ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່ຍິງຄົນທຳອິດ ແລະຄົນອາຟຣິກາຜູ້ທຳອິດ ຖືກເລືອກໃຫ້ເປັນຫົວໜ້າ ອົງການໆຄ້າໂລກ


ຫົວໜ້າອົງການໆຄ້າໂລກຄົນໃໝ່ ທ່ານນາງໂກຊີ ໂອໂກນໂຈ-ອີເວລາ  (Ngozi Okonjo-Iweala) ກ່າວໃນການໃຫ້ສຳພາດແກ່ອົງການຂ່າວຣອຍເຕີ້ ທີ່ໂປໂຕແມັກ ລັດແມຣີແລນ ເມື່ອວັນທີ 15 ກຸມພາ 2021.
ຫົວໜ້າອົງການໆຄ້າໂລກຄົນໃໝ່ ທ່ານນາງໂກຊີ ໂອໂກນໂຈ-ອີເວລາ  (Ngozi Okonjo-Iweala) ກ່າວໃນການໃຫ້ສຳພາດແກ່ອົງການຂ່າວຣອຍເຕີ້ ທີ່ໂປໂຕແມັກ ລັດແມຣີແລນ ເມື່ອວັນທີ 15 ກຸມພາ 2021.

ໃນການເຄື່ອນໄຫວຄັ້ງປະຫວັດສາດ ອົງການໆຄ້າໂລກ ຫຼື WTO ໄດ້ເລືອກເອົາແມ່ຍິງຄົນທຳອິດແລະຄົນອາຟຣິກາຜູ້ທຳອິດ ເປັນຜູ້ນຳພາອົງການດັ່ງກ່າວ.

ທ່ານນາງໂກຊີ ໂອໂກນໂຈ-ອີເວລາ (Ngozi Okonjo-Iweala) ນັກເສດຖະສາດໄນຈີເຣຍ ອາຍຸ 66 ປີ ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ອຳນວຍການໃຫຍ່ອົງການໆຄ້າໂລກ ໃນວັນຈັນວານນີ້ ໂດຍຜູ້ຕາງໜ້າຂອງ 164 ປະເທດທີ່ເປັນສະ ມາຊິກຂອງອົງການ.

ທ່ານນາງໂອໂກນໂຈ-ອີເວລາ ກ່າວໃນລະຫວ່າງການຖະແຫຼງຂ່າວທາງອອນລາຍນ໌ໃນວັນຈັນວານນີ້ວ່າ ທ່ານນາງມີຄວາມກະຕືລືລົ້ນທີ່ຈະເລີ້ມການປະຕິຮູບແລະປັບປຸງກົດລະບຽບຕ່າງໆຂອງອົງການໆຄ້າໂລກໃຫ້ທັນກັບສະພາບການໃນສັດຕະວັດທີ 21.

ທ່ານນາງກ່າວວ່າ “ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ຕໍ່ຄວາມເຊື່ອໝັ້ນຂອງພວກທ່ານໃນຕົວຂ້າພະເຈົ້າ ບໍ່ພຽງແຕ່ໃນຖານະທີ່ເປັນແມ່ຍິງ ແລະເປັນຄົນອາ ຟຣິກາທໍ່ນັ້ນ ແຕ່ໃນຄວາມຮູ້ແລະປະສົບພະການຂອງຂ້າພະເຈົ້າແລະດັ່ງທີ່ພວກທ່ານບາງຄົນໄດ້ກ່າວໄປແລ້ວ ຄວາມກ້າຫານ ແລະຄວາມກະຕືລືລົ້ນ ທີ່ຈະເຮັດວຽກຮ່ວມກັບພວກທ່ານ ເພື່ອດຳເນີນການປະຕິຮູບໃນຂອບເຂດທີິ່ກວ້າງຂວາງທີ່ຈຳເປັນຢູ່ໃນອົງການໆຄ້າໂລກເພື່ອປັບໂຕສຳລັບອະນາຄົດຕໍ່ໜ້າ.”

ທ່ານນາງກ່າວວ່າ ນຶ່ງໃນບູລິມະສິດທີ່ສຳຄັນຂອງທ່ານນາງ ແມ່ນການເພັ່ງເລັງໃສ່ບັນຫາໂຄວິດ-19 ຮວມທັງເຮັດວຽກຮ່ວມກັບອົງການໂຄແວັກແລະການເລັ່ງ ຂອງ ACT ເພື່ອສະໜອງ ແລະສັກຢາວັກຊີນຢູ່ໃນບັນດາປະເທດທີ່ທຸກຍາກ.

ການເລືອກເອົາທ່ານນາງໂອໂກນໂຈ-ອີເວລາ ຂຶ້ນເປັນຫົວໜ້າຂອງອົງການ WTO ໄດ້ມີການຊັກຊ້າມາເປັນເວລາຫຼາຍໆເດືອນ ຍ້ອນອະດີດປະທານາທິບໍດີດໍໂນລ ທຣຳ ບໍ່ໃຫ້ການສະໜັບສະໜຸນຕໍ່ທ່ານນາງ ໂດຍໂຕ້ແຍ້ງວ່າ ທ່ານນາງບໍ່ມີປະສົບພະການໃນເລື້ອງການຄ້າໂດຍກົງເມື່ອປຽບທຽບໃສ່ຜູ້ສະໝັກຄົນອື່ນໆ.

ລັດຖະບານຂອງທ່ານໄບເດັນ ໄດ້ຍົກເລີກການຄັດຄ້ານດັ່ງກ່າວຂອງສະຫະລັດ​ເພື່ອແຜ້ວທາງ ໃຫ້ທ່ານນາງໂອໂກນໂຈ-ອີເວລາ ເຂົ້າກຳຕຳແໜ່ງຜູ້ອຳນວຍການອົງການໆຄ້າໂລກ.

ນັກເສດຖະສາດໄນຈີເຣຍຄົນນີ້ ເຄີຍເຮັດວຽກ 25 ປິຢູ່ທະນາຄານໂລກ ບ່ອນທີ່ທ່ານນາງໄດ້ສະໜັບສະໜຸນໃຫ້ເສດຖະກິດມີການຂະຫຍາຍໂຕຢູ່ໃນປະເທດທີ່ທຸກຍາກ. ທ່ານນາງໄດ້ກ້າວຂຶ້ນມາ ເປັນບຸກຄົນໝາຍເລກ 2 ຂອງອົງການ ທີ່ທ່ານນາງຊ່ວຍຄຸ້ມຄອງເງິນ 81 ພັນລ້ານໂດລາ ເພື່ອສະໜັບສະໜຸນ ການພັດທະນາສຳລັບທະວີບອາຟຣິກາ ເອເຊຍໃຕ້ ຢູໂຣບ ແລະເອເຊຍກາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG