ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໘ ທັນວາ ໒໐໒໕

ນັກເສດຖະສາດ ໄນຈີເຣຍ ຖືກເລືອກເປັນຫົວໜ້າ ອົງການໆຄ້າໂລກຄົນໃໝ່


ທ່ານນາງເອັນໂກຊີ ໂອໂກນໂຈ-ອີເວລາ ທີ່ບ້ານພັກນັກການທູດໄນຈີເຣຍ ທີ່ເມືອງແຊມເບຊີ ໃກ້ນະຄອນເຈນີວາ ສະວິດເຊີແລນ ເມື່ອວັນທີ 29 ກັນຍາ 2020.
ທ່ານນາງເອັນໂກຊີ ໂອໂກນໂຈ-ອີເວລາ ທີ່ບ້ານພັກນັກການທູດໄນຈີເຣຍ ທີ່ເມືອງແຊມເບຊີ ໃກ້ນະຄອນເຈນີວາ ສະວິດເຊີແລນ ເມື່ອວັນທີ 29 ກັນຍາ 2020.

ໃນການເຄື່ອນໄຫວ ທີ່ມີຄວາມສໍາຄັນປະຫວັດສາດ ອົງການໆຄ້າໂລກ ຫຼື WTO ໄດ້ເລືອກເອົາແມ່ຍິງຄົນທຳອິດແລະຄົນອາຟຣິກາຜູ້ທຳອິດ ເປັນຜູ້ນຳຂອງອົງການດັ່ງກ່າວ. Lisa Schlein ມີລາຍງານເລື້ອງນີ້ ຈາກເຈນີວາ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:03:40 0:00


ທ່ານນາງ ເອັນໂກຊີ ໂອໂກນໂຈ-ອີເວລາ (Ngozi Okonio-Iweala) ນັກເສດຖະສາດໄນຈີເຣຍ ເອີ້ນການແຕ່ງຕັ້ງທ່ານນາງ ໃຫ້ເປັນຜູ້ອຳນວຍການໃຫຍ່ຂອງອົງການໆຄ້າໂລກວ່າ ເປັນການບຸກເບີກໃໝ່. ທ່ານນາງໄດ້ກ່າວຕໍ່ສະພາບໍລິຫານວ່າ ທ່ານນາງມີຄວາມກະຕືລືລົ້ນທີ່ຈະເລີ້ມການປະຕິຮູບແລະປັບປຸງກົດລະບຽບຕ່າງໆຂອງອົງການໆຄ້າໂລກ ໃຫ້ທັນກັສະພາບການ ຂອງສັດຕະ ວັດທີ 21. ທ່ານນາງກ່າວກ່ຽວກັບເລື້ອງນີ້ວ່າ:

“ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ຕໍ່ຄວາມເຊື່ອໝັ້ນຂອງພວກທ່ານ ໃນຕົວຂ້າພະເຈົ້າ ບໍ່ພຽງແຕ່ໃນຖານະທີ່ເປັນແມ່ຍິງ ແລະເປັນຄົນອາຟຣິກາທໍ່ນັ້ນ ແຕ່ໃນຄວາມຮູ້ ແລະປະສົບພະການຂອງຂ້າພະເຈົ້າ ແລະດັ່ງທີ່ພວກທ່ານບາງຄົນໄດ້ກ່າວໄປແລ້ວ ຄວາມກ້າຫານ ແລະຄວາມກະຕືລືລົ້ນ ທີ່ຈະເຮັດວຽກຮ່ວມກັບພວກທ່ານ ເພື່ອດຳເນີນການປະຕິຮູບໃນຂອບເຂດທີິ່ກວ້າງຂວາງ ທີ່ຈຳເປັນ ຢູ່ໃນອົງການໆຄ້າໂລກ ເພື່ອປັບໂຕສຳລັບອະນາຄົດຕໍ່ໜ້າ.”

ທ່ານນາງໂອໂກນໂຈ-ອີເວລາ ກ່າວວ່າ ບັນຫາທ້າທາຍທີ່ກຳລັງປະເຊີນໜ້າກັບອົງການໆຄ້າໂລກ ແມ່ນມີຢູ່ຢ່າງຫຼວງຫຼາຍແລະກໍເປັນສິ່ງທີ່ຍາກລໍາບາກ ແຕ່ກໍບໍ່ແມ່ນວ່າເອົາຊະນະບໍ່ໄດ້. ທ່ານນາງກ່າວວ່າ ນຶ່ງໃນບູລິມະສິດທີ່ສຳຄັນ ຂອງທ່ານນາງ ກໍແມ່ນການເພັ່ງເລັງໃສ່ບັນຫາໂຄວິດ-19 ແລະອັນທີ່ທາງອົງການໆຄ້າໂລກສາມາດເຮັດໄດ້ ເພື່ອປະກອບສ່ວນໃນການແກ້ໄຂ.

ທ່ານນາງກ່າວວ່າ ອົງການໆຄ້າໂລກ ຈໍາເປັນຕ້ອງໄດ້ເຮັດວຽກຮ່ວມກັບອົງການໂຄແວັກແລະການເລັ່ງລັດໃນການພັດທະນາຢາວັກຊີນຕະຫຼອດທັງອົງການອື່ນໆທີ່ເຮັດວຽກເພື່ອເລັ່ງລັດການສະໜອງ ແລະສັກຢາວັກຊີນໃຫ້ແກ່ປະເທດທີ່ທຸກຍາກ. ທ່ານນາງໂອໂກນໂຈ-ອີເວລາ ກ່າວຕື່ມວ່າ:

“ພວກເຮົາຍັງໄດ້ຊຸກຍູ້ໃຫ້ຊອກຫາ ໃນອັນທີ່ເອີ້ນວ່າ ຊ່ອງທາງທີສາມ ຊຶ່ງຢາວັກຊີນສາມາດໄດ້ຮັບການຜະລິດຢູ່ໃນຫຼາຍໆປະເທດຕື່ມອີກໃນຂະນະດຽວກັນພວກ ເຮົາກໍຍັງສືບບໍ່ໃຫ້ການຊຸກຍູ້ບໍ່ໃຫ້ຢຸດເຊົາການຄົ້ນຄວ້າ ແລະນະວັດຕະກຳໃໝ່ທີ່ພົວພັນກັບຊັບສິນທາງດ້ານສະຕິປັນຍາ ດັ່ງນັ້ນ ນີ້ແມ່ນຂົງເຂດ ທີ່ຕ້ອງໄດ້ເຮັດວຽກນຳກັນ.”

ການເລືອກເອົາທ່ານນາງໂອໂກນໂຈ-ອີເວລາ ຂຶ້ນເປັນຫົວໜ້າອົງການໆຄ້າໂລກ ໄດ້ມີການຊັກຊ້າມາເປັນເວລາຫຼາຍໆເດືອນ ຍ້ອນອະດີດປະທານາທິບໍດີ ດໍໂນລ ທຣຳ ບໍ່ໃຫ້ການສະໜັບສະໜຸນ ຕໍ່ທ່ານນາງ ໂດຍໂຕ້ແຍ້ງວ່າ ທ່ານນາງບໍ່ມີປະ ສົບພະການ ໃນເລື້ອງການຄ້າໂດຍກົງ ເມື່ອປຽບທຽບໃສ່ຜູ້ສະໝັກຄົນອື່ນໆ.

ລັດຖະບານຂອງທ່ານໄບເດັນ ໄດ້ຍົກເລີກການຄັດຄ້ານດັ່ງກ່າວຂອງສະຫະລັດ​ເພື່ອແຜ້ວທາງໃຫ້ທ່ານນາງນາງໂອໂກນໂຈ-ອີເວລາ ເຂົ້າກຳຕຳແໜ່ງຜູ້ອຳນວຍ ການຂອງອົງການໆຄ້າໂລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG