ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ຮຽກຮ້ອງໃຫ້ປະຊາຊົນ ອາເມຣິກັນ ທວງໃຫ້ ສຫລ ຖອນທະຫານ ໂດຍໄວ


ທະຫານອາເມຣິກັນ ຢືນຍາມໃນພິທີມອບເຮືອບິນຂອງສະຫະລັດໃຫ້ແກ່ອັຟການິສຖານ ເມື່ອວັນທີ 17 ກັນຍາ 2020 ທີນະຄອນຫຼວງກາບູລ.
ທະຫານອາເມຣິກັນ ຢືນຍາມໃນພິທີມອບເຮືອບິນຂອງສະຫະລັດໃຫ້ແກ່ອັຟການິສຖານ ເມື່ອວັນທີ 17 ກັນຍາ 2020 ທີນະຄອນຫຼວງກາບູລ.

ກຸ່ມຕາລີບານ ໃນວັນອັງຄານວານນີ້ໄດ້ຮຽກຮ້ອງໃຫ້ລັດຖະບານຂອງທ່ານໂຈ ໄບເດັນ ປະຕິບັດ ຕາມແຜນການຖອນທະຫານ ໃນຂໍ້ຕົກລົງສັນຕິພາບປີ 2020​ ໂດຍກ່າວວ່າ ມັນເປັນ “ວິທີທາງທີ່ມີປະສິດທິຜົນທີ່ສຸດເພື່ອຍຸຕິ” ສົງຄາມໃນອັຟການິສຖານ.

ຫົວໜ້າເຈລະຈາສັນຕິພາບຂອງກຸ່ມກະບົດຕາລີບານ ມູລລາ ອັຟດູລ ການີ ບາຣາດາ (Mullah Abdul Ghani Baradar) ກ່າວຢູ່ໃນ “ໜັງສືເປີດຊອງ” ທີ່ສົ່ງເຖິງປະຊາຊົນອາເມຣິກັນ ໂດຍຮ້ອງຂໍໃຫ້ປະຊາຊົນຂອງສະຫະລັດບັງຄັບໃຫ້ລັດຖະບານຂອງພວກເຂົາເຈົ້າເປັນຜູ້ຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ເງື່ອນໄຂຂອງຂໍ້ຕົກລົງ ທີ່ທັງສອງຝ່າຍ ໄດ້ບັນລຸກັນ ໃນປີກຍນີ້ ຢູ່ນະຄອນຫຼວງໂດຮາ ຂອງປະເທດກາຕ້າ ເມື່ອວັນທີ 29 ກຸມພາ.

ໜັງສືໄດ້ກ່າວເນັ້ນເຖິງ “ປະສິດທິຜົນ ແລະຄວາມສຳເລັດ” ຂອງຂັ້ນຕອນສັນຕິພາບ ທີ່ພວມດຳເນີນຢູ່ຂອງຂໍ້ຕົກລົງ. ທ່ານບາຣາດາໄດ້ກ່າວປ້ອງກັນຂໍ້ຕົກລົງນີ້ໂດຍເວົ້າວ່າ ມັນ “ໄດ້ຫຼຸດຜ່ອນຢ່າງສຳຄັນ” ໃນການປະຕິບັດງານສູ້ລົບຂອງພວກກະບົດແລະຊ່ວຍລິເລີ້ມການເຈລະຈາສັນຕິພາບລະຫວ່າງພັກຝ່າຍຕ່າງໆທີ່ຢູ່ໃນບັນຫາຂັດແຍ້ງອັຟການິສຖານ.

ທ່ານບາຣາດາ ທີ່ເປັນຫົວໜ້າຫ້ອງການດ້ານການເມືອງຂອງກຸ່ມຕາລີບານປະຈຳນະຄອນຫຼວງກາຕ້າ ກ່າວວ່າ “ເວລານີ້ ນຶ່ງປີໄດ້ຜ່ານໄປແລ້ວ ນັບຕັ້ງແຕ່ ໄດ້ມີ ການລົງນາມໃນຂໍ້ຕົກລົງໂດຮາ ພວກເຮົາຂໍຮຽກຮ້ອງ ໃຫ້ຝ່າຍອາເມຣິກັນ ສືບຕໍ່ໃຫ້ໝັ້ນໝາຍໃນການຈັດຕັ້ງປະຕິບັດໂດຍເຕັມ ກ່ຽວກັບຂໍ້ຕົກລົງສະບັບນີ້.”

ຂໍ້ຕົກລົງ ທີ່ທ່ານບາຣາດາໄດ້ເຊັນ ກັບຜູ້ຕາງໜ້າຂອງລັດຖະບານອະດີດປະທານາທິບໍດີດໍໂນລ ທຣຳ ບັງຄັບໃຫ້ທະຫານອາເມຣິກັນແລະອົງການເນໂຕ້ທັງໝົດ ຕະຫຼອດທັງສ່ວນບຸກຄົນອື່ນໆທີ່ພົວພັນກັບການເຮັດສົງຄາມຕ້ອງຖອນອອກຈາກ ອັຟການິສຖານພາຍເດືອນພຶດສະພາ.

ລັດຖະບານທ່ານໄບເດັນ ເວລານີ້ພວມຢູ່ໃນລະຫວ່າງຂັ້ນຕອນການທົບທວນຄືນເບິ່ງວ່າພວກກະບົດຕາລີບານ ໄດ້ປະຕິບັດຕາມ ຄວາມໝັ້ນໝາຍຂອງຕົນຫຼືບໍ່ ກ່ອນຈະຕັດສິນໃຈ ຖອນທະ ຫານ ອາເມຣິກັນ 2,500 ຄົນ ອອກຈາກອັຟການິສຖານເພື່ອຍຸຕິສົງຄາມທີ່ຍືດເຍື້ອຍາວນານທີ່ສຸດໃນປະຫວັດສາດຂອງສະຫະລັດ.

ໃນມື້ວັນຈັນທີ່ຜ່ານມານີ້ ເລຂາທິການໃຫຍ່ ຂອງອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ (Jens Stoltenberg) ໄດ້ສະແດງຄວາມເປັນຫ່ວງວ່າ ພວກກະບົດຕາລີບານບໍ່ມີຄວາມຕັ້ງໃຈຢາກຈະໃຫ້ມີການແກ້ໄຂບັນຫາຂັດແຍ້ງດ້ວຍສັນຕິວິທີ. ທ່ານສໂຕລເທັນເບີກກ່າວວ່າ ພັນທະ ມິດຈະບໍ່ຖອນທະຫານຂອງຕົນອອກຈາກອັຟການິສຖານ “ກ່ອນເວລາທີ່ເໝາະສົມ” ແລະທ່ານໄດ້ຮຽກຮ້ອງໃຫ້ພວກກະບົດຕາລີບານດຳເນີນການເພີ້ມຕື່ມເພື່ອອຳນວຍໃຫ້ການຖອນທະຫານຂອງຕ່າງປະເທດປະມານ 10,000 ຄົນເປັນໄປໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG