ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງໃນມຽນມາ ໂຮມຊຸມນຸມໃຫຍ່ສຸດ ຕໍ່ຕ້ານພວກທະຫານ ຢູ່ນະຄອນຢ່າງກຸ້ງ


ພວກປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານທີ່ນະຄອນຢ່າງກຸ້ງ.
ພວກປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານທີ່ນະຄອນຢ່າງກຸ້ງ.

ເປັນທີ່ປາກົດວ່າ ມີພວກເດີນຂະບວນປະທ້ວງຕໍ່ຕ້ານທະຫານຫຼາຍເປັນປະຫວັດການໃນວັນພຸດວານນີ້ ນັບແຕ່ການເຮັດລັດຖະປະຫານໃນວັນທີ 1 ກຸມພາເປັນຕົ້ນມາ ທັງໆທີ່ໄດ້ມີການຫ້າມບໍ່ໃຫ້ໂຮມຊຸມນຸມກັນ ເກີນ 5 ຄົນຂຶ້ນໄປ.

ພວກປະທ້ວງ ໄດ້ພາກັນລົງສູ່ຖະໜົນຫົນທາງ ທີ່ນະຄອນຫຼວງເນປີດໍ ທີ່ນະຄອນມັນດາເລ ຫົວ ເມືອງໃຫຍ່ອັນດັບສອງຂອງປະເທດແລະທີ່ນະຄອນຢ່າງກຸ້ງ ບ່ອນທີ່ປາກົດວ່າມີປະຊາຊົນອອກໄປໂຮມຊຸມນຸມປະທ້ວງໃຫຍ່ທີ່ສຸດ ນັບແຕ່ພວກທະຫານ ໄດ້ເຂົ້າຢຶດອຳນາດ.

ມີພວກພະນັກງານຈາກພາກເອກກະຊົນ ແລະພາກລັດຖະບານ ຕະຫຼອດທັງລັດຖະກອນໄດ້ເຂົ້າຮ່ວມການເດີນຂະບວນປະທ້ວງ ຕໍ່ຕ້ານການເຮັດລັດຖະປະຫານໂດຍພາກັນນັດຢຸດງານ ທັງໆທີ່ພວກທະຫານໄດ້ສັ່ງໃຫ້ເຂົາເຈົ້າກັບຄືນໄປເຮັດວຽກແລະຂູ່ວ່າຈະເອົາມາດຕະການຕໍ່ພວກເຂົາເຈົ້າ.

ບໍ່ມີລາຍງານວ່າໄດ້ເກີດຄວາມຮຸນແຮງທີ່ສຳຄັນໃດໆ ແຕ່ມີພວກປະທ້ວງໄດ້ຕັນຂະບວນລົດຂອງຕຳຫວດ ແລະທະຫານທີ່ນະຄອນຢ່າງກຸ້ງ ດ້ວຍການສືບຕໍ່ອັດຖະໜົນສາຍສຳຄັນໆດ້ວຍການເອົາລົດໄປຈອດໄວ້ຢູ່ກາງທາງແລະກໍເປີດຝາອັດເຄື່ອງຈັກຂຶ້ນໃນຂະນະທີ່ໃຊ້ການມີບັນຫາຂອງເຄື່ອງຈັກລົດເປັນຂໍ້ອ້າງ.

ນອກນັ້ນ ພວກປະທ້ວງຍັງໄດ້ພາກັນຫຼັ່ງໄຫລລົງສູ່ຖະໜົນຫົນທາງ ທີ່ນະຄອນມັນດາເລ ບ່ອນທີ່ກຳລັງຮັກສາຄວາມສະຫງົບໃນສອງມື້ກ່ອນນີ້ ໄດ້ແນປືນໃສ່ພວກເດີນຂະບວນປະມານ 1,000 ຄົນ ແລະໂຈມຕີເຂົາເຈົ້າດ້ວຍໄມ້ຄ້ອນແລະໝາກກະຖຸນ. ລາຍງານຂ່າວທ້ອງຖິ່ນເວົ້າວ່າ ຕຳຫຼວດຍັງໄດ້ຍິງລູກປືນຢາງເຂົ້າໃສ່ຝູງຊົນ ເຮັດໃຫ້ຫຼາຍໆຄົນໄດ້ຮັບບາດເຈັບ.

ທີ່ນະຄອນຫຼວງເນປີດໍ ພວກວິສະວະກອນແລະພະນັກງານຂອງທະນາຄານ ໄດ້ເຂົ້າຮ່ວມພວກປະທ້ວງຫຼາຍພັນຄົນ ທີ່ພາກັນເດີນຂະບວນ ໄປຕາມຖະໜົນສາຍຕ່າງໆແລະກໍຮ້ອງຄຳຂວັນໃຫ້ປ່ອຍທ່ານນາງອອງຊານ ຊູຈີ ຜູ້ນຳທີ່ແທ້ຈິງຂອງມຽນມາແລະປະທານາທິບໍດີວິນ ມິນ.

ຄົນຂັບລົດຜູ້ນຶ່ງກ່າວຕໍ່ວີໂອເອພະແນກພາສາມຽນມາວ່າລາວໄດ້ເຂົ້າຮ່ວມ “ການປຸກລະດົມເຮັດລົດຕາຍ” ເພື່ອລົບກວນການຂົນສົ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG