດໝາຍ ແລະຄ້ຳປະກັນວ່າອາເມຣິກາຍັງເປັນຫົວຈັກແຫ່ງນະວັດຕະກຳ ແລະເປັນແສງໄຟແຫ່ງຄວາມຫວັງສຳລັບພວກອົບພະຍົບຢູ່ໃນທົ່ວໂລກ.”

ການປະຕິຮູບ ລະບົບຄົນເຂົ້າເມືອງຮອບດ້ານ ໄດ້ປະສົບກັບຄວາມລົ້ມແຫຼວ ທີ່ຈະໄດ້ຮັບການສະໜັບສະໜຸນແບບມີຄວາມໝາຍຢູ່ໃນລັດຖະສະພາມາເປັນເວລາຫຼາຍທົດສະວັດແລ້ວ. ເທື່ອຫຼ້າສຸດທີ່ໄດ້ມີການຮັບຜ່ານຮ່າງກົດໝາຍທີ່ສຳຄັນໃນເລື້ອງສັນຊາດແມ່ນໃນປີ 1986 ເວລາປະທານາທິບໍດີທີ່ສັງກັດພັກຣີພັບບລີກັນທ່ານໂຣນັນ ຣິກແກນໄດ້ລົງນາມໃນຮ່າງກົດໝາຍໃຫ້ອະໄພຍະໂທດໂດຍອະນຸຍາດໃຫ້ພວກຄົນເຂົ້າເມືອງຜິດກົດໝາຍເກືອບ 3 ລ້ານຄົນ ກາຍເປັນບຸກຄົນທີ່ຖືກຕ້ອງຕາມກົດໝາຍ.

ສະມາຊິກສະພາສູງພັກຣີພັບບລີກັນບາງຄົນໄດ້ສະແດງການຄັດຄ້ານຕໍ່ຂໍ້ສະເໜີທີ່ສຳຄັນ ຢູ່ໃນຮ່າງກົດໝາຍດັ່ງກ່າວ ເຊັ່ນດຽວກັນກັບມູນນິທິເຮີຣິເທຈ ຊຶ່ງເປັນອົງການຈັດຕັ້ງທາງການເມືອງຂອງພວກນິຍົມແນວທາງເດີມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG